ນາຊາຍທອງ ຕິດກາໝາຍໂອດ໊ອບໃຫ້ 3 ກຸ່ມຜູ້ຜະລິດ

118

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ໄດ້ຈັດພິທີມອບກາໝາຍສິນຄ້າໂອດ໊ອບໃຫ້ 3 ກຸ່ມຜະລິດ ເພື່ອສົ່ງເສີມຂອດຜະລິດ, ໂດຍຕັ້ງເປົ້າຮອດປີ 2020 ຈະຂະຫຍາຍຕື່ມອີກ 2 ຜະລິດຕະພັນ ສ່ວນເຈົ້າເມືອງເນັ້ນໃຫ້ທຸກພາກສ່ວນຊຸກຍູ້ສົ່ງເສີມຕິດກາໝາຍແລ້ວຕ້ອງໃຫ້ມີຄວາມຍືນຍົງ.

ພິທີຕິດກາໝາຍມີຂຶ້ນໃນວັນທີ 30 ກໍລະກົດ 2019 ທີ່ປົກຄອງເມືອງນາຊາຍທອງ ໂດຍການເຂົ້າຮ່ວມຂອງ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ ມີຫົວໜ້າຫ້ອງການ ອຄ ເມືອງ, ຮອງກົມສົ່ງເສີມການຄ້າ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ພອນທິບ ຍົກໄຊຍະຄໍາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ໄດ້ກ່າວວ່າ: ໃນແຜນພັດທະນາເສດຖະກິດ – ສັງຄົມ ຂອງເມືອງນາຊາຍທອງ ແຕ່ປີ 2014 – 2020 ເພື່ອສ້າງເມືອງນາຊາຍທອງ ໃຫ້ກາຍເປັນຫົວໜ່ວຍເຂັ້ມແຂງ ຊຸກຍູ້ການຜະລິດກະສິກໍາສະອາດແບບລວມໝູ່ ແລະ ເປັນຟາມ ຕາມທິດຊົນລະກະເສດທັນສະໄໝ ແນໃສ່ກະຕຸກຊຸກຍູ້ການຂຸດຄົ້ນນໍາໃຊ້ທ່າແຮງບົ່ມຊ້ອນການຫັນເອົານະໂຍບາຍ 3 ສ້າງ ເຂົ້າສູ່ລວງເລິກ, ສ້າງໂອກາດໃຫ້ຄອບຄົວຕົວແບບການຜະລິດຕາມທິດ 1 ບ້ານ 1 ຜະລິດຕະພັນ, 1 ເມືອງ ບໍ່ໃຫ້ຫຼຸດ 5 ຜະລິດຕະພັນ.

ມື້ນີ້ຈຶ່ງໄດ້ປະກາດ ແລະ ຕິດກາໝາຍສິນຄ້າໂອດ໊ອບໃຫ້ 3 ກຸ່ມຜະລິດ ຄື: ກຸ່ມຫັດຖະກໍາຕີພ້າບ້ານນາຄູນ, ກຸ່ມຫັດຖະກໍາຈັກສານບ້ານນໍ້າກ້ຽງ ແລະ ວິລະພົງ ຫັດຖະກໍາ ສ່ວນບຸກຄົນບ້ານດ່ານຊີ.

ທ່ານກ່າວຕື່ມອີກວ່າ: ພາຍຫຼັງທີ່ມອບກາໝາຍສິນຄ້າໂອດ໊ອບຄັ້ງນີ້ແລ້ວ ກໍໝາຍວ່າທົ່ວເມືອງນາຊາຍທອງ ສາມາດຕິດກາໝາຍສິນຄ້າໂອດ໊ອບໄດ້ທັງໝົດແລ້ວ 6 ຫົວໜ່ວຍ, ສ່ວນຄາດໝາຍຮອດປີ 2020 ຂະແໜງການຄ້າເມືອງຈະສູ້ຊົນຮ່ວມກັບຜູ້ປະກອບການໃຫ້ສາມາດຂະຫຍາຍໄດ້ຕື່ມອີກ 2 ຫົວໜ່ວຍ.

