ຢູນິເທວ ຄົບຮອບ 10 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ

128

ປີ 2019 ເປັນປີທີ່ຢູນິເທວ ຄົບຮອບ 10 ປີ ໄລຍະເວລາທີ່ສະແດງໃຫ້ເຫັນຫຼາຍສິ່ງຫຼາຍຢ່າງທີ່ເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະນັບຈາກວັນທີ 16/10/2009 – 16/10/2019.

ບໍລິສັດ ສະຕາໂທລະຄົມ ( ຢູນິເທວ ) ໄດ້ສຸມໃສ່ການລົງທຶນຂະຫຍາຍໂຄງລ່າງພື້ນຖານໃຫ້ຮັບປະກັນດ້ານການນໍາໃຊ້ ໂດຍສະເພາະແມ່ນເຄືອຂ່າຍມືຖື ແລະ ສາມາດສະໜອງການບໍລິການໃຫ້ໄດ້ໃນຂອບເຂດທົ່ວປະເທດ ແລະ ສາມາດເວົ້າໄດ້ວ່າ ເຄືອຂ່າຍຂອງຢູນິເທວແມ່ນເຄືອຂ່າຍທີ່ໃຫຍ່ ແລະ ກວ້າງຂວາງທີ່ສຸດມີສູນມືຖື 2G/3G/4G/4,5G ຫຼາຍກວ່າ 8.000 ແຫ່ງ ສາມາດສະໜອງບໍລິການມືຖືໃຫ້ລູກຄ້າຫຼາຍກວ່າ 3,3 ລ້ານຄົນ ທີ່ນໍາໃຊ້ບໍລິການສ່ວນແບ່ງຕະຫຼາດມືຖື ກວມ 56%.

ຢູນິເທວ ໄດ້ປະກອບສ່ວນເຮັດໃຫ້ຂະແໜງການດ້ານຂົງເຂດໂທລະຄົມມະນາຄົມລາວ ມີການຫັນປ່ຽນໄປໃນທິດທາງທີ່ດີ. ຈໍານວນປະຊາຊົນເຂົ້າເຖິງມືຖືເພີ່ມຂຶ້ນ 6 ເທື່ອ ພຽງໄລຍະເວລາບໍ່ເທົ່າໃດປີຈາກ 18% ເພີ່ມຂຶ້ນເປັນ 100%, ເປັນເຄືອຂ່າຍທີ່ສະໜອງບໍລິການທີ່ມີຄຸນນະພາບດີທີ່ສຸດ ແລະ ມີຂອບເຂດສົ່ງສັນຍານມືຖືຄວບຄຸມທຸກພື້ນທີ່ທົ່ວປະເທດ ໂດຍສະເພາະແມ່ນຕ່າງແຂວງເຂດຫ່າງໄກສອກຫຼີກໄດ້ນໍາໃຊ້ການສື່ສານໂທລະຄົມມະນາຄົມຢ່າງມີຄຸນນະພາບ ແລະ ພັດທະນາຄວາມຮູ້ – ຄວາມສາມາດດ້ານການສຶກສາໃຫ້ນັບມື້ຂະຫຍາຍຕົວ.

ຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ຍົກສູງວຽກງານຊ່ວຍເຫຼືອສັງຄົມ ເປັນວຽກງານຫຼັກທີ່ຕ້ອງໄດ້ປະຕິບັດອີກດ້ວຍ ເຊິ່ງໄລຍະຜ່ານມາມີຫຼາຍໆໂຄງການຊ່ວຍເຫຼືອທີ່ໄດ້ປະຕິບັດແລ້ວ ໂດຍຕະຫຼອດໄລຍະ 10 ປີ ມີຫຼາຍກວ່າ 13 ລ້ານໂດລາສະຫະລັດ ເຊັ່ນ: ຊ່ວຍສະໜອງອິນເຕີເນັດໃຫ້ໂຮງຮຽນ 1.000 ແຫ່ງ ນໍາໃຊ້ໂດຍບໍ່ເສຍຄ່າ, ຊ່ວຍລັດຖະບານສ້າງແປ້ນພິມພາສາລາວສໍາລັບໂທລະສັບມືຖື ແລະ ຄອມພິວເຕີ, ຊ່ວຍສ້າງສຸກສາລາ, ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງຕ່າງໆ.

ນອກຈາກນີ້, ຢູນິເທວ ຍັງມີແຜນທີ່ຈະມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນທຸກຍາກປະມານ 148 ທຶນ ໃນທົ່ວປະເທດ ແລະ ໂຄງການອື່ນໆ.

ຕະຫຼອດໄລຍະ 10 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວມາເຖິງປີ 2019 ນີ້, ຢູນິເທວ ມີລາຍຮັບລວມທັງໝົດຄາດຄະເນວ່າຈະໄດ້ປະມານ 1,6 ຕື້ໂດລາສະຫະລັດ ແລະ ມອບພັນທະຕ່າງໆໃຫ້ລັດຖະບານຄາດຄະເນປະມານ 634 ລ້ານໂດລາສະຫະລັດ ເຊິ່ງສະແດງໃຫ້ເຫັນວ່າ ຢູນິເທວ ໄດ້ເອົາໃຈໃສ່ໃນການປະຕິບັດພັນທະຕ່າງໆເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດ ແລະ ໄດ້ຮັບການຕີລາຄາສູງຈາກພັກ – ລັດຖະບານ.

ເປົ້າໝາຍໃນອີກ 10 ປີຕໍ່ໜ້ານີ້ ຢູນິເທວ ຈະພັດທະນາໃຫ້ກາຍເປັນເຄືອຂ່າຍສື່ສານໂທລະຄົມມະນາຄົມນຳໜ້າດ້ານເຕັກໂນໂລຊີ ແລະ ຕ້ອງເປັນສ່ວນໜຶ່ງໃນການຊຸກຍູ້ວຽກງານການຄົ້ນຄວ້າ ແລະ ໝູນໃຊ້ລະບົບເຕັກໂນໂລຊີ ເພື່ອຍົກສູງຄຸນນະພາບຊີວິດ ເຊັ່ນ: ດ້ານສາທາລະນະສຸກ, ອຸດສາຫະກຳ, ພັດທະນາບໍລິການທັນສະໄໝມາສູ່ປະຊາຊົນລາວ, ເປັນເຄືອຂ່າຍສະໜອງລະບົບການເງິນເອເລັກໂຕຣນິກ, ບໍລິການດ້ານໂທລະຄົມທີ່ປະຢັດ, ສ້າງຄວາມສະດວກສະບາຍ, ຮັບໃຊ້ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການສ້າງສັນສັງຄົມທີ່ດີ. ຢູນິເທວ ຕ້ອງຮັບປະກັນໃຫ້ເປັນສັນຍະລັກແຫ່ງຄວາມສາມັກຄີທີ່ພິເສດລະ ຫວ່າງສອງຊາດ ລາວ – ຫວຽດນາມ ສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືການປະກອບສ່ວນໃນການພັດທະນາປະເທດຊາດໃຫ້ນັບມື້ຈະເລີນກ້າວໜ້າ, ນຳເອົາຊີວິດທີ່ສົດໃສມາສູ່ປະຊາຊົນລາວ.