ຊີງເງິນລາງວັນລວມມູນຄ່າ 9 ລ້ານກີບ ໃນໂຄງການປະກວດຮ້ອງເພງ “ ສຽງດີມີລາງວັນ ”

85

ຄ້າຍເພງ ຈໍາປາສະຕູດີໂອ ແລະ ສວນອາຫານບ້ານນອກ ຮ່ວມກັນຈັດໂຄງການປະກວດຮ້ອງເພງ “ ສຽງດີມີລາງວັນ ” ຊີງເງິນລາງວັນລວມມູນຄ່າ 9 ລ້ານກີບ ແລະ ປິດຮອບອໍດິຊັນໃນວັນທີ 9 ສິງຫາຜ່ານມາ ເຊິ່ງມີປະຊາຊົນສົນໃຈເຂົ້າຮ່ວມສະໝັກ 125 ຄົນ.

ທ່ານ ເມດຕາ ຈັນທະນາລົງ ຫຼື ແມນ ມິ່ງເມືອງລາວ ປະທານຄ້າຍເພງ ຈຳປາສະຕູດີໂອ ແລະ ເປັນປະທານຈັດງານໃຫ້ສໍາພາດວ່າ: ຄ້າຍເພງ ຈໍາປາສະຕູດີໂອ ຮ່ວມກັບ ສວນອາຫານບ້ານນອກ ຈັດໂຄງການປະກວດຮ້ອງເພງ “ ສຽງດີມີລາງວັນ ” ເພື່ອຄັດເອົານັກຮ້ອງທີ່ມີຄຸນນະພາບມາຢູ່ໃນສັງກັດຄ້າຍເພງຈຳປາສະຕູດີໂອ ເພື່ອພັດທະນາສົ່ງເສີມວົງການເພງລາວ ແລະ ເພື່ອເປັນການສົ່ງເສີມວັດທະນະທຳລາວ ໂດຍສະເພາະແມ່ນການຮ້ອງເພງທີ່ຕິດພັນກັບຄົນລາວມາແຕ່ດົນນານ.

ເຊິ່ງມີຜູ້ສະໝັກທັງໝົດ 125 ຄົນ ແລະ ແບ່ງອອກເປັນ 5 ສາຍ ( ຄື: A, B, C, D, E ) ເພື່ອຄັດເລືອກໄປຮອບຕັດເຊືອກ 40 ຄົນ ແລະ ຄັດເຂົ້າໄປໃນຮອບຊີງ 20 ຄົນສຸດທ້າຍ ເພື່ອຊີງລາງວັນລວມມູນຄ່າ 9 ລ້ານກີບ ໂດຍຜູ້ທີ່ໄດ້ລາງວັນຊະນະເລີດຈະໄດ້ອອກຜົນງານເພງ ແລະ ເປັນສິລະປິນໃນສັງກັດຄ້າຍເພງ ຈໍາປາສະຕູດີໂອ.

ສິ່ງທີ່ສັງຄົມຈະໄດ້ຮັບຈາກໂຄງການປະກວດຮ້ອງເພງ “ ສຽງດີມີລາງວັນ ” ທໍາອິດແມ່ນເປັນບ່ອນໃຫ້ຄົນທີ່ມີພອນສະຫວັນ ແລະ ຄວາມສາມາດໄດ້ສະແດງອອກ, ເປັນການສົ່ງເສີມໃຫ້ຄົນລຸ້ນໃໝ່ໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ເປັນຈຸດເລີ່ມຕົ້ນທີ່ດີໃນການພັດທະນາວົງການເພງລາວ.

ໃນນາມທີ່ຕົນເອງເປັນນັກຮ້ອງກໍຢາກແນະນໍານ້ອງໆທີ່ເຂົ້າມາປະກວດໃຫ້ມີຄວາມຕັ້ງໃຈໃນການຝຶກຊ້ອມ ແລະ ນຳເອົາຄຳຕຳໜິຕິຊົມຈາກຄະນະກຳມະການໄປປັບປຸງ ເພື່ອຈະໃຫ້ໄດ້ເປັນສິລະປິນທີ່ມີຄຸນນະພາບໃນອະນາຄົດ ພ້ອມທັງມີຍອດວິວຫຼາຍໆໃນຢູທູບ ເພາະຍອດວິວຄືຕົວຢັ້ງຢືນມາດຕະຖານຂອງເພງ ແລະ ຕົວສິລະປິນເອງ.

ຮອບຊີງຊະນະເລີດແມ່ນວັນທີ 30 ສິງຫາ 2019 ທີ່ສວນອາຫານບ້ານນອກ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພິເສດຍັງມີຂອງຂວັນແຈກຜູ້ທີ່ເຂົ້າຮ່ວມໃນງານອີກດ້ວຍ. ສາມາດຕິດຕາມຜົນການແຂ່ງຂັນ ແລະ ຂໍ້ມູນ – ຂ່າວສານໄດ້ທີ່ເພຈເຟສບຸ໊ກ ຈຳປາສະຕູດີໂອ ແລະ ສວນອາຫານບ້ານນອກ ຫຼື ຊ່ອງທາງຢູທູບ: Champa studio.

 

( ຂ່າວ: ນຸ້ມນິ້ມ )

( ຮູບ: ແມນ ມິ່ງເມືອງລາວ )