ເຄິ່ງປີ ແຂວງວຽງຈັນຕັດສິນຄະດີສຳເລັດເກືອບ 300 ເລື່ອງ

135

6 ເດືອນຕົ້ນປີ ສານປະຊາຊົນແຂວງວຽງຈັນ ໄດ້ເອົາໃສ່ໃຈປະຕິບັດການຕັດສິນຄະດີໄດ້ 276 ເລື່ອງ ໃນຈຳນວນທັງໝົດ 514 ເລື່ອງ ພ້ອມວາງຄາດໝາຍ 6 ເດືອນທີ່ເຫຼືອ ຈະສູ້ຊົນແກ້ໄຂຄະດີທຸກປະເພດທີ່ເຂົ້າມາສານປະຊານຊົນໃຫ້ໄດ້ 85% ຂຶ້ນໄປ.

 

ທ່ານ ອຸດົມ ພົມມະລິນ ປະທານສານປະຊາຊົນແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນຊຸດທີ 1 ໃນລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 1 ສິງຫາ 2019 ວ່າ: ໃນ 6 ເດືອນຕົ້ນປີ 2019 ມີຄະດີເຂົ້າມາສານປະຊາຊົນແຂວງ ແລະ ສານປະຊາຊົນເຂດທັງ 3 ເຂດຂອງແຂວງ 514 ເລື່ອງ, ໄດ້ຖືກພິຈາລະນາຕັດສິນແລ້ວ 276 ເລື່ອງ, ຍັງຄ້າງກຳລັງດຳເນີນຢູ່ 238 ເລື່ອງ. ຈຳນວນຄະດີທີ່ໄດ້ຕັດສິນແລ້ວນັ້ນມີຄູ່ຄວາມພໍໃຈເຫັນດີປະຕິບັດ 285 ເລື່ອງ ແລະ ຄູ່ຄວາມບໍ່ພໍໃຈຕໍ່ການຕັດສິນຂອງສານ 18 ເລື່ອງ.

 

 

ໄດ້ຕັດສິນຄະດີອາຍາປັບໃໝຈຳເລີຍມູນຄ່າ 2 ຕື້ກວ່າກີບ, ຮິບຊັບເຂົ້າເປັນຂອງລັດມີລົດຈັກ 19 ຄັນ, ໂທລະສັບມືຖື 57 ໜ່ວຍ, ປືນສັ້ນ 2 ກະບອກ, ເງິນກີບ 1 ລ້ານກວ່າກີບ, ເງິນບາດ 880 ບາດ, ຢາບ້າ 20 ພັນກວ່າເມັດ, ຢາໄອສ໌ 7 ຫຼອດກັບ 1 ຖົງນ້ອຍ ແລະ ຖົງຄາເຟອິນ 2 ຖົງ ເພື່ອທຳລາຍຖິ້ມ. ຄະດີແພ່ງໄດ້ພິຈາລະນາໃຫ້ຈຳເລີຍສົ່ງເງິນໃຫ້ໂຈດຈຳນວນ 20 ລ້ານກວ່າກີບ, ເງິນບາດ 1.160.000 ບາດ, ໄດ້ພິຈາລະນາຕັດສິນໃຫ້ໂຈດສົ່ງຊັບຄືນໃຫ້ຈຳເລີຍ 127 ລ້ານກວ່າກີບ, ເງິນບາດ 1.500.000 ບາດ.

 

 

ຄະດີການຄ້າໄດ້ພິຈາລະນາໄດ້ສົ່ງໃຫ້ຈຳເລີຍສົ່ງເງິນໃຫ້ໂຈດ 4 ຕື້ 971 ລ້ານກີບ, ຄະດີເດັກໄດ້ຕັດສິນປັບໃໝຈຳເລີຍເປັນເງິນ 3 ລ້ານກວ່າກີບ.

ປະທານສານປະຊາຊົນແຂວງວຽງຈັນໄດ້ກ່າວຕື່ມອີກວ່າ: ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2019 ນີ້ ຈະເອົາໃຈໃສ່ໃນການພິຈາລະນາຕັດສິນຄະດີ ແລະ ພິພາກສາຄະດີໃຫ້ວ່ອງໄວ, ຄົບຖ້ວນ, ຮອບດ້ານ, ພາວະວິໄສ, ຖືກກົດໝາຍ ແລະ ຖືກຄວາມເປັນຈິງ, ສູ້ຊົນແກ້ໄຂຄະດີທຸກປະເພດທີ່ເຂົ້າມາສານປະຊານຊົນໃຫ້ໄດ້ 85% ຂຶ້ນໄປ.