ຮອງນາຍົກ ຊີ້ນຳ ລລບສ ຊອກທຸກທ່າແຮງສ້າງຄວາມເຂັ້ມແຂງໃຫ້ທຸລະກິດ

118

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ( ລລບສ ) ໃນວັນສຸກທີ 2 ສິງຫາ 2019, ໂອກາດດັ່ງກ່າວ ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ໃນການສູ້ຊົນໃຫ້ບັນລຸຕົວເລກຄາດໝາຍ ຄຽງຄູ່ກັບຄົ້ນຫາທຸກທ່າແຮງບົ່ມຊ້ອນເພື່ອສ້າງຄວາມເຂັ້ມແຂງໃຫ້ທຸລະກິດ.

ທ່ານ ສຸລິຍາ ມະນີວົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໄດ້ລາຍງານໂດຍສັງເຂບໃຫ້ຊາບວ່າ: ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນສ້າງຕັ້ງຂຶ້ນໃນວັນທີ 1 ເມສາ 2008 ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ, ສຳນັກງານໃຫຍ່ຕັ້ງຢູ່ບ້ານທ່ານາແລ້ງ ເມືອງຫາດຊາດຟອງ ນະຄອນຫຼວຽງຈັນ; ປະກອບມີ 3 ສາຂາ ຄື: ສາຂາແຂວງບໍ່ແກ້ວ ປະຈໍາດ່ານສາກົນຂົວມິດຕະພາບ ລາວ – ໄທ ແຫ່ງທີ 4, ສາຂາແຂວງຄຳມ່ວນ ປະຈໍາດ່ານສາກົນຂົວມິດຕະພາບ ລາວ – ໄທ ແຫ່ງທີ 3, ສາຂາແຂວງຈຳປາສັກ ປະຈໍາດ່ານສາກົນວັງເຕົ່າ; ມີ 3 ໜ່ວຍບໍລິການ ຄື: ໜ່ວຍບໍລິການນາເພົ້າ ປະຈໍາດ່ານສາກົນນາເພົ້າຊາຍແດນ ລາວ – ຫວຽດນາມ, ໜ່ວຍບໍລິການປາກຊັນ ປະຈໍາດ່ານສາກົນປາກຊັນຊາຍແດນ ລາວ – ໄທ, ໜ່ວຍບໍລິການລານຕູ້ຄອນເທນເນີ cy ແລະ ມີ 2 ບໍລິສັດຮ່ວມທຶນ ຄື: ລັດວິສາຫະກິດ ລາວບໍລິການທ່າເຮືອຫວຸງອ່າງ ສສ ຫວຽດນາມ, ບໍລິສັດ ລາວສາກົນໄອຊີດີ ຈຳກັດ ປະຈໍາດ່ານພາສີສາກົນ ບໍ່ເຕັນ – ບໍ່ຫານ ຊາຍແດນ ລາວ – ຈີນ.

ການດໍາເນີນທຸລະກິດບໍລິການຮັບຝາກສິນຄ້າເຄື່ອງຂອງ, ພາຫະນະທຸກປະເພດ, ມີສາງປິດ – ສາງຮົ່ມ, ສາງກາງແຈ້ງໃຫ້ເຊົ່າ, ບໍລິການຕິດຊັ່ງນໍ້າໜັກ, ຍົກຍໍ – ຄ່ຽນຖ່າຍສິນຄ້າດ້ວຍກົນຈັກໜັກທີ່ທັນສະໄໝ ແລະ ແຮງງານ, ສາງເກັບມ້ຽນຕູ້ຄອນເທັນເນີ, ພິມໃບແຈ້ງພາສີເອເລັກໂຕຣນິກ ( ASYCUDA ) ແລ່ນເອກະສານສິນຄ້ານໍາເຂົ້າ – ສົ່ງອອກ, ນຳເຂົ້າເພື່ອສົ່ງ     ອອກ ແລະ ຜ່ານແດນ( CUSTOMS CLEARANCE ), ຈັດສົ່ງ – ຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດ, ບໍລິການໃຫ້ຄໍາປຶກສາດ້ານເອກະສານ, ນໍາເຂົ້າເພື່ອສົ່ງອອກສິນຄ້າຜ່ານແດນ ແລະ ອື່ນໆ.

ສ່ວນຜົນປະກອບການໃນການດໍາເນີນທຸລະກິດຂອງ ລລບສ ມາຮອດທ້າຍເດືອນມິຖຸນາ 2019 ສາມາດສ້າງລາຍຮັບໄດ້ທັງໝົດ 23 ຕື້ກວ່າກີບ ເທົ່າກັບ 45,16% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 103,35%, ດ້ານລາຍຈ່າຍ 15,3 ຕື້ກວ່າກີບ ເທົ່າກັບ 43,24% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ108,68% ແລະ ມີກໍາໄລ 7,74 ຕື້ກີບ ເທົ່າກັບ 49,53% ຂອງແຜນການປີ 2019, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 94,20%.