ສໍາລັບຜະລິດຕະພັນຫັດຖະກໍາສ່ວນບຸກຄົນບ້ານດ່ານຊີ ແມ່ນຕີຂັນເງິນ, ໂອ ປັດຈຸບັນບ້ານດ່ານຊີ ມີເຮືອນທັງໝົດ 250 ຫຼັງຄາ, ມີປະຊາກອນ 1.246 ຄົນ ກວມ 60% ແມ່ນຢຶດຖືອາຊີບຕີຂັນ ສະເລ່ຍສາມາດສ້າງລາຍຮັບໃຫ້ປະຊາຊົນພາຍໃນກຸ່ມປະມານ 30 ລ້ານກີບຕໍ່ປີຕໍ່ຄອບຄົວ.

ກຸ່ມຫັດຖະກໍາຈັກສານບ້ານນໍ້າກ້ຽງ, ບ້ານນໍ້າກ້ຽງມີເຮືອນທັງໝົດ 280 ຫຼັງຄາ ມີປະຊາກອນ 2.316 ຄົນ ອາຊີບຫຼັກແມ່ນເຮັດນາ ກວມ 60%, ມີລາຍຮັບຈາກການຈັກສານ ສະເລ່ຍ 20 ລ້ານກີບຕໍ່ປີຕໍ່ຄອບຄົວ.

ກຸ່ມຫັດຖະກໍາຕີພ້າບ້ານນາຄູນ, ບ້ານນາຄູນມີເຮືອນ 562 ຫຼັງຄາ ມີປະຊາກອນທັງໝົດ 2.931 ຄົນ ອາຊີບຫຼັກແມ່ນເຮັດນາ, ປູກຝັງ – ລ້ຽງສັດ ເຊິ່ງກວມ 60%, ມີລາຍຮັບຈາກການຕີພ້າ ສະເລ່ຍປະມານ 25 ລ້ານກີບຕໍ່ປີຕໍ່ຄອບຄົວ, ເຕົາຕີພ້າພາຍໃນບ້ານມີ 6 ເຕົາ.

ໃນຕອນທ້າຍພິທີ ທ່ານ ວິລະສັກ ນາມມຸນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນຄວາມພະຍາຍາມຂອງ 3 ກຸ່ມຫັດຖະກໍາໃນຄັ້ງນີ້. ພ້ອມດຽວກັນນັ້ນ, ກໍເນັ້ນໃຫ້ຂະແໜງການກ່ຽວຂ້ອງຈົ່ງໄດ້ລົງຕິດຕາມ, ຊຸກຍູ້ການຜະລິດຢ່າງໃກ້ຊິດ ເພື່ອໃຫ້ຮູ້ສະພາບການຜະລິດ, ການຕະຫຼາດ, ແຫຼ່ງວັດຖຸດິບ ສົມທົບກັບກຸ່ມຜູ້ຜະລິດຮັກສາຄຸນນະພາບ, ການບໍລິການ. ທັງນີ້, ເພື່ອສ້າງຄວາມຍືນຍົງໃຫ້ຜູ້ປະກອບການມີການຂະຫຍາຍຕົວເປັນກ້າວໆ.

ພ້ອມດຽວກັນນັ້ນ, ໃຫ້ຂະແໜງການກ່ຽວຂ້ອງມີນະໂຍບາຍສົ່ງເສີມຜູ້ປະກອບການອື່ນໆພາຍໃນເມືອງ ທີ່ມີໜໍ່ແໜງການຜະລິດແລ້ວໃຫ້ສາມາດເປັນການຜະລິດຕົວແບບ ແລະ ສາມາດຂະຫຍາຍເປັນສິນຄ້າໂອດ໊ອບໃນຕໍ່ໜ້າ.

ສິ່ງທີ່ຂາດບໍ່ໄດ້ແມ່ນຄ່ານິຍົມ ເຊິ່ງເຫັນວ່າເປັນສິ່ງທ້າທາຍຫຼາຍຕໍ່ຜູ້ຜະລິດພາຍໃນ. ສະນັ້ນ, ຮຽກຮ້ອງໃຫ້ພະນັກງານຂອງພວກເຮົາ, ຜູ້ປະກອບການ, ປະຊາຊົນ ຈົ່ງໄດ້ຍົກສູງສະຕິນໍາໃຊ້ໃນການຊື້ – ການຊົມໃຊ້ຜະລິດຕະພັນພາຍໃນຂອງພວກເຮົາເອງ ເພື່ອສ້າງກໍາລັງຊື້, ກໍາລັງຜະລິດໃຫ້ເຂັ້ມແຂງ ແລະ ຫຼຸດຜ່ອນການນໍາເຂົ້າ.

( ຂ່າວ: ພຸດຕີ້, ຮູບ: ສຸກສະຫວັນ )