ນາຍົກ ລົງພົບປະປະຊາຊົນເມືອງຫາດຊາຍຟອງ ເນັ້ນໃຫ້ເອົາໃຈໃສ່ເຮັດກະສິກຳປອດສານພິດ

37

ທ່ານນາຍົກ ໄດ້ລົງພົບປະຊາວກະສິກອນປູກຜັກຢູ່ເມືອງຫາດຊາຍຟອງ ໂດຍເນັ້ນໃຫ້ເອົາໃຈໃສ່ຜະລິດກະສິກຳປອດສານພິດຢ່າງແທ້ຈິງ ພ້ອມໃຫ້ສືບຕໍ່ຮັກສາມູນເຊື້ອຊາວກະສິກອນປູກ  ຝັງ – ລ້ຽງສັດເປັນສິນຄ້າ ເພື່ອປ້ອນເຂົ້າຕະຫຼາດນະຄອນຫຼວງວຽງຈັນ.

ເມື່ອວັນທີ 5 ສິງຫາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວພົບປະໂອ້ລົມປະຊາຊົນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານເຈົ້າເມືອງ ແລະ ປະຊາຊົນເມືອງຫາດຊາຍຟອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ປະຊາຊົນເມືອງຫາດຊາຍຟອງ  ໃນໂອກາດລົງເຄື່ອນໄຫວເຮັດວຽກໃນເມືອງດັ່ງກ່າວ ວ່າ: ເມືອງຫາດຊາຍຟອງ ເປັນເມືອງທີ່ມູນເຊື້ອອັນດຸໝັ່ນຂະຫຍັນພຽນມາແຕ່ຍາວນານ, ແຕ່ມາຮອດປັດຈຸບັນການປູກພືດຜັກໃນແຕ່ລະເຂດເລີ່ມມີການນໍາໃຊ້ສານເຄມີເກີດຂຶ້ນຢ່າງຫຼວງຫຼາຍ. ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ຊາວກະສິກອນຫັນມາປູກແບບປອດສານພິດ ເນື່ອງຈາກວ່າຄົນໃນສັງຄົມກໍເລີ່ມຫັນມາບໍລິໂພກຜັກປອດສານພິດຫຼາຍຂຶ້ນ, ຄວາມຕ້ອງການໃນຕະຫຼາດກໍສູງຂຶ້ນເຊັ່ນດຽວກັນ. ພ້ອມນີ້, ມັນຍັງເປັນການຫຼຸດຜ່ອນການນໍາເຂົ້າ ໂດຍນໍາໃຊ້ສິ່ງທີ່ເຮົາມີຢູ່, ສິ່ງໃດທີ່ບໍ່ມີຈຶ່ງນໍາເຂົ້າ. ນອກຈາກນີ້, ພະຍາດໄຂ້ຍຸງລາຍ ແລະ ພະຍາດອະຫິວາໝູອາຟຣິກາ ກໍຢາກໃຫ້ປະຊາຊົນເອົາໃຈໃສ່ຕິດຕາມ ແລະ ປະຕິບັດຕາມຄໍາແນະນໍາຂອງວິຊາການກ່ຽວຂ້ອງຢ່າງເຂັ້ມງວດ ເພື່ອຫຼີກເວັ້ນການສູນເສຍທີ່ຈະເກີດຂຶ້ນ.

ຂະນະດຽວກັນ ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຂອງເມືອງຫາດຊາຍຟອງ ຕໍ່ທ່ານນາຍົກລັດຖະມົນຕີ ວ່າ: ເມືອງຫາດຊາຍຟອງ ມີປະຊາກອນທັງໝົດ 100.204. ໃນນັ້ນ, ປະກອບອາຊີບປູກຝັງ – ລ້ຽງສັດ ກວມ 70%, ສ່ວນອີກ 30% ແມ່ນປະກອບອາຊີບຄ້າຂາຍ, ກໍາມະກອນ, ພະນັກງານລັດ ແລະ ເອກະຊົນ. ພ້ອມດຽວກັນ, ມີເນື້ອທີ່ນາປີຈໍານວນ 6.080 ເຮັກຕາ, ເນື້ອທີ່ນາແຊງ 4.010 ເຮັກຕາ, ເນື້ອທີ່ປູກພືດຜັກລະດູແລ້ງ 2.110 ເຮັກຕາ, ລະດູຝົນ 1.163 ນອກຈາກນີ້, ກໍມີກຸ່ມຜະລິດພືດຜັກອິນຊີຈໍານວນ 2 ກຸ່ມ, ກຸ່ມຜະລິດຜັກສະອາດ 3 ກຸ່ມ, ມີລະບົບຊົນລະປະທານ 16 ແຫ່ງ.

ນອກຈາກນີ້, ໃນປີຜ່ານມາສາມາດເກັບລາຍຮັບເຂົ້າເມືອງໄດ້ທັງໝົດ 18,9 ຕື້ກວ່າກີບ ເທົ່າກັບ 95,77% ຂອງແຜນການ       ( ແຜນການ 19,8 ຕື້ກວ່າກີບ ), ສະເພາະປີນີ້ໃນ 6 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ແລ້ວ 11,7 ຕື້ກວ່າກີບ ເທົ່າກັບ 56,73% ຂອງແຜນການ ( ແຜນການ 20,7 ຕື້ກວ່າກີບ ). ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາການລະບາດຂອງພະຍາດໄຂ້ຍຸງລາຍແມ່ນແຜ່ລາມຫຼາຍ ສະເພາະເມືອງຫາດຊາຍຟອງ ມີຜູ້ຕິດເຊື້ອທັງໝົດ 399 ຄົນ ເສຍຊີວິດ 1 ຄົນ ເຊິ່ງຈຸດທີ່ລະບາດຫຼາຍ ກວ່າໝູ່ແມ່ນບ້ານດົງຄໍາຊ້າງ ມີຈໍານວນ 93 ຄົນ.

ພ້ອມດຽວກັນນັ້ນ, ທ່ານນາຍົກ ຍັງໄດ້ລົງຢ້ຽມຢາມກຸ່ມຜະລິດກະສິກຳອິນຊີບ້ານຫາດກັນຊາ ເມືອງຫາດຊາຍຟອງ ນຳອີກ.

( ຂ່າວ: ເອຢິບ ; ຮູບ:ວິລະສັກ )