ຄຳມ່ວນ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 2 ພັນກວ່າຄົນ

72

ແຂວງຄຳມ່ວນ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງແລ້ວ 2 ພັນກວ່າຄົນ ເສຍຊີວິດ 4 ຄົນ. ດ້ານໂຮງໝໍແຂວງ ໄດ້ເພີ່ມຕຽງນອນລວມທັງກຽມຕຶກຂະແໜງການອື່ນ ເພື່ອຮອງຮັບຄົນເຈັບພະຍາດໄຂ້ຍຸງ.

ທ່ານ ດຣ. ຖາວອນ ໄກຍະລາດ ຮອງອໍານວຍການໂຮງໝໍແຂວງຄຳມ່ວນ ທັງເປັນແພດຊ່ຽວຊານເດັກ ໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ຕົ້ນປີນີ້ ມາຮອດປັດຈຸບັນທົ່ວແຂວງຄຳມ່ວນ ມີຄົນເຈັບທີ່ເປັນພະຍາດໄຂ້ຍຸງລາຍ 2.136 ຄົນເສຍຊິວິດ 4 ຄົນ. ສະເພາະຄົນເຈັບທີ່ມານອນໂຮງໝໍມີ 891 ຄົນ. ໃນນີ້, ເປັນເດັກ 305 ຄົນ ຜູ້ໃຫຍ່ 586 ຄົນ.

ເມືອງທີ່ພົບການລະບາດຫຼາຍກວ່າໝູ່ແມ່ນເມືອງຍົມມະລາດ, ເມືອງທ່າແຂກ ແລະ ເມືອງເຊບັ້ງໄຟ. ຕໍ່ກັບສະພາບດັ່ງກ່າວທາງພະນັກງານ – ແພດໝໍ ໄດ້ເອົາໃຈໃສ່ປິ່ນປົວ ແລະ ມີມາດຕະການຕອບໂຕ້ເປັນຢ່າງດີ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບປິ່ນປົວພະຍາດໄຂ້ຍຸງລາຍ ປະກອບມີ 16 ທ່ານ, ຄະນະກຳມະການແຕ່ລະທ່ານໄດ້ເອົາໃຈໃສ່ປະຕິບັດຕາມໜ້າທີ່ຖືກມອບໝາຍ ໂດຍສະເພາະການປິ່ນປົວຄົນເຈັບທີ່ເປັນໄຂ້ຍຸງລາຍທີ່ນອນປິ່ນປົວຢູ່ຕຶກທີ່ທ່ານໝໍຮັບຜິດຊອບ, ແຕ່ລະເຊົ້າມີການລາຍງານສະພາບຂອງຄົນເຈັບທຸກມື້ ຖ້າກໍລະນີຄົນເຈັບໜັກກໍໄດ້ມີການຫາລືແລ້ວລາຍງານໃຫ້ຂັ້ນເທິງຮັບຊາບ.

ສໍາລັບຕຽງນອນຮອງຮັບຄົນເຈັບຢູ່ໂຮງໝໍຂອງພວກເຮົາ ແມ່ນມີພຽງພໍຕອບສະໜອງກັບປະລິມານຂອງຄົນເຈັບ ເຊິ່ງໄດ້ແບ່ງອອກຢ່າງລະອຽດ ຄື: ຕຶກພາຍໃນ I ຈາກ 28 ຕຽງນອນ ໄດ້ເພີ່ມຂຶ້ນອີກ 16 ຕຽງນອນ, ຕຶກປິ່ນປົວເດັກຈາກ 18 ຕຽງນອນ ເພີ່ມຂຶ້ນອີກ 13 ຕຽງນອນ, ມີການແບ່ງເຂດຄົນເຈັບທີ່ມີອາການເຕືອນ ແລະ ບໍ່ມີອາການເຕືອນ ( ກາງ ) ເພື່ອງ່າຍໃນການຕິດຕາມ.

ກໍລະນີຄົນເຈັບເພີ່ມຂຶ້ນຫຼາຍ ພວກເຮົາກໍຍັງມີຕຶກປິ່ນປົວຂະແໜງອື່ນທີ່ສາມາດຮອງຮັບຄົນເຈັບໄດ້ ເຊັ່ນ: ຕຶກພາຍນອກ II, ພາຍນອກ III ແລະ ຕຶກນອນພີ່ນ້ອງຄົນເຈັບກໍສາມາດນຳໃຊ້ໄດ້.

ໃນນາມຕາງໜ້າຄະນະອຳນວຍການໂຮງໝໍແຂວງຄຳມ່ວນ ທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ – ຕຳຫຼວດທຸກຄົນ ຈົ່ງໄດ້ມີສ່ວນຮ່ວມມືກັນໃນການຕ້ານ, ແກ້ໄຂບັນຫາພະຍາດໄຂ້ຍຸງລາຍ, ເປັນເຈົ້າການໃນການກຳຈັດແຫຼ່ງເພາະພັນຂອງຍຸງລາຍ, ເປັນປະຈຳປົກກະຕິ, ນອນໃນມຸ້ງ ແລະ ເວລາລູກຫຼານເປັນໄຂ້ຫ້າມຊື້ຢາກິນເອງ, ຄວນຟ້າວມາພົບແພດຢູ່ສະຖານທີ່ບໍລິການໂຮງໝໍ ຫຼື ສຸກສາລາໃກ້ບ້ານ ເພື່ອຈະສະດວກໃນການປິ່ນປົວ ແລະ ທັນກັບສະພາບການ.

[ ຂ່າວ: ມະນີວັນ ]