ນະຄອນຫຼວງມີໃບຕາດິນຊ້ຳຊ້ອນ 8 ກໍລະນີ

45

ໃບຕາດິນຊໍ້າຊ້ອນ ຍັງເປັນບັນຫາທີ່ໜ້າກັງວົນຂອງສັງຄົມເຖິງແມ່ນພາກລັດຈະມີວິທີພິສູດທີ່ຊັດເຈນກ່ອນອອກໃບສິດນຳໃຊ້ທີ່ດິນກໍ່ຕາມ, ເຊິ່ງນະຄອນຫຼວງວຽງຈັນເອງຍັງພົບ 17 ເລື່ອງ, ຕໍ່ບັນຫາດັ່ງກ່າວ ທ່ານ ບຸນທາມ ພຸດທະວົງສາ, ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາປະຊາຊົນ ຊຸດທີ 1 ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 24-26 ກໍລະກົດ 2019 ວ່າ:

 

ในภาพอาจจะมี ท้องฟ้า, ต้นพืช, เมฆ, ต้นไม้, พื้นหญ้า, ภูเขา, สถานที่กลางแจ้ง และธรรมชาติ

 

ບັນຫາໃບຕາດິນຊໍ້າຊ້ອນຢູ່ນະຄອນຫຼວງວຽງຈັນ ໂດຍອີງຕາມຂໍ້ມູນການກວດກາຂອງກະຊວງສາຍຕັ້ງ ສົມທົບກັບການກວດກາຂອງອົງການກວດກາ ແລະ ຂໍ້ມູນຈາກອົງການຍຸຕິທຳ ແລະ ທະນາຄານແຫ່ງ ສປປ ລາວ. ສະເພາະໃນນະຄອນຫຼວງວຽງຈັນ ພົບເຫັນ 17 ເລື່ອງ ເຊິ່ງເກີດຈາກ 8 ກໍລະນີ ໂດຍອີງຕາມຂໍ້ມູນສາມາດສັງລວມໄດ້ 8 ກໍລະນີດັ່ງນີ້:

 

ในภาพอาจจะมี ท้องฟ้า, เมฆ, ต้นไม้, พื้นหญ้า, ต้นพืช, สถานที่กลางแจ้ง และธรรมชาติ

 

1) ກໍລະນີແຈ້ງວ່າການເທັດວ່າໃບຕາດິນເສຍ ເຊິ່ງແມ່ນກໍລະນີ ທີ່ເຈົ້າຂອງສິດນຳໃຊ້ທີ່ດິນ ເອົາໃບຕາດິນຕົນເອງໄປຄໍ້າປະກັນກັບບຸກຄົນ ຫຼື ນິຕິບຸກຄົນອື່ນ ໂດຍບໍ່ຜ່ານການຈົດທະບຽນທີ່ດິນ. ຕໍ່ມາຜູ້ກ່ຽວແຈ້ງຄວາມເທັດ ຫຼື ອາດຈະສົມຮູ້ຮ່ວມຄິດກັບພະນັກງານທີ່ດິນ ແຈ້ງເທັດວ່າໃບຕາດິນເສຍ ແລະ ສະເໜີຫາ ພຊສ ເພື່ອຂໍອອກສຳເນົາໃບຕາດິນສະບັບໃໝ່ແທນ ໂດຍຜ່ານຂະບວນຍຸດຕິທຳຕາມຂັ້ນຕອນທຸກຢ່າງ. ຫຼັງຈາກສານຕັດສິນແລ້ວ ພຊສ ແຂວງກ່ຽວຂ້ອງ ກໍອອກໃບຕາດິນສະບັບໃໝ່ໃຫ້ຜູ້ກ່ຽວ ແຕ່ຕົວຈິງໃບຕາດິນເດີມຊໍ້າພັດຢູ່ນຳເຈົ້າໜີ້. ຈາກນັ້ນ, ກໍໄດ້ເອົາໃບຕາດິນສະບັບໃໝ່ໄປຄໍ້າທະນາຄານອື່ນອີກ.

