ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52

151

ໃນ​ຕອນ​ບ່າຍຂອງວັນທີ 30 ກໍລະກົດ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການ ວ່າດ້ວຍ ເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສ່ຽງໃຕ້ (SEANWFZCommission), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມ​ຄືບໜ້າ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ປະຕິບັດ​ງານຂອງ​ສົນທິສັນຍາ​ ວ່າ​ດ້ວຍ ເຂດປອດອາວຸດນິວເຄລຍ​ໃນອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2018-2022 ​​ແລະ ຮັບ​ຊາບ​ຜົນ​ກອງ​ປະຊຸມ​ເຄືອ​ຂ່າຍ​ອົງການ​ພະລັງງານ​ປະລາ​ມະນູອາຊຽນ ຄັ້ງ​ທີ 6 (6th ASEANTOM).

ພ້ອມ​ນີ້, ໃນຕອນບ່າຍຂອງວັນດຽວກັນ ລັດຖະມົນຕີຕ່າງປະເທດເຮົາ ກັບບັນດາລັດຖະມົນຕີອາຊຽນອືື່ນໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າຄະນະ​ກໍາມາ​ທິການ​ລະຫວ່າງ​ຊາດ​ອາຊຽນ ວ່າ​ດ້ວຍ​ ສິດ​ທິມະນຸດ (AICHR), ເຊິ່ງໄດ້​ຮັບ​ຊາບ​ບົດ​ລາຍ​ງານ​ປະ​ຈໍາປີ 2019 ​ແລະ ​ຖະ​ແຫຼງການສະເຫລີມສະຫລອງຄົບຮອບ 10 ປີ ຂອງ AICHR. ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫລີມໄຊ ໄດ້ເຂົ້າຮ່ວມກອງປະຊຸມອາຫານຄ່ຳແບບເຮັດວຽກ, ເຊິ່ງໄດ້ປຶກສາຫາລື 3 ບັນຫາ: 1. ຜົນຂອງກອງປະຊຸມ G 20 ຢູ່ ເມືອງ ໂອສະະ, ຍີ່ປຸ່ນ; 2. ຜັນຂະຫຍາຍເອກະສານແນວຄວາມຄິດອາຊຽນຕໍ່ຂອບການຮ່ວມມືອິນໂດປາຊີຟິກ; ແລະ 3. ການແກ້ໄຂບັນຫາຄວາມຫຍຸ້ງຍາກ ຢູ່ ລັດຣະຄາຍ, ມຽນມາ.

ໃນຕອນເຊົ້າຂອງ​ວັນ​ທີ 31 ກໍລະກົດ 2019, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ໄດ້ນຳພາ​ຄະນະ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ຢ່າງເປັນທາງການ ແລະ ​ສືບ​ຕໍ່​ເຂົ້າ​ຮ່ວມກອງປະຊຸມລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ ​ອາ​ຊຽນແບບຄົບຄະນະ ຄັ້ງທີ 52 ແລະ ກອງ​ປະຊຸມແບບວົງແຄບ. ກອງປະຊຸມລັດຖະມົນຕີຕ່າງປະເທດຄົບຄະນະ ຄັ້ງທີ 52 ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຜ່ານມາ ໂດຍສະເພາະ ການສືບຕໍ່ສ້າງປະຊາຄົມອາຊຽນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ທີ່ ປິ່ນອ້ອມບັນດາບູລິມະສິດການເປັນປະທານອາຊຽນຂອງ ໄທ ປີ 2019​ ພາຍ​ໃຕ້​ຄຳ​ຂວັນ:“ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ” ເຊັ່ນ: ການພັດທະນາແບບຍືນຍົງ, ການ​ເຊື່ອມ​ສານ​ລະຫວ່າງ ວິ​ໄສ​ທັດ​ອາຊຽນ 2025 ​ແລະ ເປົ້າໝາຍ​ການ​ພັດທະນາ​ແບບ​ຍົນ​ຍົງ 2030 ຂອງ ສປຊ. ພ້ອມນີ້, ກອງ​ປະຊຸມຍັງ​ໄດ້​ເອກະພາບກັນຕໍ່ການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ ກອງປະຊຸມລັດຖະມົນຕີກັບຄູ່ເຈລະຈາ (PMC) ໃນວັນທີ 1-2 ສິງຫາ 2019, ກອງປະຊຸມ ສະມັດຊາ​ໃຫຍ່ ອົງການ ສປຊ ຄັ້ງ​ທີ 74​ ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ 35 ໃນເດືອນ ກັນຍາ ແລະ ເດືອນ ພະຈິກ 2019 ຕາມລຳດັບ.

ພິເສດ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ນີ້ໄດ້​ຮັບຮອງ​ເອົາ​ຖະ​ແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ ຄັ້ງ​ທີ 52; ຮັບ​ຊາບ​ບົດ​ລາຍ​ງານ​ການ​ປະ​ເມີນ​ຄວາມ​ຄືບໜ້າ​ໃນ​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ພາຍ​ໃນ​ອາຊຽນ; ແລະ ໄດ້ຮັບຮອງເອົາແຜນງານໂຄງບູລິມະສິດ ແລະ ແຜນງົບປະມານປະຈຳປີ 2020 ຂອງຄະນະກຳມະທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ຫລື ໄອຈາ (AICHR).

ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ບັນດາລັດຖະມົນຕີ ໄດ້ແລກປ່ຽນທັດສະນະນຳກັນຢ່າງກົງໄປກົງມາ ຕໍ່ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ເຊັ່ນບັນຫາແຫລມເກົາຫລີ, ທະເລຈີນໃຕ້, ບັນຫາອາຊະຍາກຳຂ້າມຊາດ, ການຕ້ານການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ສະພາບການຢູ່ຕາເວັນອອກກາງ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.

ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ໄດ້​​ຮ່ວມ​ລົງ​ນາມ​ເພື່ອ​ຮັບ​ເອົາ ​ປະເທດ ເປຣູ ເຂົ້າ​ເປັນ​ພາຄີ​ສົນ​ທິ​ສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC); ແລະ ​ເຂົ້າ​ຮ່ວມພິທີເປີດທຶນການສຶກສາຜູ້ນໍາໜຸ່ມນ້ອຍ ອາຊຽນ-ຈີນ; ແລະ ພິທິປະກາດຂໍ້ລິເລີ່ມອາຊຽນ-ອົດສະຕາລີ ກ່ຽວກັບ ການຕ້ານການຄ້າມະນຸດ.
ທີ່ມາ: ກະຊວງການຕ່າງປະເທດ