ອັດຕະປື ສຳເລັດ 30 ກວ່າໂຄງການກໍ່ສ້າງ ຢືນຢັນທຸກໂຄງການມີຄວາມໂປ່ງໃສ

76

ປີນີ້ອັດຕະປືມີໂຄງການລົງທຶນຂອງລັດທັງໝົດ 150 ໂຄງການ ທີ່ສະພາຮັບຮອງ ມູນຄ່າ 700 ກວ່າຕື້ກີບ ມາຮອດປັດຈຸບັນສຳເລັດແລ້ວ 30 ກວ່າໂຄງການ ມູນຄ່າ 200 ກວ່າຕື້ກີບ. ດ້ານສັງຄົມຍັງຂ້ອງໃຈຫຼາຍໂຄງການມີການທຸດຈະລິດເກີດຂຶ້ນ ຂະນະທີ່ຫົວໜ້າພະແນກແຜນການ ແລະ ການລົງທຶນຢືນຢັນວ່າທຸກໂຄງການມີຄວາມໂປ່ງໃສ ຖືກຕ້ອງຕາມສັນຍາ.

ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ອັດຕະປື ໄດ້ໃຫ້ສຳພາດກັບນັກຂ່າວທ້ອງຖິ່ນເມື່ອບໍ່ດົນມານີ້ ວ່າ: ການຄຸ້ມຄອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໂດຍມີການລົງທຶນຂອງລັດ, ການລົງທຶນຂອງພາກເອກະຊົນທັງໝົດພາຍໃນ ແລະ ຕ່າງປະເທດ ເພື່ອການພັດທະນາຕາມແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກນັ້ນ ມາຮອດໃນປີ 2019 ນີ້ ທົ່ວແຂວງມີໂຄງການລົງທຶນທີ່ສະພາຮັບຮອງທັງໝົດ 150 ໂຄງການ ມີມູນຄ່າ 727,14 ຕື້ກີບ. ໃນນັ້ນ, ເມືອງຄຸ້ມຄອງ 49 ໂຄງການ ມູນຄ່າ 117,51 ຕື້ກີບ ແລະ ໄດ້ແບ່ງອອກເປັນ 4 ບ້ວງ ປະກອບດ້ວຍດັ່ງນີ້: ບ້ວງປົກກະຕິ 109 ໂຄງການ ມີມູນຄ່າ 648,27 ຕື້ກີບ; ບ້ວງຈັດສັນພູມລໍາເນົາ ແລະ ບ່ອນທຳມາຫາກິນແບບຖາວອນ ມີທັງໝົດ 4 ໂຄງການ ມູນຄ່າ 18,94 ຕື້ກີບ; ບ້ວງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ມີທັງໝົດ 7 ໂຄງການ ມູນຄ່າ 27,03 ຕື້ກີບ ແລະ ບ້ວງຟື້ນຟູໄພພິບັດ ມີທັງໝົດ 30 ໂຄງການ ມູນຄ່າ 22,90 ຕື້ກີບ.

ທ່ານ ສຸລິຈັນ ພອນແກ້ວ ກ່າວຕື່ມອີກວ່າ: ໂຄງການທີ່ກໍ່ສ້າງສຳເລັດ ແລະ ສິ້ນສຸດຕາມສັນຍາໃນປີ 2019 ມີຈຳນວນ 32 ໂຄງການ ເຊິ່ງໄດ້ສຳເລັດຕາມແຜນແລ້ວ 100% ມີມູນຄ່າທັງໝົດ 200,9 ຕື້ກີບ, ຊຳລະແລ້ວ 126,95 ຕື້ກີບ, ຍັງຄ້າງ 73,03 ຕື້ກີບ ໃນບັນດາໂຄງການກໍ່ສ້າງຂອງລັດທີ່ສື່ອອນລາຍ ແລະ ສັງຄົມທົ່ວໄປ ເກີດມີ ຄວາມສົນໃຈໄປວ່າ ຜູ້ປະຕິບັດໜ້າທີ່ສວຍໃຊ້ອຳນາດໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ ສ້າງຜົນເສຍຫາຍຕໍ່ປະເທດຊາດຢ່າງຫຼວງຫຼາຍນັ້ນ ເຊັ່ນ: ໂຄງການສ້ອມແປງອາຄານສະພາ, ໂຄງການກໍ່ສ້າງຫໍຫຼັກເມືອງ, ໂຄງການກໍ່ສ້າງໂຮງໝໍເມືອງໄຊເສດຖາ ແລະ ໂຄງການກໍ່ສ້າງຕ່າງໆ ຕໍ່ບັນຫາດັ່ງກ່າວຫົວໜ້າພະແນກແຜນການ ແລະ ການລົງທຶນ ຢືນຢັນວ່າ: ບໍ່ມີມູນ ຄວາມຈິງແຕ່ປະການໃດ, ໃນບັນດາໂຄງການລົງທຶນຂອງລັດທີ່ວ່ານັ້ນ ຜ່ານມາແມ່ນໄດ້ມີການກວດກາຄວາມຖືກຕ້ອງໃນແຕ່ລະໜ້າວຽກ ໂດຍເຈົ້າຂອງໂຄງການໄດ້ສົ່ງບົດສະຫຼຸບໜ້າວຽກພ້ອມກັບສັນຍາມາຜ່ານພະແນກແຜນການ ແລະ ການລົງທຶນ ກວດກາຄວາມຖືກຕ້ອງຢ່າງລະອຽດເປັນປົກກະຕິ.  ທ່ານຍັງຮຽກຮ້ອງມາຍັງສັງຄົມ ແລະ ສື່ສັງຄົມອອນລາຍທີ່ໃຊ້ນາມແອບແຝງຕ່າງໆເລົ່ານັ້ນ ຈົ່ງໃຫ້ເຜີຍແຜ່ໃນສິ່ງທີ່ຖືກຕ້ອງກັບສະພາບຄວາມເປັນຈິງ ເພື່ອໃຫ້ສັງຄົມມີຄວາມເຊື່ອໝັ້ນ ແລະ ຫຼີກລຽງ ຄວາມເສຍຫາຍທີ່ອາດຈະຕາມມາ, ຂໍໃຫ້ພິຈາລະນາກ່ອນລົງຂ່າວໃນສື່ສັງຄົມອອນລາຍຕ່າງໆ ຖ້າມີບັນຫາໃດບໍ່ເຂົ້າໃຈໃນບາງຢ່າງ ຂໍໃຫ້ປະສານເຖິງພາກສ່ວນກ່ຽວຂ້ອງ ແລະ ພ້ອມກັນແກ້ໄຂບັນຫາຂ້ອງໃຈເຫຼົ່ານັ້ນ ເຜີຍແຜ່ໃຫ້ເປັນຜົນປະໂຫຍດແກ່ສັງຄົມ.

( ໂດຍ: ມາລາທິບ )