ຕະຫຼອດໄລຍະເວລາຜ່ານມາ ການດໍາເນີນທຸລະກິດ ລລບສ ຄະນະອໍານວຍການສຸມສະຕິປັນຍາ, ນໍາໃຊ້ທ່າແຮງພາຍໃນ, ປະສານສົມທົບກັບການຍາດແຍ່ງບົດຮຽນ, ປະສົບການຈາກພາຍໃນ, ພ້ອມກັນຈັດຕັ້ງຜັນຂະຫຍາຍຕາມອຸດົມການ, ຍຸດທະສາດ, ເປົ້າໝາຍທີ່ ລລບສ ໄດ້ກຳນົດໄວ້ໃຫ້ຕິດພັນກັບແນວທາງນະໂຍບາຍທີ່ພັກ – ລັດຖະບານວາງອອກ.

ຄຽງຄູ່ກັນນີ້, ຍັງໄດ້ພັດທະນາລະບົບຂໍ້ມູນໃນການເຊື່ອມຕໍ່ລະບົບໂປຣແກຣມຄຸ້ມຄອງສາງ ລະຫວ່າງດ່ານພາສີສາກົນຂົວມິດຕະພາບ I, ບັນດາສາຂາ, ໜ່ວຍບໍລິການ ໃຫ້ມີຂໍ້ມູນໄດ້ມາດຕະຖານທີ່ສາມາດເຊື່ອມຕໍ່ໃສ່ລະບົບການບໍລິການປ່ອງດຽວປະຕູດຽວ ແລະ ການດຳເນີນທຸລະກິດນັບມື້ເຕີບໃຫຍ່ຂຶ້ນເລື້ອຍໆ ດັ່ງຄໍາຂວັນທີ່ ລລບສ ໄດ້ຢຶດໝັ້ນໃນການບໍລິການພາຍໃຕ້ຄໍາຂວັນ “ ສະດວກ, ປອດໄພ, ວ່ອງໄວ, ທັນສະໄໝ ແລະ ໄດ້ມາດຕະຖານ ”.

ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນ ແລະ ໃຫ້ກຽດໂອ້ລົມ, ກ່ອນອື່ນທ່ານຮອງນາຍົກ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຄະນະ ລລບສ ທີ່ໄດ້ເອົາໃຈໃສ່ປັບປຸງຂອດການບໍລິການ ເພື່ອໃຫ້ຖ່ວງທັບກັບເວລາ, ປະສານສົມກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະກັບຂະແໜງພາສີ ເພື່ອອໍານວຍຄວາມສະດວກໃຫ້ຜູ້ທີ່ມາໃຊ້ບໍລິການ, ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານກຳມະກອນ, ຍົກສູງຄວາມຮູ້ – ຄວາມສາມາດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ສືບຕໍ່ຄົ້ນຄວ້າປັບປຸງລະບຽບການເງິນ – ການບັນຊີ, ສືບຕໍ່ຄົ້ນຄວ້າສຶກສາຄວາມເປັນໄປໄດ້ໃນການເຂົ້າຮ່ວມກິດຈະກໍາກັບຫົວໜ່ວຍທຸລະກິດອື່ນໆທີ່ມີເງື່ອນໄຂ.

ນອກນີ້, ທ່ານ ສົມດີ ດວງດີ ໄດ້ເນັ້ນໃຫ້ຄະນະ ລລບສ ເອົາໃຈໃສ່ສູ້ຊົນປະຕິບັດຕົວເລກຄາດໝາຍ, ສ້າງຜະລິດຕະພັນດ້ານການບໍລິການຕົ້ນຕໍຂອງວິສາຫະກິດໃຫ້ບັນລຸຕາມແຜນການ, ເອົາໃຈໃສ່ການປະຢັດມັດທະຍັດ, ສືບຕໍ່ຈັດຕັ້ງປະຕິບັດແຜນການດຳເນີນທຸລະກິດ, ເລັ່ງພັດທະນາຂະຫຍາຍກິດຈະການຕາມແຜນການ, ສືບຕໍ່ປະສານສົມທົບກັບຂະແໜງການກ່ຽວຂ້ອງພາກລັດ ແລະ ເອກະຊົນ ເພື່ອເຮັດໃຫ້ການດຳເນີນທຸລະກິດມີຄວາມເຂັ້ມແຂງ, ປັບປຸງຄືນລາຄາການບໍລິການໃຫ້ແທດເໝາະກັບສະພາບການໃນປັດຈຸບັນ ເພື່ອເປັນການດຶງດູດໃຫ້ຜູ້ປະກອບການມາໃຊ້ບໍລິການນັບມື້ຫຼາຍຂຶ້ນ ແລະ ບັນຫາອື່ນໆທີ່ຕິດພັນກັບການດຳເນີນທຸລະກິດຂອງ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ.

( ຂ່າວ:  ກະຊວງການເງິນ )