ອຸຕຸແຈ້ງເດືອນນີ້ ຝົນຕົກຫຼຸດ 50% ຄາດແກ່ຍາວຮອດເດືອນສິງຫາ

60

ປະລິມານນໍ້າຝົນໃນເດືອນກໍລະກົດ 2019 ແທກໃນທົ່ວປະເທດມີຫຼາຍແຂວງ ຫຼຸດ 50%, ຂະນະທີ່ຄາດຄະເນປະລິມານນໍ້າຝົນຈະເພີ່ມຂຶ້ນໃນເດືອນກັນຍາ ສາເຫດມາຈາກປາກົດການ ເອວນິນໂຢ ໃນພາວະໂລກຮ້ອນ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ ເຜີຍບົດລາຍງານການວິເຄາະສະຖານະການ ແລະ ຢັ້ງຢືນຄວາມເປັນຈິງຂອງປະລິມານນໍ້າແຫ້ງຜິດປົກກະຕິ ແລະ ຄາດຄະເນປະລິມານນ້ຳຝົນຂອງປີນີ້ ( 2019 ). ຜົນກະທົບຂອງສະພາບແຫ້ງແລ້ງ ສາເຫດທີ່ພາໃຫ້ລະດັບນ້ຳຂອງໃນໄລຍະເດືອນກໍລະກົດ ເຊິ່ງປະລິມານນ້ຳແຫ້ງຜິດປົກກະຕິສາມາດວິເຄາະໄດ້ດັ່ງນີ້:

ການເກັບກໍາຂໍ້ມູນລະດັບນ້ຳ ແລະ ປະລິມານນ້ຳຝົນໃນໄລຍະເດືອນມິຖຸນາ ແລະ ເດືອນກໍລະກົດຂອງປີ 2019 ຖ້າສົມທຽບໃສ່ເກນປົກກະຕິສະເລ່ຍຫຼາຍປີ ຕາມຂໍ້ມູນແຕ່ປີ 2006 ຫາ ປີ 2018 ເຫັນໄດ້ວ່າ:

▶ ລະດັບນ້ຳຂອງ ສໍາລັບເດືອນມິຖຸນາຂອງປີ 2019 ຖ້າທຽບໃສ່ເກນປົກກະຕິ ແຕ່ປີ 2006 ຫາ ປີ 2018 ແມ່ນສາມາດຕີລາຄາໄດ້ວ່າທຸກສະຖານີຕາມລໍາແມ່ນ້ຳຂອງ ແຕ່ນະຄອນຫຼວງວຽງຈັນ Km4 ຈົນຮອດປາກເຊແມ່ນຫຼຸດເກນປົກກະຕິ ແຕ່ 10 ຫາ 40%, ຍົກເວັ້ນສະຖານີຫຼວງພະບາງ.

▶ ລະດັບນ້ຳຂອງ ສໍາລັບເດືອນກໍລະກົດຂອງປີ 2019 ຖ້າທຽບໃສ່ເກນປົກກະຕິ ແຕ່ປີ 2006 ຫາ ປີ 2018 ແມ່ນສາມາດຕີລາຄາໄດ້ວ່າທຸກສະຖານີຕາມລໍາແມ່ນ້ຳຂອງ ແຕ່ຫຼວງພະບາງ ຈົນຮອດປາກເຊແມ່ນຫຼຸດເກນປົກກະຕິ ແຕ່ 21 ຫາ 74 ເປີເຊັນ ໂດຍສະເລ່ຍ 53 ເປີເຊັນ ແລະ ຫຼຸດຫຼາຍກວ່າໝູ່ແມ່ນສະຖານີ ຫຼັກ 4 ( ນະຄອນຫຼວງວຽງຈັນ ) ຫຼຸດເຖິງ 73,5 ເປີເຊັນ.

