ອັດຕະປື ເລີ່ມນຳໃຊ້ກ້ອງຈັບຄວາມໄວລົດ ຫວັງຊ່ວຍຫຼຸດຜ່ອນອຸບັດເຫດ

90

ເພື່ອເປັນການຫຼຸດຜ່ອນອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ ໃຫ້ນັບມື້ນັບຫຼຸດລົງເທື່ອລະກ້າວ  ທັງເປັນປົກປ້ອງສັງຄົມຜູ້ນຳໃຊ້ລົດ-ໃຊ້ຖະໜົນມີສະຕິໃນການຂັບຂີ່ ຫຼີກລ່ຽງຜົນເສຍຫາຍແກ່ຊັບສິນຂອງສ່ວນລວມ, ບຸກຄົນລວມເຖິງຊີວິດອີນຊີຂອງຜູ້ໃຊ້ລົດ ຖ້າຫາກມີການກວດກາຈັບຄວາມໄວ ແລະ ການບັງຄັບໃຊ້ກົດໝາຍທີ່ຖືກຕ້ອງ, ສັງຄົມປະຕິບັດກົດລະບຽບຈະລາຈອນເຂັ້ມງວດກວ່າເກົ່າ ຈະສາມາດຫຼຸດຜ່ອນບັນຫາອຸບັດເຫດລົງໄດ້ບໍ່ຫຼາຍກໍ່ນ້ອຍ.

 

 

ສະເພາະແຂວງ ອັດຕະປື ໃນປີຜ່ານມາການເກີດອຸບັດເຫດທາງທ້ອງຖະໜົນ ຖືເປັນປະກົດການຫຍໍ້ທໍ້ໜຶ່ງ ຕົ້ນເຫດກໍ່ມາຈາກການນໍາໃຊ້ຄວາມໄວຂອງຍານພາຫານະຢູ່ໃນທົ່ວແຂວງ ຍັງກວມເອົາອັດຕາສູງ ສ່ວນຫຼາຍແມ່ນບັນດາຜູ້ນຳໃຊ້ລົດ, ໃຊ້ຖະໜົນຖືເບົາ, ຂາດສະຕິບໍ່ເຄົາລົບປະຕິບັດກົດລະບຽບຂອງຈະລາຈອນເຮັດໃຫ້ອຸບັດເຫດເກີດຂຶ້ນຢ່າງຕໍ່ເນື່ອງຢູ່ໃນແຕ່ລະປີ.

 

 

ຍ້ອນເຫັນຄວາມສໍາຄັນດັ່ງກ່າວ ປັດຈຸບັນ ຕໍາຫຼວດຈະລາຈອນ ແຂວງ ອັດຕະປື ໄດ້ເລີ່ມຈັດຕັ້ງຈຸດກວດກາຢູ່ 3 ຈຸດ ເພື່ອຈັບຄວາມໄວຂອງລົດ ໂດຍນໍາໃຊ້ກ້ອງຈັບຄວາມໄວ ແລະ ໃນຫວ່າງບໍ່ດົນມານີ້ ກອງບັນຊາການ ປກສ ແຂວງ ອັດຕະປື ໄດ້ອອກແຈ້ງການເຖິງ ບັນດາພະແນກການ, ຂະແໜງການທຽບເທົ່າ, ບັນດາເມືອງ, ອົງການຈັດຕັ້ງຕ່າງໆ, ບັນດາບຸກຄົນ, ນິຕິບຸກຄົນ, ພະນັກງານທະຫານຕຳຫຼວດ ແລະ ພໍ່ແມ່ປະຊາຊົນໃນທົ່ວແຂວງໄດ້ຮັບຊາບແລ້ວ.

 

 

ດັ່ງນັ້ນ, ຈິ່ງໄດ້ເລີ່ມຈັດຕັ້ງປະຕິບັດລະບົບການຕິດຕັ້ງຈັບຄວາມໄວຢູ່ 3 ຈຸດໃນເມືອງ ສາມັກຄີໄຊ ຄື: 1) ເສັ້ນທາງຖະໜົນຫຼວງ 1 (I) ເລີ່ມແຕ່ຫຼັກກິໂລແມັດທີ 9 ເຂດບ້ານກະຍື ຫາປ້ອມຕຳຫຼວດຫຼັກ 7 ເປັນຈຸດກວດກາ; 2) ເສັ້ນທາງຖະໜົນຫຼວງ 18 B ເລີ່ມແຕ່ຫຼັກກິໂລແມັດທີ 4 ເຂດນາພອກ ຫາປ້ອມຕຳຫຼວດຈະລາຈອນນາພອກເປັນຈຸດກວດກາ; 3) ຈຸດກວດກາຈັບຄວາມໄວຂາອອກມີ 1 ຈຸດ ຄື: ເສັ້ນທາງຖະໜົນ 18 B ເລີ່ມແຕ່ຫຼັກກິໂລແມັດທີ 5 ເຂດຂົວພອກ ຫາເຂດບ້ານຄັນໝາກກ່ອງ ເມືອງ ໄຊເສດຖາ ເປັນບ່ອນຈຸດກວດກາ.