ກຳປູເຈຍ ປັບໄໝ ບໍລິສັດລັກລອບນຳເຂົ້າຂີ້ເຫຍືອຜິດກົດໝາຍ ຈາກອາເມຣິກາ-ການາດາ

48

ລັດຖະບານກຳປູເຈຍ ປັບໄໝບໍລິສັດແຫ່ງໜຶ່ງຫຼາຍກວ່າ 2 ຕື້ກີບ ແລະ ກຳນົດເວລາໃຫ້ນຳເອົາ “ຂີ້ເຫຍື້ອຜິດກົດໝາຍ” ທີ່ລັກລອບນໍາເຂົ້າຈາກສະຫະລັດ ແລະ ການາດາ ກັບຄືນປະເທດ ເພື່ອສົ່ງກັບຄືນປະເທດຕົ້ນທາງຄື ສະຫະລັດ ແລະ ການາດາ ພາຍໃນທ້າຍເດືອນສິງຫາ ນີ້ ຖ້າຝ່າຝືນຈະມີການດຳເນີນການຟ້ອງຮ້ອງຕາມກົດໝາຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມືອວັນພຸດ ທີ 31 ກໍລະກົດ ວ່າ ສໍານັກງານພາສີແຫ່ງຊາດຂອງກຳປູເຈຍ ໄດ້ອອກຖະແຫຼງການ ເມື່ອວັນອັງຄານ ເລື່ອງການປັບໄໝເງິນບໍລິສັດ “ສົງຢວນ ພລາສຕິກ ແມນູແຟັກເຈີ” ເປັນມູນຄ່າທັງໝົດ 254.000 ໂດລາ (ປະມານ 2,2 ຕື້ກີບ) ແລະ ໃຫ້ເວລາແກ່ບໍລິສັດດັ່ງກ່າວ ເຖິງວັນທີ 24 ສິງຫາ ນີ້ ເພື່ອຂົນສົ່ງຕູ້ຄອນເທນເນີທີ່ອັດແໜ້ນໄປດ້ວຍ “ຂີ້ເຫຍື້ອຜິດກົດໝາຍ” ເຊິ່ງລວມເຖິງຂີ້ເຫຍືອເປັນພິດ ປະກອບໄປດ້ວຍອຸປະກອນອີເລັກໂທຣນິກ ແລະ ຂີ້ເຫຍື້ອພລາສຕິກທີ່ບໍ່ສາມາດຣີໄຊເຄີລໄດ້ ນໍ້າໜັກລວມປະມານ 1.600 ໂຕ້ນ ຄອນເທນເນີ 83 ຕູ້ ກັບຄືນປະເທດຕົ້ນທາງຄື ສະຫະລັດ 70 ຕູ້ ແລະ ການາດາ 13 ຕູ້.

ບົດລາຍງານຂອງລັດຖະບານພະນົມເປນ ຊີ້ໃຫ້ເຫັນວ່າ ຕູ້ຄອນເທນເນີທັງໝົດທີ່ທະຍອຍລໍາລຽງເຂົ້າມາທຽບທ່າເຮືອໃນແຂວງພຣະສີຫະນຸ ຫຼື ສີຫະນຸວິລ ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ເມື່ອໄລຍະກາງເດືອນກໍລະກົດ ໂດຍມີການຍື່ນເອກະສານສະແດງ ວ່າ ເປັນ “ ຂີ້ເຫຍື້ອສາມາດຣີໄຊເຄິລໄດ້” ແຕ່ເມື່ອເຈົ້າໜ້າທີ່ກວດກາຢ່າງລະອຽດພົບວ່າ ບໍ່ແມ່ນຂີ້ເຫຍື້ອປະເພດນັ້ນທັງໝົດ ທັງນີ້ ຖ້າບໍລິສັດສົງຢວນ ພລາສຕິກ ແມນູແຟັກເຈີ ບໍ່ປະຕິບັດຕາມຄຳສັ່ງ ບໍ່ວ່າຈະໃນກໍລະນີໃດກໍ່ຕາມ ທາງການກຳປູເຈຍ ຢືນຢັນວ່າ ຈະຟ້ອງຮ້ອງຕໍ່ສານ.

ການເຄື່ອນໄຫວດັ່ງກ່າວຂອງກຳປູເຈຍໄດ້ເກີດຂື້ນລະຫວ່າງຄວາມຕື່ນຕົວທີ່ເພິ່ມຂື້ນຫຼາຍຢ່າງຊັດເຈນຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃນການຮ່ວມມືເພື່ອປົກປ້ອງຕົວເອງ ຈາກການເປັນ “ບ່ອນຖິ້ມຂີ້ເຫຍື້ອໂລກ” ໂດຍສໍານັກງານນພາສີແຂວງຣີເຍົາ ເທິງເກາະສຸມາຕຣາ ປະເທດອິນໂດເນເຊຍ ໄດ້ສົ່ງຕູ້ຄອນເທນເນີ 7 ຕູ້ ທີ່ບັນຈຸ “ຂີ້ເຫຍື້ອຜິດກົດໝາຍ” ເຊິ່ງລວມເຖິງຂີ້ເຫຍື້ອພລາສຕິກທີ່ບໍ່ສາມາດຣີໄຊເຄິລໄດ້ ແລະ ຂີ້ເຫຍື້ອອີເລັກໂທຣນິກ ກັບຄືນໄປປະເທດຕົ້ນທາງ ເຊິ່ງໃນຮອບນີ້ ເປັນຂອງປະເທດຝຣັ່ງ 5 ຕູ້ ແລະ ຮົງກົງ 2 ຕູ້ ໂດຍເຮືອບັນທຸກສິນຄ້າເດີນທາງອອກຈາກທ່າເຮືອໃນເມືອງບາຕໍາ ເມືອງເອກຂອງແຂວງຣີເຍົາ ເມື່ອວັນຈັນ ຜ່ານມາ.