ລົມເລື່ອງງົດນໍ້າເມົາ

138

ລົມເລື່ອງງົດນໍ້າເມົາ

 

 

ມື້ນີ້ວັນອັງຄານ ທີ 16 ກໍລະກົດ 2019 ກົງກັບມື້ຂຶ້ນ 15 ຄໍ່າເດືອນແປດລາວ ເຊິ່ງເປັນວັນສຳຄັນໃນຮີດຄອງປະເພນີກໍຄືທາງພຸດທະສາສະໜາ ນັ້ນຄືວັນບຸນເຂົ້າພັນສາ.

ມື້ນີ້ຫຼາຍຄົນ, ຫຼາຍຄອບຄົວ ກໍພາກັນໄປທຳບຸນສິນກິນທານ ເປັນຕົ້ນແມ່ນໄປຕັກບາດ ເຊິ່ງຂະບວນການນີ້ຈະເຫັນເຕັມໜ້າເຟສບຸ໊ກ ເຊິ່ງເປັນເລື່ອງທີ່ໜ້າພາກພູມໃຈ.

 

 

ໃນຄວາມພາກພູມໃຈນັ້ນກໍມີຄວາມກັງວົນໃຈຕໍ່ຂະບວນການດື່ມນໍ້າເມົາ ເຊິ່ງຕັ້ງກັນເປັນວົງຕາມເຮືອນຊານບ້ານຊ່ອງ ຫຼື ວ່າຕາມສະຖານທີ່ທ່ອງທ່ຽວຕ່າງໆ ບໍ່ທໍ່ນັ້ນຍັງມີການໂພສລົງໜ້າເຟສບຸ໊ກເຫັນແລ້ວກໍໜ້າສົງສານທີ່ວັນບຸນກາຍເປັນວັນແຂ່ງຂັນກັນອວດອ້າງການຕັ້ງວົງດື່ມນໍ້າເມົາ… ເຖິງຢ່າງໃດກໍດີ, ຂະບວນການທີ່ໜ້າຍ້ອງຍໍສັນລະເສີນຍັງຄົງມີຢູ່ໃນສັງຄົມ ນັ້ນຄື: ຂະບວນງົດນໍ້າເມົາຍາມເຂົ້າພັນສາ ເຊິ່ງສັງເກດເຫັນວ່າຟົດຟື້ນກວ້າງຂວາງອອກໃນແຕ່ລະປີ ສັງເກດເຫັນວ່າໃນສະພາກາເຟ ຫຼື ເຮືອນບຸນເຮືອນທານ, ບ່ອນອອກກຳລັງກາຍ, ຕະຫຼາດຮ້ານຄ້າ ຜູ້ຄົນຕ່າງກໍຊັກຊວນກັນຕັ້ງບັນຫາທ້າທາຍກັນວ່າຊິງົດນໍ້າເມົາຍາມເຂົ້າພັນສາຕະຫຼອດສາມເດືອນໄດ້ ຫຼື ບໍ່? ຫຼື ຊິອອກກາງທາງວ່າຊັ້ນ!.

 

ພາບປະກອບທີ່ບໍ່ກ່ຽວກັບເນື້ອໃນ

 

ການງົດນໍ້າເມົາໃນຕະຫຼອດ 3 ເດືອນຍາມເຂົ້າພັນສານີ້ ຜູ້ຂຽນເອງກໍໄດ້ປະຕິບັດມາສິບກວ່າປີແລ້ວ ເຫັນວ່າມີໂອກາດກວດສຸຂະພາບ ແລະ ປິ່ນປົວໄປພ້ອມ ເຊິ່ງບາງເທື່ອເຮົາກໍສາມາດຮູ້ໄດ້ວ່າເຮົາເປັນພະຍາດຫຍັງແດ່?. ສະນັ້ນ, ປີໜຶ່ງກວດເທື່ອໜຶ່ງກໍຍັງດີ.

ນອກຈາກນັ້ນ, ໃນສັງຄົມເຮົາກໍສາມາດຫຼີກລຽງການດື່ມນໍ້າເມົາໄດ້ ເພາະເຮົາມີຂໍ້ອ້າງຕໍ່ໝູ່ຄູ່ເພື່ອນຝູງເວລາມີການມີງານ ຄັນແມ່ນບໍ່ຖືກຍາມເຂົ້າພັນສາແລ້ວກໍປະຕິເສດຍາກ.

