ງານໜັກ! ຢູ12 ລ໋ອບ ສະເຕດຽມ ຮ່ວມສາຍເຈົ້າພາບ 3 ທີມ ບານເຕະທີ່ໄທ ຮ່ວມສົ່ງແຮງໃຈໃຫ້ເຍົາວະຊົນລາວ

108

ໃນຕອນຄໍ່າຂອງວັນທີ່ 2 ສິງຫາ 2019 ທີ່ Alpine golf resort ໄດ້ມີພິທີຈັບສະຫຼາກການແຂ່ງຂັນລາຍການນາໆຊາດທີ່ປະເທດໄທ ລາຍການ THAICOM FOOTBALL JUNIOR U-12 ລະຫວ່າງວັນທີ 1-5 ສິງຫາ 2019 ທີ່ຈະຈັດການແຂ່ງຂັນທີ່ ສະໜາມບານເຕະ ໃນສະໜາມກ໊ອຟ Alpine golf resort ທີ່ແຂວງຊຽງໃໝ່ ປະເທດໄທ.

ຕາຕະລາງການແຂ່ງຂັນ

ການແຂ່ງຂັນຄັ້ງນີ້ມີ 6 ທີມ ຈາກ 3 ປະເທດເຂົ້າຮ່ວມແບ່ງເປັນ ຈາກໄທ ເຈົ້າພາບ 5 ທີມ, ລາວ 1 ທີມ, ມາເລເຊຍ 1 ທີມ ແລະ ຈີນ 1 ທີມ ຈະເປີດສາກການແຂ່ງຂັນຢ່າງເປັນທາງການໃນວັນທີ 3 ກໍລະກົດນີ້.

ຜ່ານການຈັບສະຫຼາກແບ່ງສາຍ ປາກົດວ່າ: ລ໋ອບ ສະເຕດ້ຽມ ຕົວແທນຈາກ ສປປ ລາວ ຖືກຈັບຢູ່ກຸ່ມ A ຮ່ວມກັບ 3 ທີມຈາກປະເທດໄທ ໄດ້ແກ່ Coach noi Academy, Vachiralai Bee School ແລະ SC.academy, ສ່ວນ ກຸ່ມ B ປະກອບມີ Lamphun FC ຈາກໄທ, South China ຈາກຮົງກົງ, Mahajak FC ຈາກໄທ ແລະ Goodwood FC ຈາກມາເລເຊຍ.

ສ່ວນຮູບແບບການແຂ່ງຂັນແມ່ນຈະແຂ່ງຂັນແບບພົບກັນໝົດໃນແຕ່ລະກຸ່ມ ເພື່ອຄັດເອົາອັນດັບ 1 ແລະ 2 ເຂົ້າຫຼິ້ນໃນດິວິຊັນ 1 ເພື່ອລຸ້ນຂັນແຊັມດິວິຊັນ 1, ສ່ວນທີມທີໄດ້ອັນດັບ 3 ແລະ 4 ແມ່ນຈະໄດ້ໄປຫຼິ້ນໃນດິວິຊັນ 2 ເພື່ອລຸ້ນຂັນແຊັມດິວິຊັນ 2 ຕາມຮູບແບບການຈັດການແຂ່ງຂັນຂອງລາຍການດັ່ງກ່າວ ເພື່ອໃຫ້ນັກເຕະໄດ້ມີການແຂ່ງຂັນຢ່າງທົ່ວເຖິງ.

ຄູຝຶກໂອລົມນັກກີລາ ເຍົາວະຊົນລາວ