ຢືດພ້ອມທຳລາຍກັນຊາກວ່າ 300 ຕົ້ນ ຢູ່ນະຄອນໄກສອນພົມວິຫານ

50

ດັ່ງທີ່ຮູ້ນຳກັນແລ້ວວ່າ ກັນຊາເປັນສານເສບຕິດຊະນິດໜຶ່ງ ທີ່ລັດຖະບານລາວເກືອດຫ້າມ ແລະ ບໍ່ອະນຸຍາດໃຫ້ປະຊາຊົນປູກດ້ວຍຈຸດປະສົງໃດກໍ່ຕາມ. ຖ້າຫາກບໍ່ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ເມື່ອເຈົ້າໜ້າທີ່ຫາກກວດພົບເຫັນ ກໍ່ຈະໄດ້ຢຶດ ແລະ ນຳໄປທຳລາຍຖິ້ມ ດັ່ງເລື່ອງລາວທີ່ເກີດຂຶ້ນຢູ່ແຂວງສະຫວັນນະເຂດ ຜ່ານມານີ້.

 

 

ໃນວັນທີ 29 ກໍລະກົດ 2019 ນີ້ ເຈົ້າໜ້າ ທີ່ຕໍາຫຼວດກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໄດ້ລົງທຳລາຍຕົ້ນກັນຊາ ທີ່ເປັນສານເສບຕິດ ຢູ່ຂອບເຂດບ້ານສົມສະອາດ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ທີ່ປະຊາຊົນຈໍານວນໜຶ່ງລັກລອບປູກໄວ້ຢູ່ໃນສວນຜັກ ແລະ ສວນຢາງ ເຊິ່ງມີຈຳນວນທັງໝົດ 320 ຕົ້ນ ໃນນີ້, ມີຕົ້ນຊາດິບ166 ຕົ້ນ ແລະ ຊາແຫ້ງ 154 ຕົ້ນ.

 

 

ເຂົ້າຮ່ວມພິທີທຳລາຍຄັ້ງນີ້ມີ ທ່ານ ພັທ ບຸນຍູ້ ສາຍຄຳສຸລິຍະວົງສາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງພ້ອມດ້ວຍຄະນະ, ມີພະນັກງານວິຊາສະເພາະ, ກອງພັນເຄື່ອນທີ່ ປກສ ແຂວງ , ປກສ ນະຄອນໄກສອນພົມວິຫານ, ອົງການໄອຍະການເຂດໜຶ່ງ, ອຳນາດການປົກຄອງບ້ານ, ປກຊ-ປກສ ບ້ານສົມສະອາດຂົ້າຮ່ວມ.

 

 

ການລົງໄປທໍາລາຍໃນຄັ້ງນີ້ ແມ່ນທາງເຈົ້າໜ້າທີ່ຕຳຫຼວດປກສ ແຂວງ ສະຫວັນນະເຂດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແມ່ນໄດ້ນຳພາກັນກວດຄົ້ນສ່ວນດັ່ງກ່າວ ແລະ ຕັດຕົ້ນກັນຊາດິບ ແລະ ຊາແຫ້ງ ຈໍານວນ 320 ຕົ້ນ ທີ່ເປັນສານເສບຕິດ ເຊິ່ງຜິດລະບຽບກົດໝາຍ ແລະ ທັງເປັນການສະກັດກັ້ນບໍ່ໃຫ້ມີການລັກລອບຄ້າຂາຍສິ່ງເສບຕິດ ແລະ ການປູກກັນຊາຂອງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍໃຫ້ຫຼຸດໜ້ອຍຖອຍລົງ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງພ້ອມກັນຢຸດເຊົາໃນການປູກຕົ້ນກັນຊາ, ການຄ້າຂາຍຢາເສບຕິດ ແລະ ສິ່ງທີ່ຜິດກົດໝາຍ ທັງນີ້, ເພື່ອລີກລ້ຽງບັນຫາທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຊັ່ນ: ຂີ້ລັກ ງັດແງະ ຂ້າເຈົ້າເອົາຂອງ ແລະ ອື່ນໆ.