▶ ລະດັບນ້ຳຂອງຕ່ຳສຸດ ສໍາລັບເດືອນກໍລະກົດຂອງປີ 2019 ຖ້າທຽບໃສ່ລະດັບນ້ຳຕ່ຳສຸດຂອງໄລຍະລະດູຝົນ ແຕ່ປີ 2006 ຫາ ປີ 2018 ເຊິ່ງເລີ່ມແຕ່ເດືອນມິຖຸນາ ຫາ ເດືອນຕຸລາຂອງທຸກປີ ແມ່ນສາມາດຕີລາຄາໄດ້ວ່າ ສ່ວນຫຼາຍແມ່ນເກືອບທຸກສະຖານີຕາມລໍາແມ່ນ້ຳຂອງ ແຕ່ຫຼັກ 4 ຮອດ ປາກເຊ ແມ່ນລະດັບນ້ຳຕໍ່າກວ່າ ຫຼື ເກືອບເທົ່າເກນປົກກະຕິ ຍົກເວັ້ນສະຖານີຫຼວງພະບາງ ແຕ່ລະດັບນ້ຳທີ່ໄລ່ຈາກເກນປົກກະຕິທີ່ຕໍ່າກວ່າລະດັບນ້ຳປີນີ້ ບໍ່ແມ່ນຢູ່ໃນໄລຍະເດືອນກໍລະກົດ ແຕ່ແມ່ນຢູ່ໃນໄລຍະເດືອນມິຖຸນາຂອງປີ 2010.

▶ ຕາມສະຖິຕິຂອງການວັດແທກປະລິມານນ້ຳຝົນຈາກບັນດາສະຖານີຕາມລໍາແມ່ນ້ຳຂອງໃນໄລຍະຕົ້ນເດືອນກໍລະກົດ ມາຮອດປັດຈຸບັນຖ້າທຽບໃສ່ເກນປົກກະຕິເຫັນໄດ້ຢ່າງຈະແຈ້ງວ່າ ປະລິມານນ້ຳຝົນໃນເດືອນກໍລະກົດຂອງປີນີ້ ຫຼຸດເກນປົກກະຕິຫຼາຍ ແລະ ສະເລ່ຍແລ້ວຫຼຸດເກນປົກກະຕິເຖິງ 75,2%. ນອກນັ້ນ, ຕາມການຕິດຕາມການລາຍງານຈາກບັນດາເຂື່ອນຕ່າງໆໃນແຕ່ລະວັນ ກໍເຫັນໄດ້ວ່າບາງເຂື່ອນບໍ່ສາມາດຜະລິດໄຟຟ້າໄດ້ ເນື່ອງຈາກວ່າບໍ່ມີຝົນຕົກໃນບໍລິເວນເຂື່ອນ ແລະ ບໍ່ມີປະລິມານນ້ຳໄຫຼເຂົ້າອ່າງ ແລະ ບໍ່ມີນ້ຳພຽງພໍສໍາລັບການຜະລິດໄຟຟ້າ.

ສາເຫດທີ່ພາໃຫ້ເກີດສະພາບແຫ້ງແລ້ງເກີດຈາກປາກົດການຂອງສະພາບການປ່ຽນແປງຂອງອາກາດ ໃນຕົ້ນລະດູການ ໄດ້ຢັ້ງຢືນໃຫ້ຮູ້ແລ້ວວ່າປາກົດການເອວນິນໂຢ ( Elnino ) ໃນພາວະໂລກຮ້ອນ ເຊິ່ງຢັ້ງຢືນໄດ້ວ່າສະພາບການປ່ຽນແປງຂອງສະພາບອາກາດໃນໄລຍະເດືອນກໍລະກົດ ແລະ ສະພາບຂອງ Elinino.

ໃນໄລຍະອາທິດທີ 1 ຫາທີ 2 ຂອງເດືອນກໍລະກົດ 2019 ຝົນຕົກໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ເຊັ່ນ: ຢູ່ວຽງໄຊ ຝົນຕົກໃນໄລຍະ 24 ຊົ່ວໂມງແທກໄດ້ 89,5 ມິນລີແມັດ ໃນວັນທີ 3 ກໍລະກົດ 2019, ຫຼັກ 20 ແທກໄດ້ 102,5 ມິນລີແມັດ ໃນວັນທີ 3 ກໍລະກົດ, ທ່າແຂກແທກໄດ້ 113,5 ມິນລີແມັດ ໃນວັນທີ 3 ກໍລະກົດ, ນາກາຍ ແທກໄດ້ 114,0 ມິນລີແມັດ ໃນວັນທີ 3 ກໍລະກົດ, ປາເຊ 81,4 ມິນລີແມັດ ໃນວັນທີ 2 ກໍລະກົດ ແລະ ປາກຊ່ອງ 84,6 ມິນລີແມັດ ໃນວັນທີ 1 ກໍລະກົດ 2019. ໄລຍະອາທິດທີ 3 ມີຝົນຕົກຫຼຸດລົງ ແລະ ອາກາດຮ້ອນ. ຈາກສະພາບການແຈກຢາຍຂອງຝົນແຕ່ໄລຍະວັນທີ 1 – 17 ກໍລະກົດ 2019 ໄດ້ເຮັດໃຫ້ມີຝົນຫຼຸດເກນປົກກະຕິ ເປັນສ່ວນຫຼາຍ ເຊິ່ງເປີເຊັນຝົນຕົກປະຈໍາເດືອນແມ່ນ ຫຼຸດລົງ 50% ເປັນສ່ວນຫຼາຍ ແຕ່ມີພຽງບາງທ້ອງຖິ່ນເທົ່ານັ້ນທີ່ມີຝົນປະມານ 55 – 65% ໂດຍທຽບໃສ່ປະລິມານຝົນເກນປົກກະຕິຂອງເດືອນກໍລະກົດ ສະເພາະເຂດແຂວງພາກເໜືອ ມີປະລິມານຝົນຕົກໜ້ອຍຫຼາຍ ເຊັ່ນ: ເຂດເມືອງຫ້ວຍຊາຍ ມີຝົນພຽງ 3% ຂອງເດືອນ ແລະ ແຂວງຫຼວງນໍ້າທາ 15 – 19% ເທົ່ານັ້ນ.

