ນັດສົ່ງຢາລັອດໃຫຍ່ ແຕ່ຖືກຕຳຫຼວດຈັບໄດ້ກ່ອນ

48

ນັບວ່າເປັນຜົນງານທີ່ຍິ່ງໃຫຍ່ຂອງອ້າຍນ້ອງຕໍາຫຼວດ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມກຳລັງໃນການສະກັດກັ້ນຕ້ານປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນ ບັນຫາຢາເສບຕິດ ຫຼ້າສຸດ ສາມາດຈັບກຸ່ມແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ ປະເພດຢາໄອສ໌ໄດ້ ພາຍຫຼັງຕິດຕາມມາໄດ້ເດືອນກວ່າ.

 

ພາບຢາທີ່ເຈົ້າໜ້າທີ່ຢຶດໄດ້

 

ໃນວັນທີ 24 ກໍລະກົດ 2019 ຜ່ານມາ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາກໍາລັງເຂົ້າຈັບ ກຸ່ມແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ ປະເພດຢາໄອສ໌ ພ້ອມຢຶດຂອງກາງຈໍານວນ  99 ກິໂລກຼາມ ຢູ່ເສັ້ນທາງຕັດໃໝ່ ໄປໂຮງໝໍແມ່ ແລະ ເດັກ, ເຂດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

 

ພາບຢາທີ່ເຈົ້າໜ້າທີ່ຢຶດໄດ້

 

ເຈົ້າໜ້າທີ່ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ຮູ້ວ່າ: ຄະດີດັ່ງກ່າວ ແມ່ນໄດ້ຕິດຕາມມາໄດ້ເດືອນກວ່າແລ້ວ, ເຊິ່ງໄດ້ຮັບລາຍງານຈາກແຫຼ່ງຂ່າວ ແຕ່ວັນທີ 20 ມິຖຸນາ 2019 ວ່າ ຈະມີກຸ່ມຄົນຈໍານວນໜຶ່ງ ນັດຊື້ – ຂາຍຢາເສບຕິດຈໍານວນຫຼາຍ ຢູ່ເສັ້ນທາງເຂດບ້ານໜອງພະຍາຈາກນັ້ນ, ຈຶ່ງຈັດ ກໍາລັງຕໍາຫຼວດວິຊາສະເພາະ ຕິດຕາມກຸ່ມເປົ້າໝາຍດັ່ງກ່າວ.

 

ພາບຢາທີ່ເຈົ້າໜ້າທີ່ຢຶດໄດ້

 

ຜ່ານການຕິດຕາມ, ຮອດວັນທີ 24 ກໍລະກົດ 2019, ຈຶ່ງພົບເຫັນ ກຸ່ມເປົ້າໝາຍ ຂັບຂີ່ລົດໃຫຍ່ 2 ຄັນ ໄປຈອດຢູ່ເສັ້ນທາງຕັດໃໝ່ ໄປໂຮງໝໍແມ່ ແລະ ເດັກ ເຂດບ້ານໜອງພະຍາ ຈຶ່ງກະຈາຍກໍາລັງອ້ອມຈັບ ພ້ອມທັງກວດຄົ້ນພົບເຫັນ ຢາໄອສ໌ ຈຳນວນ 99 ຖົງ ນ້ຳໜັກ 99 ກິໂລກຼາມ, ໂທລະສັບ 7 ເຄື່ອງ, ລົດໃຫຍ່ 2 ຄັນ ແລະ ປືນສັ້ນ 1 ກະບອກ ພ້ອມລູກກະສຸນຈໍານວນໜຶ່ງ ແລະ ກັກຕົວຜູ້ຖືກຫາທັງ 4 ຄົນຄື:

 

ໂສມໜ້າຜູ້ກະທຳຜິດ

 

ທ້າວ ພອນໄຊ ອາຍຸ 22 ປີ ຢູ່ ບ້ານນາໄຊ ເມືອງໄຊເສດຖາ; ທ້າວ ວັນທອງເຮີ ອາຍຸ 27 ປີ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ; ທ້າວ ລຸລາທໍ ອາຍຸ 22 ປີ ເຊົ່າຫ້ອງແຖວ ຢູ່ເຂດບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ້າວ ອາດຸມ ຫຼື ຕູທໍ່ ອາຍຸ 40 ປີ ເຊື້ອຊາດ ແລະ ສັນຊາດໄທ, ປັດຈຸບັນ ຢູ່ບ້ານຫ້ວຍແລ້ງ ເມືອງວຽງແກ່ນ ຈັງຫວັດຊຽງລາຍ

 

ໂສມໜ້າຜູ້ກະທຳຜິດ

 

ຜ່ານການສອບສວນເບື້ອງຕົ້ນ, ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ຊື້ມາຈາກ ກຸ່ມແກ້ງຮ່ວມຂະບວນການດຽວກັນ  ເພື່ອຈະເອົາໄປສົ່ງໃຫ້ຜູ້ສັ່ງຊື້ ເຊິ່ງນັດກັນຢູ່ແຄມທາງ ບ້ານໜອງພະຍາ ແລະ ພໍໄປຮອດ ກໍຖືກເຈົ້າໜ້າທີ່ ຈັບຕົວກ່ອນ ພ້ອມຂອງກາງຢາໄອສ໌ ຈຳນວນດັ່ງກ່າວ.

 

ໂສມໜ້າຜູ້ກະທຳຜິດ