ສ.ເກົາຫຼີພິກວິກິດເປັນໂອກາດຕັ້ງເປົ້າຫຼຸດການເພິ່ງພາຍີ່ປຸ່ນ

67

ທາງການສ.ເກົາຫຼີປະກາດແຜນການຈະທຸ່ມງົບປະມານຈໍານວນ7,8ພັນຕື້ວອນດ້ວຍການສຶກສາຄ້າຄົ້ນຄວ້າ ແລະ ພັດທະນາກ່ຽວກັບວັດຖຸອຸປະກອນພາຍໃນປະເທດໃນໄລຍະ7ປີຕໍ່ໜ້າເພື່ອຫວັງຫຼຸດການເພິ່ງພາການນໍາເຂົ້າຈາກຍີີ່ປຸ່ນ.

ສ.ເກົາຫຼີປະກາດແຜນການທຸ່ມງົບປະມານດັ່ງກ່າວຈາກເມື່ອທ້າຍອາທິດທີ່ຜ່ານມາຍີ່ປຸ່ນຕັດຊື່ສ.ເກົາຫຼີອອກຈາກລາຍຊື່ປະເທດຄູ່ຄ້າທີ່ໄວ້ວາງໃຈເຮັດໃຫ້ສະຖານະການເຄັ່ງຕຶງຫຼາຍຂຶ້ນ.

ໂດຍກ່ອນໜ້ານີ້,ຍີ່ປຸນເຂັ້ມງວດໃນການຄວບຄຸມການສົ່ງອອກວັດຖຸອຸປະກອນທີ່ໃຊ້ສໍາລັບການຜະລິດຊິບສິນຄ້າສົ່ງອອກສໍາຄັນຂອງສ.ເກົາຫຼີເມື່ອເດືອນ ກໍລະກົດທີ່ຜ່ານມາ,ຍີ່ປຸ່ນອ້າງເຫດຜົນດ້ານຄວາມໝັ້ນຄົງໃນການຄວບຄຸມການສົ່ງອອກມາສ.ເກົາຫຼີ.

ຂະນະທີ່ຍີ່ປຸ່ນກໍພຸ່ງເປົ້າໄປທີ່ການສູນເສຍຄວາມໄວ້ເນື້ອເຊື່ອໃຈຫຼັງຈາກສານສ.ເກົາຫຼີມີຄໍາສັ່ງໃຫ້ບໍລິສັດຍີ່ປຸ່ນຈ່າຍເງິນຊົດໃຊ້ບັນດາເຫຍື່ອທີ່ຖືກບັງຄັບໃຊ້ແຮງງານສະໄໝສົງຄາມໂລກຄັ້ງທີ2.

ທ່ານ ຊອງ ຢຸນໂມ ລັດຖະມົນຕີວ່າການກະຊວງສ.ເກົາຫຼີກ່າວວ່າ:ສ.ເກົາຫຼີຕ້ອງການພິກວິກິດເປັນໂອກາດສໍາລັບອຸດສາຫະກໍາການຜະລິດວັດຖຸອຸປະກອນສໍາລັບການຜະລິດຊິບ,ແບດເຕີຣີ,ລົດ ແລະ ຜະລິດຕະພັນຕ່າງໆ.