2) ກໍລະນີ ໃບແຈ້ງເສຍພາສີທີ່ດິນ ແລະ ໃບຕາດິນຊໍ້າຊ້ອນກັນ: ເກີດຂຶ້ນເນື່ອງຈາກເອົາໃບເສຍພາສີທີ່ດິນໄປຄໍ້າກູ້ຢືມເງິນນຳທະນາຄານໜຶ່ງ ພາຍຫຼັງທີ່ດິນຕອນດັ່ງກ່າວມີການອອກໃບຕາດິນ ພັດເອົາໄປກູ້ຢືມເງິນນຳທະນາຄານອື່ນອີກ.

 

ในภาพอาจจะมี ท้องฟ้า, ต้นไม้, พื้นหญ้า, เมฆ, ต้นพืช, สถานที่กลางแจ้ง และธรรมชาติ

 

3) ກໍລະນີໃບແຜນທີ່ດິນ ແລະ ໃບຕາດິນຊໍ້າຊ້ອນກັນ: ສາເຫດແມ່ນເກີດຈາກມີການເອົາໃບແຜນທີ່ດິນ ໄປຄໍ້າກູ້ຢືມເງິນຈາກທະນາຄານໃດໜຶ່ງ ຫຼັງຈາກໄດ້ໃບຕາດິນແລ້ວ ພັດເອົາກູ້ຢືມນຳທະນາຄານ ຫຼື ບຸກຄົນອື່ນອີກ.

4) ໃບແຜນທີ່ດິນຊໍ້າຊ້ອນກັນ ເປັນສາເຫດທີ່ນຳໄປສູ່ການເຮັດໃຫ້ເກີດໃບຕາດິນຊໍ້າຊ້ອນ ເນື່ອງຈາກວ່າເຈົ້າຂອງດິນເອົາໃບແຜນທີ່ດິນຂາຍໃຫ້ຄົນອື່ນ ຫຼື ໄປຄໍ້າປະກັນນຳທະນາຄານ.

 

ในภาพอาจจะมี ท้องฟ้า, เมฆ, ต้นไม้, สถานที่กลางแจ้ง และธรรมชาติ

 

5) ໃບແຈ້ງເສຍພາສີທີ່ດິນຊໍ້າຊ້ອນກັນ ດິນຕອນດຽວຂາຍໃຫ້ຫຼາຍຄົນ ແຕ່ຮັກສາເປັນໃບແຈ້ງເສຍພາສີທີ່ດິນ.

6) ໃບຕາດິນລັດ ແລະ ໃບຕາດິນບຸກຄົນ ຊໍ້າຊ້ອນກັນ ຜູ້ທີ່ໄດ້ຮັບສິດນຳໃຊ້ທີ່ດິນລັດ ໄປຄໍ້າປະກັນນຳທະນາຄານ ຫຼັງຈາກໄດ້ຫັນເປັນສິດຂອງຕົນເອງ ໄດ້ນຳໄປຄໍ້າປະກັນທະນາຄານອື່ນຕໍ່ອີກ.

 

ไม่มีคำอธิบายรูปภาพ

 

7) ລູກລັກເອົາໃບຕາດິນອອກຊື່ພໍ່, ແມ່ ປ່ຽນເປັນຊື່ຕົນແມ່ນກໍລະນີລູກໄດ້ລັກເອົາໃບຕາດິນທີ່ອອກຊື່ພໍ່ ຫຼື ແມ່ ປ່ຽນເປັນຊື່ຂອງຕົນເອງ ໂດຍບໍ່ໄດ້ຮັບອະນຸຍາດຈາກພໍ່, ແມ່. ຫຼັງຈາກນັ້ນ, ໄດ້ເອົາໄປຄໍ້າປະກັນກັບທະນາຄານ.

8) ກໍລະນີທີ່ມີຂໍ້ຂັດແຍ່ງທີ່ດິນໄລຍະດຳເນີນຄະດີຕາມຂະບວນຍຸຕິທຳ ກໍລະນີ ທີ່ມີຂໍ້ຂັດແຍ່ງດິນ ພາຍຫຼັງສານຕັດສິນໃຫັລົບລ້າງໃບຕາດິນ ແຕ່ຜູ້ຖືກສະຫຼະສິດ ບໍ່ຍອມເອົາໃບຕາດິນມາສົ່ງ. ກົງກັນຂ້າມ ໄດ້ເອົາໄປຄໍ້າປະກັນກັບບຸກຄົນ ຫຼື ນິຕິບຸກຄົນອື່ນອີກ.

 

ไม่มีคำอธิบายรูปภาพ