ປະກາດອອກມາແລ້ວ 5 ນັກກີລາຍິງ ທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກປະຈໍາປີ 2019

82

ຟອບສ໌ ຈັດອັນດັບນັກກີລາຍິງທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກ ປະຈໍາປີ 2019 ດ້ວຍການເຊັກຂໍ້ມູນຈາກເງິນລາງວັນ ແລະ ລາຍໄດ້ຈາກຄ່າລິຂະສິດກັບຜູ້ສະໜັບສະໜູນ ທີ່ໄດ້ຮັບຕະຫຼອດເວລາ 12 ເດືອນ ຈົນເຖິງວັນທີ 1 ມິຖຸນາ 2019 ກ່ອນຈັດ 5 ອັນດັບນັກກີລາຍິງທີ່ມີລາຍໄດ້ສູງທີ່ສຸດໃນໂລກ ນັບຕັ້ງແຕ່ເກືອນ 12 ປີ 2018 ຈົນເຖິງວັນທີ 1 ມິຖຸນາ 2019 ມີດັ່ງນີ້:
1.ເຊເຣນາ ວິມລຽມສ໌ ນັກເທັນນິສຊາວສະຫະລັດອາເມຣິກາ ມີລາຍໄດ້ທັງໝົດ 29,2 ລ້ານໂດລາ ແບ່ງເປັນຈາກເງິນລາງວັນ 4,2 ລ້ານໂດລາ ແລະ ຄ່າລິຂະສິດ-ຜູ້ສະໜັບສະໜູນ 25 ລ້ານໂດລາ.

ເຊເຣນາ ນັກກີລາຍິງທີ່ມີລາຍໄດ້ຫຼາຍທີ່ສຸດໃນປີນີ້

2.ນາໂອມິ ໂອຊາກະ ນັກເທັນນິສຍິງຊາວຍີ່ປຸ່ນ ມີລາຍໄດ້ທັງໝົດ 24,3 ລ້ານໂດລາ ແບ່ງເປັນ 8,3 ລ້ານໂດລາ ຈາກເງິນລາງວັນ ແລະ 16 ລ້ານໂດລາ ຄ່າລິຂະສິດ-ຜູ້ສະໜັບສະໜູນ.
3.ອັງເກລິກ ແຄເບີ ນັກເທັນນິສຍິງຊາວເຢຍລະມັນ ມີລາຍໄດ້ທັງໝົດ 11,8 ລ້ານໂດລາ ແບ່ງເປັນ 5,3 ລ້ານໂດລາ ຈາກເງິນລາວວັນ ແລະ 6,5 ລ້ານໂດລາ ຄ່າລິຂະສິດ-ຜູ້ສະໜັບສະໜູນ.
4.ຊິໂມນາ ຮາເລັບ ນັກເທັນນິສຊາວຣູມານີ ມີລາຍໄດ້ທັງໝົດ 10,2 ລ້ານໂດລາ ແບ່ງເປັນ 6,2 ລ້ານໂດລາຈາກເງິນລາງວັນ ແລະ 4 ລ້ານໂດລາ ຈາກຄ່າລິຂະສິດ-ຜູ້ສະໜັບສະໜູນ.
5.ສະໂລນ ສະຕີເຟນສ໌ ນັກເທັນນິສ ມີລາຍໄດ້ທັງໝົດ 9,6 ລ້ານໂດລາ ແບ່ງເປັນ 4,1 ລ້ານໂດລາຈາກເງິນລາງວັນ ແລະ 5,5 ລ້ານໂດລາ ຈາກຄ່າລິຂະສິດ-ຜູ້ສະໜັບສະໜູນ.