9 ອາຫານຕ້ອງຫ້າມສໍາລັບຄົນທີ່ເປັນພະຍາດ ສະເກັດເງິນ

147

ສະເກັດເງິນ  (Psoriasis) ເປັນໂລກຜິວໜັງທີ່ເກີດຈາກການແບ່ງໂຕຜິດປົກກະຕິຂອງເຊວຜິວໜັງຢ່າງໄວກວ່າປົກກະຕິ ໂດຍການກະຕຸ້ນຂອງສານເຄມີຈາກເຊວເມັດເລືອດຂາວ (Lymphocytes) ຊະນິດ (T-cell) ເຮັດໃຫ້ເກີດອັກເສບຈົນເກີດເປັນຜື່ນໜາໃຫຍ່ ມີລັກສະນະສີເງິນ ແລະ ແດງທົ່ວຮ່າງກາຍ ສາມາດເກີດຂຶ້ນໄດ້ທຸກເພດທຸກໄວ ແຕ່ບໍ່ສາມາດຕິດຕໍ່ກັນໂດຍກົງ.

ເຊິ່ງອາຫານການກິນມີສ່ວນສໍາຄັນຕໍ່ກັບພະຍາດສະເກັດເງິນຫຼາຍ ເພາະມັນສາມາດກະຕຸ້ນເຮັດໃຫ້ແຜ່ລາມໄປທົ່ວຕົນໂຕເຮົາ ສະນັ້ນ ເພື່ອສະກັດບໍ່ໃຫ້ພະຍາດແຜ່ລາມໄປຫຼາຍເຮົາຄວນຫຼີກລ້ຽງອາຫານເຫຼົ່ານີ້:

1 ບໍ່ຄວນຮັບປະທານອາຫານທີ່ມີໄຂມັນສູງ ເຊັນເຂົ້າໜົມຊັອກໂກແລັດ, ໂດນັດ ເຄັກ, ຄຣີມ, ນົມງົວ ຄວນຫັນມາກິນໝາກໄມ້ແທນ.

2 ອາຫານແປຮູບຕ່າງໆເພາະອາຫານເຫຼົ່ານີ້ເຂົາເຈົ້າຈະໃສ່ສານກັນບູດ ເຊິ່ງຈະສົ່ງຜົນເສຍຕໍ່ສຸຂະພາບເຊັ່ນ ແຮມ, ໄສ້ກອກ, ແໜມ, ຊີ້ນເຄັມ ຊີ້ນຫຼອດ ເພາະມັນມີໄຂມັນອີ່ມໂຕສູງຈະເຮັດໃຫ້ເກີດອາການຂອງພະຍາດສະເກັດເງິນໄດ້.

3 ຫຼີກລ້ຽງອາຫານປະເພດຈືນເຊັ່ນ: ຈືນຂາໄກ່, ມັນຝຣັ່ງຈືນ, ຂະໜົມຈືນ ເພາະນໍ້າມັນຫາກໄດ້ຮັບອຸນຫະພູມສູງເປັນເວລາດົນໆ ມັນກໍຈະເສື່ອມຄຸນນະພາບ ແລະ ສິ່ງທີ່ເຮົານໍາມາຈືນຕໍ່ໆກັນຈະກະຕຸ້ນເຮັດໃຫ້ຜິວໜັງອັກເສບ ຜື່ນສະເກັດເງິນຈະລາມອອກໄປທົ່ວ.

4 ຫຼີກລ້ຽງອາຫານລົດຈັດ ເຜັດ ເຄັມ ສົ້ມ ຫວານເກີນ ເມື່ອເຮົາຮັບປະທານອາຫານລົດຊາດທີ່ຈັດຫຼາຍໆມັນຈະກະຕຸ້ນການຂະຫຍາຍໂຕຂອງພະຍາດສະເກັດເງິນ.

