ຫວຽດນາມ ສືບຕໍ່ຊ່ວຍສ້າງສະຖາບັນເສດຖະກິດ – ການເງິນ

77

ລັດຖະບານ ສສ ຫວຽດນາມ ໄດ້ສືບຕໍ່ຊ່ວຍສ້າງສະຖາບັນເສດຖະກິດ – ການເງິນ ໄລຍະທີ 3 ລວມທຶນທັງໝົດ 176 ຕື້ດົງ. ໃນນີ້, ມີທຶນລັດຖະບານສົມທົບຈຳນວນໜຶ່ງ, ການຊ່ວຍເຫຼືອດັ່ງກ່າວເປັນການປະກອບສ່ວນອັນສຳຄັນໃນການສ້າງບຸກຄະລາກອນທີ່ມີຄຸນນະພາບ ກໍຄືນັກການເງິນເພື່ອປະກອບສ່ວນສ້າງວຽກເຮັດງານທຳ ແລະ ສ້າງສາພັດທະນາປະເທດ.

ພິທີວາງສີລາລືກໂຄງການກໍ່ສ້າງ ສະຖາບັນເສດຖະກິດ – ການເງິນ ດົງຄໍາຊ້າງ ໄລຍະ 3 ຈັດຂຶ້ນໃນວັນທີ 19 ກໍລະກົດ 2019 ຜ່ານມາ ທີ່ສະຖາບັນການເງິນດັ່ງກ່າວ ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສປປ ລາວ. ທ່ານ ດິງ ຕຽນ ຢຸງ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ, ທ່ານ ຫງວຽນ ບາ ຫຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມຂອງ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄູ – ອາຈານ ແລະ ນັກສຶກສາພາຍໃນສະຖາບັນຮ່ວມເປັນສັກຂີພິຍານ.

ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ກ່າວວ່າ: ລັດຖະບານແຫ່ງ ສສ ຫວຽດນາມ ໄດ້ສືບຕໍ່ຊ່ວຍເຫຼືອສ້າງສະຖາບັນເສດຖະກິດ – ການເງິນ ເປັນໄລຍະທີ 3 ດ້ວຍຈໍານວນເງິນ 176 ຕື້ດົງ ຫຼື ປະມານ 65 ຕື້ກີບ. ໃນນີ້, ເປັນທຶນສົມທົບລັດຖະບານລາວ 6 ຕື້ກີບ ໂດຍຈຳນວນທຶນທັງໝົດແມ່ນຈະໄດ້ກໍ່ສ້າງອາຄານໂຮງຮຽນ ແລະ ສະຖາບັນຄົ້ນ ຄວ້າວິທະຍາສາດເລກ 4 ຈຳນວນ 1 ຫຼັງ ເປັນອາຄານ 3 ຊັ້ນ, ອາຄານຫໍພັກນັກສຶກສາ 3 ຊັ້ນ 2 ຫຼັງ, ອາຄານຊັ້ນດຽວ 1 ຫຼັງ ສໍາລັບຝຶກສອນທົ່ວໄປ, ສະໜາມກີລາ ແລະ ກໍ່ສ້າງລະບົບເຕັກນິກພື້ນຖານໂຄງລ່າງຢູ່ນອກອາຄານ ການກໍ່ສ້າງສະຖາບັນເສດຖະກິດ – ການເງິນ ແຫ່ງນີ້ແມ່ນຈະໃຊ້ເວລາ 2 ປີ ນັບແຕ່ກາງປີ 2019 ໄປຈົນເຖິງ 2021.

ທ່ານ ແສນສັກ ສຸລິສັກ ຮັກສາການຫົວໜ້າສະຖາບັນເສດຖະກິດ – ການເງິນ ດົງຄໍາຊ້າງ ກ່າວວ່າ: ໂຄງການກໍ່ສ້າງສະຖາບັນເສດຖະກິດ – ການເງິນ ດົງຄໍາຊ້າງ ໄລຍະ 3 ລວມທັງໄລຍະ 1 ແລະ 2 ຈະຊ່ວຍຍົກລະດັບໂຄງການສະຖາບັນເສດຖະກິດ – ການເງິນ ດົງຄໍາຊ້າງ ຂຶ້ນສູ່ລະດັບໃໝ່ ແລະ ກາຍເປັນສູນກາງການສຶກສາລະດັບປະເທດຂອງລາວດ້ານສາຂາເສດຖະກິດ, ການເງິນຕອບສະໜອງຢ່າງຄົບຖ້ວນຕາມຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຮອດປີ 2030 ຜົນສໍາເລັດຂອງໂຄງການເປັນຂີດໝາຍດ້ານການຮ່ວມມືພັດທະນາແບບຍືນຍົງລະຫວ່າງສອງປະເທດ ກໍຄືກະຊວງການເງິນລາວ ແລະ ຫວຽດນາມ ໃຫ້ນັບມື້ເຂັ້ມແຂງ.

ສະຖາບັນເສດຖະກິດ – ການເງິນ ດົງຄໍາຊ້າງ ມີການສິດສອນລະດັບຊັ້ນສູງ – ປະລິນຍາຕີ ແຕ່ລະປີຈະມີນັກສຶກສາບໍ່ຕ່ຳກວ່າ 4 ພັນຄົນຕໍ່ປີ ລວມທັງພະນັກງານຂະແໜງການເງິນທີ່ມາສຶກສາ ແລະ ຄົ້ນຄວ້າຫຼາຍກວ່າ 300 ຄົນ ຄວາມຕ້ອງການທີ່ພັກອາໄສໃຫ້ແກ່ນັກສຶກສາ ແລະ ພະນັກງານມາຝຶກອົບຮົມຫຼາຍກວ່າ 1 ພັນຄົນ ເປັນຢ່າງໜ້ອຍ ຫາກໂຄງການກໍ່ສ້າງໄລຍະ 3 ສຳເລັດຈະສາມາດຕອບສະໜອງທີ່ພັກອາໄສຂອງນັກສຶກສາໄດ້ຢ່າງທົ່ວເຖິງ.

( ຂ່າວ: ສຸລິນ, ຮູບ: ວິລະສັກ )