ທ່ານ ສຸລິຍົງ ໄຊໂກສີ ຂຶ້ນເປັນຜູ້ຮັກສາການອະທິການບໍດີ ມຂ ຄົນໃຫມ່

242

ໃນຕອນເຊົ້າວັນທີ 7 ສິງຫາ 2019 ຜ່ານມາທີ່ ມະຫາວິທະຍາໄລ ສະຫວັນນະເຂດ(ມຂ) ໄດມີພິທີມອບຮັບໜ້າທີ່ຂອງເລຂາຄະນະພັກຮາກຖານ ແລະ ອະທິການບໍດີ ມຂ ລະຫວ່າງ ທ່ານ ບຸນປົງ ແກ້ວໂຣດົງ ຜູ້ເກົ່າ ແລະ ທ່ານ ສຸລິຍົງ ໄຊໂກສີ ເປັນຜູ້ຮັກສາການ ມຂ ຜູ້ໃຫມ່ ໂດຍການເຂົ້າຮ່ວມຂອງ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ ມີບັນດາພະແນກການກ່ຽວຂ້ອງ ແລະ ແຂກຖືກເຊີນ ພ້ອມດ້ວຍຄູອາຈານ ພາຍໃນ ມຂ ເຂົ້າຮ່ວມ.

ໃນນີ້ ທ່ານ ບຸນປົງ ແກ້ວໂຣດົງ ອະທິການບໍດີ ມຂ ໄດ້ກ່າວມອບໜ້າທີ່ ແລະ ລາຍງານບາງຜົນສຳເລັດ ຕະຫຼອດ ການຊີ້ນຳ-ນຳພາຂອງທ່ານໃນໄລຍະຜ່ານມາແມ່ນມີຫລາຍດ້ານທີ່ປະສົບຜົນສຳເລັດເປັນຕົ້ນ ມີ 1 ໜ່ວຍພັກ ໄດ້ນາມມະຍົດເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານ 4 ຄັ້ງ, ສ້າງລັດຖະກອນສົມບູນທັງໝົດ 309 ຄົນ, ຍິງ 134 ຄົນ, ໃນນັ້ນ ປະລິນຍາເອກ 11 ຄົນ: ປະລິນຍາໂທ 113 ຄົນ ຍິງ 39 ຄົນ.

ຮັບນັກສຶກສາແຕ່ປີ 2009-2019 ໄດ້ຈໍານວນ 9.791 ຄົນ, ຍິງ 5.323 ຄົນ, ໃນນັ້ນ ປະລິນຍາໂທ 2 ສາຂາ ຈໍານວນ 40 ຄົນ, ຍິງ 9 ຄົນ ແລະ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໃນໄລຍະ 10 ປີ ໄດ້ 5 ຮຸ່ນ ມີທັງໝົດ 4.609 ຄົນ, ຍິງ 2.502 ຄົນ, ປະລິນຍາໂທ 19 ຄົນຂະຫຍາຍຄະນະວິຊາໄດ້ 8 ຄະນະ.  ພັດທະນາຫຼັກສູດ 43 ຫຼັກສູດ, ປະລິນຍາໂທ 2 ຫລັກສູດ ແລະ ຫຼັກສູດນາໆຊາດ 1 ຫຼັກສູດ, ສຶກສາວິໄຈໄດ້ທັງໝົດ 978 ຫົວຂໍ້, ປະລິນຍາໂທ 69 ຫົວຂໍ້. ນອກຈາກນີ້ຍັງຍົກລະດັບອາຈານສອນໂດຍໄດ້ສົ່ງທືນໄປຮຽນຕໍ່ ປະລິນຍາເອກ 22 ຄົນດ ຍິງ 8 ຄົນ, ປະລິນຍາໂທ 100 ຄົນ, ຍິງ 40 ຄົນ.

 

ຈາກນັ້ນທ່ານ ສຸລິຍົງ ໄຊໂກສີ ຜູ້ຮັກສາການອະທິການບໍດີ ມຂ ຜູ້ໃຫມ່ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະພ້ອມກັນກັບໝູ່ຄະນະສືບຕໍ່ດຳເນີນວຽກງານຂອງມະຫາວິທະຍາໄລໄປສູ່ເປົ້າໝາຍຄຸນນະພາບໂດຍເລັ່ງໃສ່ວຽກງານແນວຄິດການເມືອງເປັນກົກອັນສຳຄັນ ຖືເອົາວຽກງານວິຊາການເປັນໃຈກາງໃນການພັດທະນາ ແລະ ວຽກງານ ອື່ນໆທີ່ປິ່ນອ້ອມ ສືບຂະຫຍາຍຜົນງານດ້ານຕ່າງທີ່ຍາດມາໄດ້ໃນຜ່ານມາໃຫ້ກ້າວໜ້າ ຂະຫຍາຍຕົວໄປເລື່ອຍໆ ພ້ອມກັນນີ້ກໍ່ໄດ້ສືບຕໍ່ພັດທະນາປັບປຸງຈຸດອ່ອນ ຄ້າງຄາ ທີ່ບໍສອດຄ່ອງກັບມະຕິຂອງພັກການນຳພາຂອງລັດ ທັງນີ້ກໍ່ເພື່ອພັດທະນາ ມຂ ໃຫ້ໄປຕາມ 3ລັກສະນະ 5 ຫຼັກມູນ ເພື່ອກ້າວໄປສູ້ຄຸນນະພາບ ແລະ ການເຊື່ອມໂຍງສາກົນເທື່ອລະກ້າວ.

ຮູບປະກອບຂ່າວ, ຄະນະພາສາສາດ

 

ຂອບໃຈແຫຼ່ງຂ່າວຈາກ: ສະຫວັນພັດທະນາ