5 ຫຼີກລ້ຽງອາຫານດິບ ຫຼື ສຸກໆ ດິບໆ ໂດຍສະເພາະຊີ້ນ: ບໍ່ຄວນຮັບປະທານໂປຣຕີນຈາກຊີ້ນສັດຫຼາຍເກີນໄປ ຊີ້ນໝູ ຊີ້ນງົວ ເພາະເປັນຊີ້ນສັດທີ່ມີໄຂມັນສູງທັງກໍ່ໃຫ້ເກີດການອັກເສບ ດັ່ງນັ້ນ ຄົນທີ່ເປັນພະຍາດສະເກັດເງິນ ຄວນຫັນມາຮັບປະທານ ອາຫານປະເພດປາ ຍົກເວັ້ນປາຖູ ຈະຊ່ວຍໃຫ້ຫຼຸດອາການອັກເສບໄດ້ດີ.

6 ງົດອາຫານທະເລເຊັ່ນ ກຸ້ງ, ຫອຍ, ປູ ປາທູ ເນື່ອງຈາກອາຫານທະເລມີສານທີ່ກໍ່ໃຫ້ເກີດການອັກເສບ ເຊິ່ງເຮັດໃຫ້ອາການຂອງໂລກສະເກັດເງິນເກີດຂຶ້ນອີກ.

7 ອາຫານໝັກດອງ ບໍ່ວ່າຈະເປັນ ໝາກໄມ້ດອງ, ຜັກດອງ, ປາເຄັມ, ໄຂ່ເຄັມ, ກະປິ, ປາແດກ …

8 ງົດເຄື່ອງດື່ມທີ່ມີຄາເຟອິນ: ກາເຟ, ເຄື່ອງດື່ມຊູກໍາລັງຕ່າງໆ…

9 ແອວກໍຮໍ ເຄື່ອງດື່ມທີ່ມີທາດເຫຼົ້າ: ເຫຼົ້າ ເບຍ ວາຍ ນໍ້າຕານເມົາ …

ເຊິ່ງອາການຂອງຄົນທີ່ເປັນໂລກສະເກັດເງິນຈະມີຜິວໜັງທີ່ແດງ ຕົກສະເກັດເປັນຝຸ່ຍສີຂາວໆ, ເປັນຜືນແດງນູນ ເກີດການອັກເສບຂອງຜິວ ຜິວແຫ້ງແຕກຈົນມີເລືອດອອກ ຫຼັງຫົວລອກເປັຍຝຸ່ຍຂາວ ເລັບມື ແລະ ເລັບຕີນໜາຂຶ້ນ ມີຮອຍບຸ້ມ ຜິດຮູບຮ່າງ

ຜູ້ທີ່ເປັນພະຍາດນີ້ຈະມີອາການເຈັບຄັນ ແສບບໍລິເວນຜິວໜັງ ມີການແຜ່ລາມຄ້າຍໆຄືກັນ ອາການບາງເທື່ອອາດຢູ່ດົນຫຼາຍມື້ ຫຼາຍອາທິດ ແລ້ວຈຶ່ງຄ່ອຍໆບັນເທົາລົງ.

ເຊິ່ງຕົ້ນເຫດຂອງສະເກັດເງິນທາງຜູ້ຊ່ຽວຊານຍັງບໍ່ພົບສາເຫດທີ່ແທ້ຈິງ ເທື່ອ ແຕ່ຄາດການວ່າປັດໃຈສໍາຄັນທີ່ເຮັດໃຫ້ເກີດການພັດທະນາຂອງພະຍາດສະເກັດເງິນແມ່ນມາຈາກເຊວເມັດເລືອດຂາວ ໃນລະບົບພູມຄຸ້ມກັນເກີດຄວາມຜິດປົກະຕິ ຈຶ່ງໄດ້ທໍາລາຍເຊວຜິວໜັງແທນສິ່ງແປກປອມທີ່ເຂົ້າສູ່ຮ່າງກາຍ ແລະ ເກີດຈາກການຖ່າຍທອດທາງກໍາມະພັນຂອງຄົນໃນຄອບຄົວ.