ບົດລາຍງານຍັງໃຫ້ຮູ້ອີກວ່າ: ຄາດຄະເນປະລິມານນໍ້າຝົນປີ 2019 ໃນໄລຍະຕົ້ນເດືອນກໍລະກົດ ຫາ ເດືອນກັນຍາ 2019 ຮ່ອງຝົນຍັງສືບຕໍ່ເຄື່ອນທີ່ພັດຜ່ານພາກກາງ. ພ້ອມດຽວກັນ, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງອ່ອນ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ. ໃນໄລຍະກາງ ຫາ ທ້າຍເດືອນກັນຍາ 2019 ຮ່ອງຝົນຈະເຄື່ອນທີ່ພາດຜ່ານເຂດພາກເໜືອ ແລະ ພາກກາງ ປ່ອງໃສ່ພາຍຸໝຸນເຂດຮ້ອນທີ່ຈະກໍ່ຕົວຢູ່ທະເລຈີນໃຕ້ ແລະ ເຂດມະຫາສະໝຸດປາຊີຟິກ ເຊິ່ງພາຍຸດັ່ງກ່າວຈະມີທ່າອ່ຽງເຄື່ອນທີ່ຜ່ານເຂດພາກເໜືອຂອງຫວຽດນາມຈໍານວນໜຶ່ງ. ຈາກນັ້ນ, ຈະຜ່ານພາກກາງ ແລະ ພາກເໜືອຂອງປະເທດລາວ ແລະ ຈະເຮັດໃຫ້ຝົນຕົກໜັກຢູ່ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້.

ຈາກສະພາບການລະດັບນ້ຳທີ່ຫຼຸດຜິດປົກກະຕິ ການຄາດຄະເນທ່າອ່ຽງໃນໄລຍະທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາແມ່ນຈະມີຝົນຕົນຫຼາຍຂຶ້ນ ແລະ ຈະເຮັດໃຫ້ລະດັບນ້ຳຕາມສາຂາຫຼັກ ແລະ ລະດັບນ້ຳຕາມລໍາແມ່ນ້ຳຂອງກໍຈະມີການເພີ່ມສູງຂຶ້ນຕາມລໍາດັບ.

ຕໍ່ກັບສະພາບໄພແຫ້ງແລ້ງຜິດປົກກະຕິ ແລະ ຝົນຂາດໄລຍະໃນລະດູການທໍາການຜະລິດ. ສະນັ້ນ, ເຂດໃດທີ່ມີການຜະລິດຕາມລະດູການແມ່ນຈະເຮັດໃຫ້ຂາດແຄນນ້ຳສໍາລັບການເພື່ອການກະສິກໍາ ແລະ ບາງເຂດທີ່ໄດ້ມີການຫວ່ານກ້າ, ດໍານາແລ້ວແຕ່ບໍ່ມີ ຄວາມສາມາດດູດນ້ຳຊົດເຊີຍໃນໄລຍະຝົນຂາດໄລຍະນີ້ກໍ່ຈະເກີດດິນແຫ້ງແລ້ງ ແລະ ບໍ່ມີນ້ຳພຽງພໍ.

[ ຂ່າວ: ພຸດຕີ້, ສົມລົດ ]