ມີ 100 ຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງຜະລິດຕະພັນລາວ

59

ພາຍຫຼັງທີ່ງານດັ່ງກ່າວໄດ້ເລື່ອນກຳນົດການວາງສະແດງມາຫຼາຍຄັ້ງ ໃນທີ່ສຸດກໍໄດ້ເປີດໃຫ້ມວນຊົນເຂົ້າຊົມຢ່າງເປັນທາງການ ໂດຍມີຫົວໜ່ວຍທຸລະກິດ 100 ກວ່າຫົວໜ່ວຍ, ມີ 171 ຫ້ອງວາງສະແດງ ເຂົ້າຮ່ວມ.

ວັນທີ 22 ກໍລະກົດ 2019 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານວາງສະແດງຜະລິດຕະພັນລາວ 2019 ( Made in Laos ) ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ), ພ້ອມດ້ວຍບັນດາເອກອັກຄະຣາຊະທູດ, ທຸຕານຸທູດ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ພາກທຸລະກິດ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ໃນນາມຕາງໜ້າຄະນະຮັບຜິດຊອບການຈັດງານວາງສະແດງຜະລິດຕະພັນລາວ ກ່າວວ່າ: ການຈັດງານວາງສະແດງຜະລິດຕະພັນລາວໃນຄັ້ງນີ້ແມ່ນເປັນຄັ້ງທີ 6 ເນື່ອງຈາກງານທີ່ຈະຈັດຂຶ້ນໃນຄັ້ງກ່ອນໜ້ານີ້ໄດ້ເກີດເຫດສຸດວິໄສ    ( ອັກຄີໄພ ). ດັ່ງນັ້ນ, ງານວາງສະແດງຜະລິດຕະພັນລາວ 2019 ຈຶ່ງໄດ້ຍ້າຍມາຈັດໃນລະຫວ່າງວັນທີ 20 ຫາ 28 ກໍລະກົດນີ້ ເຊິ່ງອຸບັດເຫດຄັ້ງກ່ອນ ທາງ ສຄອຊ ແລະ ສູນການຄ້າ ລາວ – ໄອເຕັກ ກໍໄດ້ປຶກສາຫາລືຊອກວິທີທາງແກ້ໄຂໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ເຊິ່ງສູນການຄ້າສາກົນ ລາວ – ໄອເຕັກ ກໍໄດ້ເຮັດວຽກຢ່າງໜັກໃນການປັບປຸງສະຖານທີ່ ແລະ ຫາວິທີທາງຕ່າງໆ ເພື່ອຊ່ວຍແກ້ໄຂໃຫ້ຜູ້ປະກອບການ ແລະ ມູນຄ່າເສຍຫາຍກໍສູງສົມຄວນ. ຢ່າງໃດກໍຕາມ, ການຈັດງານຂຶ້ນໃນຄັ້ງນີ້ພວກເຮົາໄດ້ລະດົມຂົນ ຂວາຍຜູ້ປະກອບການ, ຜູ້ຜະລິດສິນຄ້າໃນທຸກຂະແໜງໃນທົ່ວປະເທດ ເພື່ອນຳເອົາຜະລິດຕະພັນທີ່ເປັນເອກະລັກຂອງແຕ່ລະແຂວງມາວາງສະແດງ, ໂຄສະນາ ແລະ ຈຳໜ່າຍ ເພື່ອແນໃສ່ຍົກລະດັບການຜະລິດ – ຈຳໜ່າຍ ພາຍໃນໃຫ້ນັບມື້ຂະຫຍາຍຕົວ, ມີຄຸນນະພາບ, ໄດ້ມາດຖານ ແລະ ກ້າວສູ່ລະດັບສາກົນ ແລະ ເປັນການສ້າງຄວາມພາກພູມໃຈຕໍ່ສິນຄ້າ – ຜະລິດຕະພັນທີ່ຜະລິດໃນລາວ ແລະ ກໍແມ່ນກິດຈະກຳໜຶ່ງຂອງພາກທຸລະກິດ ເພື່ອສະໜັບສະໜູນປີທ່ອງທ່ຽວ ລາວ – ຈີນ ໃນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນເຂົ້າມາລາວໃຫ້ນັບມື້ຫຼາຍຂຶ້ນ.

ທ່ານຮອງປະທານ ສຄອຊ ໃຫ້ຮູ້ວ່າ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າຜະລິດຕະພັນລາວ ປະຈຳປີ 2019 ໄດ້ເປີດລະຫວ່າງວັນທີ 20 ຫາ 28 ກໍລະກົດ 2019 ເຊິ່ງມີຫົວໜ່ວຍທຸລະກິດເຂົ້າຮ່ວມທັງໝົດ 171 ຫ້ອງ ຈາກ 117 ບໍລິສັດ ທີ່ມາຈາກ 17 ແຂວງໃນທົ່ວປະເທດ. ງານປີນີ້ເຫັນວ່າຜູ້ປະກອບການມີຄວາມສົນໃຈເຂົ້າຮ່ວມງານຫຼາຍຂຶ້ນ ຖ້າທຽບໃສ່ປີຜ່ານມາ ໂດຍມີບໍລິສັດເຂົ້າຮ່ວມປີຜ່ານມາ 115 ບໍລິສັດ ແລະ ກໍມີຂະແໜງຜະລິດຕະພັນທີ່ເຂົ້າຮ່ວມຫຼາກຫຼາຍກວ່າຄັ້ງຜ່ານມາ ເຊັ່ນ: ຜົນງານຮູບເງົາລາວ, ຜະລິດຕະພັນທໍ່ນ້ຳລາວ, ການບໍລິການຂົນສົ່ງ, ອາຫານ ແລະ ເຄື່ອງດື່ມຕ່າງໆ.

ໃນງານຄັ້ງນີ້, ນອກຈາກການຈັດງານວາງສະແດງແລ້ວຍັງຈະມີຄະນະສິລະປະມາສະແດງ ໂດຍນັກຮ້ອງລາວມາຈາກຄ້າຍຕ່າງໆທີ່ມີຊື່ສຽງ ແລະ ຍັງຈະມີກິດຈະກຳສຳມະນາໃນຫົວຂໍ້ຕ່າງໆໃນແຕ່ລະວັນ ເຊັ່ນ:

1). ໃນວັນທີ 24 ກໍລະກົດ 2019 ສໍາມະນາເລື່ອງສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ.

2). ວັນທີ 25 ກໍລະກົດ 2019 ມີກອງປະຊຸມສໍາມະນາການກະກຽມ ຄວາມພ້ອມເຂົ້າຮ່ວມງານວາງສະແດງສິນຄ້າຢູ່ຕ່າງປະເທດ ສຳລັບຫົວໜ່ວຍທຸລະກິດ SMEs ຂອງລາວ.

3). ວັນທີ 26 ກໍລະກົດ 2019 ກອງປະຊຸມພົບປະທຸລະກິດ ( ສະມາຊິກ ສຄອຊ ).

4). ວັນທີ 27 ກໍລະກົດ 2019 ການນຳສະເໜີກ່ຽວກັບຜະລິດຕະພັນ, ການບໍລິການທີ່ທັນສະໄໝ ແລະ ເງື່ອນໄຂການເຂົ້າຫາແຫຼ່ງທຶນຂອງທະນາຄານພັດທະນາລາວ.

[ ຂ່າວ: ສັນຕິ; ຮູບ: ສຸກສະຫວັນ ]