ສ່ວນຜູ້ທີ່ເລີ່ມໃໝ່ນັ້ນຕ້ອງຕັດສິນໃຈເດັດຂາດ ບໍ່ຊັ້ນມັນອອກກາງເຄິ່ງ. ຕາມປະສົບການຂອງຫຼາຍຄົນບອກວ່າ: ຫຼັງຈາກມື້ບຸນແລ້ວໃຫ້ຊອກເວລາໄປກວດສຸຂະພາບ ເພື່ອຈະຮູ້ວ່າເຮົາເປັນພະຍາດຫຍັງ ຫຼື ບໍ່? ເມື່ອຮູ້ມີພະຍາດແລ້ວມັນຈະບັງຄັບເຮົາໄປໃນຕົວໃນການປິ່ນປົວຕາມການແນະນຳຂອງແພດໝໍ ເວລານັ້ນເຮົາຈະຕັດສິນໃຈເລື່ອງການກິນດື່ມ ເພື່ອປິ່ນປົວສຸຂະພາບຂອງຕົນ ໃນກໍລະນີສຸຂະພາບຮ່າງກາຍແຂງແຮງກໍຄວນຕັ້ງບັນຫາທົບທວນຊີວິດທີ່ຜ່ານມາວ່າມີຫຍັງຕ້ອງປັບປຸງແກ້ໄຂ ເປັນຕົ້ນແມ່ນເລື່ອງກ່ຽວກັບຄອບຄົວ, ການສ້າງລາຍຮັບ, ການທຳການຜະລິດກະສິກຳ ແລະ ອື່ນໆ.

 

ພາບປະກອບທີ່ບໍ່ກ່ຽວຂ້ອງກັບເນື້ອໃນ

ສາມເດືອນເບິ່ງຄືວ່າສັ້ນ ແຕ່ຫາກເຮົາຕັ້ງບັນຫາທົບທວນຄືນການດຳລົງຊີວິດໃນຮອບປີຜ່ານມາກໍສາມາດເຫັນໄດ້ຫຼາຍສິ່ງຢ່າງທີ່ມັນຍ່າງເຂົ້າມາໃນຊີວິດເຮົາ ເຊິ່ງມີທັງເລື່ອງດີ ແລະ ເລື່ອງຮ້າຍ ໂດຍທີ່ເຮົາສາມາດຖອດຖອນເປັນບົດຮຽນໄດ້ ຫຼື ຢ່າງໜ້ອຍກໍມີສະຕິລະວັງຕົວສູງຂຶ້ນ.

ມີບາງຄົນຕັ້ງຄຳຖາມວ່າ: ງົດສາມເດືອນໃນຮອບປີແມ່ນໜ້ອຍ ເປັນຫຍັງບໍ່ງົດເກົ້າເດືອນ ຫຼື ຕະຫຼອດໄປ ກໍເປັນແນວຄິດທີ່ດີທັງນັ້ນ, ແຕ່ກໍຕ້ອງຍອມຮັບຄວາມເປັນຈິງວ່າ: ຄວາມສາມາດກໍຄືເພດານຊີວິດຂອງແຕ່ລະຄົນບໍ່ຄືກັນນໍ? ງົດໄດ້ສາມເດືອນກໍຖືວ່າດີຫຼາຍ, ແຕ່ຖ້າເຮັດໄດ້ຕະຫຼອດປີແຫ່ງເປັນແບບຢ່າງທີ່ໜ້າຍ້ອງຍໍຊົມເຊີຍ.

ຜູ້ຂຽນຄິດວ່າ: ຄຽງຄູ່ກັບຂະບວນການຫຼິ້ນກີລາ, ແຂ່ງຂັນກີລາໃນຍາມນີ້ຄວນເພີ່ມເລື່ອງງົດນໍ້າເມົາເຂົ້າໄປຈະເປັນການດີຍິ່ງ… ຕ້ອງຍອມຮັບວ່າໃນຂະບວນດັ່ງກ່າວມີນໍ້າເມົາເຂົ້າໄປມີສ່ວນຮ່ວມເກີນເຄິ່ງໜຶ່ງ.

ຂໍສະເໜີເປັນການແລກປ່ຽນນໍ?

 

[ ທິດດີ ]