“ຕັດຫຍິບ” ແນະນໍາອີກ 1 ສາຍຮຽນລົງທຶນໜ້ອຍອະນາຄົດໄກ

268

ການເລືອກຮຽນວິຊາຊີບ ບາງຄັ້ງບໍ່ຈຳເປັນຕ້ອງແມ່ນປະລິນຍາຕີສະເໝີໄປສຳລັບນ້ອງໆທີ່ຈົບສາມັນມາໃໝ່ ເພາະໃບປະກາດຈາກການຮຽນບາງຄັ້ງກໍ່ບໍ່ສາມາດຕອບໂຈດຄວາມຕ້ອງການໄດ້ທຸກຢ່າງ ແລະ ບໍ່ອາດຮັບປະກັນຄວາມໝັ້ນຄົງຂອງໜ້າທີ່ວຽກງານໄດ້ ສະນັ້ນ ຮຽນຫຍັງກໍ່ໄດ້ທີ່ຈະຊ່ວຍໃຫ້ເຮົາໄດ້ມີວຽກເຮັດ, ໄດ້ເປັນນາຍໂຕເອງແຫ່ງດີ ໃນນັ້ນສາຂາຕັດຫຍິບກໍ່ແມ່ນທາງເລືອກທີ່ໜ້າສົນໃຈ.

 

 

ການຮຽນເປັນສິ່ງທີ່ດີເປັນກະແຈດອກສຳຄັນທີ່ຈະເຮັດໃຫ້ຄົນເຮົາໄດ້ຮັບການພັດທະນາໃນເລື່ອງຄວາມຄິດ, ຄວາມຮູ້ ຄວາມສາມາດຫຼາຍຢ່າງ, ແຕ່ກ່ອນອື່ນຕ້ອງປະເມີນເບິ່ງຄວາມພ້ອມຂອງຕົນເອງ ແລະ ຄອບຄົວນຳ ຄວາມພ້ອມຂອງໂຕເອງຄື ມັກໃນດ້ານນັ້ນແທ້ບໍ, ຮຽນຈົບແລ້ວຈະນຳໃຊ້ໄດ້ຫຼືບໍ, ຄອບຄົວເດມີແຫຼ່ງເງິນທີ່ສາມາດຈູນເຈືອຄ້ຳຊູເຮົາໄດ້ສ່ຳໃດ?

 

 

ສຳລັບນ້ອງໆຜູ້ໃດທີ່ບໍ່ມີເງື່ອນໄຂພຽງພໍ ຫຼື ບໍ່ມີໂອກາດຮຽນຕໍ່ໃນຂັ້ນມະຫາວິທະຍາໄລກໍ່ຢ່ານ້ອຍໃຈ ໃຫ້ເລືອກຮຽນອະຊີວະ ເນັ້ນສີມືແຮງງານເພາະການຮຽນໃນສາຍນີ້ແມ່ນໃຊ້ຕົ້ນທຶນຫນ້ອຍ ໃຊ້ເວລາບໍ່ດົນແຖມຕອນຍັງຮຽນກໍ່ສາມາດເຮັດວຽກໄປນຳໄດ້ ເມື່ອຈົບອອກມາສາມາດເປີດເປັນກິດຈະການຂອງຕົນເອງໄດ້ເລີຍ.

 

 

ເພື່ອເປີດໂອກາດແກ່ຜູ້ດ້ອຍໂອກາດໄດ້ຮໍ່າຮຽນໃນວິຊາຊີບຕາມຄວາມເໝາະສົມ ວິທະຍາໄລ  ວຽງຈັນພັດທະນາອາຊີບ ໄດ້ເປີດຮັບນັກຮຽນທີ່ສົນໃຈຮຽນວິຊາຕັດຫຍິບ ໂດຍໃຊ້ເວລາຮຽນພຽງ 3 ເດືອນ ເຊິ່ງຜູ້ສະໝັກຮຽນຕ້ອງຈົບປະຖົມຂຶ້ນໄປ.

ເລີ່ມເຂົ້າຮຽນຕົ້ນເດືອນ 8 ຫາ ເດືອນ 9 ນີ້  ສະໝັກແລ້ວເຂົ້າຮຽນໄດ້ເລີຍ ຮຽນໄວເປັນໄວ ຈົບໄວໄດ້ໃບປະກາດຫຼັງຈາກຮຽນຈົບ ເຊິ່ງຮຽນຈັນຫາສຸກ, ພາກຄໍ່າ 5:30-7:30

 

 

ສຳລັບທ່ານໃດທີ່ຮັກມັກໃນອາຊີບຕັດຫຍິບ, ຢາກເປັນຊ່າງຊຳນານງານເລື່ອງຕັດເຄື່ອງ ມາສະຫມັກຮຽນໄດ້ ຈົບໄປສາມາດອອກແບບໄດ້, ແຕ້ມແບບໄດ້ ຕັດ ແລະ ຫຍິບໄດ້ ເມື່ອຈົບອອກມາຕ້ອງການເປີດຮ້ານເປັນຂອງຕົນເອງກໍ່ໄດ້, ນັກຮຽນຕ່າງແຂວງເພິ່ນມີຫໍພັກໃຫ້ອີກ.

 

 

ເອກະສານສະໝັກປະກອບມີ: ຄຳຮ້ອງເຂົ້າຮຽນຈາກທາງໂຮງຮຽນ, ໃບຢັ້ງຢືນທີ່ຢູ່
ສຳເນົາສຳມະໂນຄົວ, ສຳເນົາໃບປະກາດປະຖົມ ແລະ ຮູບຖ່າຍຂະຫນາດ 3×4 ຈຳນວນ 6 ໃບ.

ສົນໃຈສອບຖາມຮຽນໄດ້ທີ່ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ຕິດຕໍ່ໄດ້ທີ່ເບີ 021 261566. 021540545