ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປີດຮັບສະໝັກສອບເສັງ ແລະ ສຳພາດ ຄັດເລືອກເອົານັກຮຽນ ເຂົ້າຮຽນ ຊັ້ນກາງ, ຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ

241

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ເປີດຮັບສະໝັກສອບເສັງ ແລະ ສຳພາດຄັດເລືອກເອົານັກຮຽນ ເຂົ້າຮຽນ ຊັ້ນກາງ, ຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ ໃນສົກຮຽນ 2019-2020, ພິເສດບາງຫຼັກສູດ ຜູ້ໄດ້ຮັບຄັດເລືອກຈະໄດ້ຮັບເບ້ຍລ້ຽງ ແລະ ບໍ່ໄດ້ຈ່າຍຄ່າຮຽນ. ວິຊາສອບເສັ່ງມີ: ວິຊາຄະນິດເສດ+ຟິຊິກສາດ(ໃຊ້ເວລາ90ນາທີ), ວິຊາພາສາລາວ ວັນນະຄະດີ+ຄວາມຮູ້ທົ່ວໄປ+ພາສາອັງກິດ(ໃຊ້ເວລາ90ນາທີ).ລາຍລະອຽດດັ່ງລຸ່ມນີ້:

1.ຫຼັກສູດຊັ້ນກາງລະບົບ 9+3 (ຮຽນ 3 ປີ) ມີ 5 ພາກວິຊາ, ຄັດເລືອກເຂົ້າຮຽນດ້ວຍການສຳພາດຄື:
1.1.ພາກວິຊາໂລຫະກຳວິທະຍາ (ຊ່າງຈອດ ແລະ ທໍ່ນ້ຳ)
1.2.ພາກວິຊາກົນຈັກໂຮງງານ
1.3.ພາກວິຊາໄຟຟ້າ-ເອເລັກໂຕຼນິກ
-ໄຟຟ້າເຕັກນິກ


1.4.ພາກວິຊາເຕັກໂນໂລຊີລົດຍົນ
1.5.ພາກວິຊາກົນຈັກໜັກ ແລະ ກົນຈັກກະສິກຳ
– ພະແນກກົນຈັກກະສິກຳ
ເງື່ອນໄຂຜູ້ສະໝັກ ຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ, ຜູ້ທີ່ໄດ້ຮັບການຄັດເລືອກຈະໄດ້ຮັບເບ້ຍລ້ຽງ ແລະ ບໍ່ໄດ້ຈ່າຍຄ່າຮຽນ


2.ຫຼັກສູດຊັ້ນກາງລະບົບ 12+2 (ຮຽນ 2 ປີ) ມີ 2 ພາກວິຊາ, ຄັດເລືອກເຂົ້າຮຽນດ້ວຍການສຳພາດ ຄື:
2.1.ພາກວິຊາໂລຫະກຳວິທະຍາ (ຊ່າງຈອດ ແລະ ທໍ່ນ້ຳ)
2.2.ພາກວິຊາກົນຈັກໂຮງງານ
ເງື່ອນໄຂຜູ້ສະໝັກ ຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ, ຜູ້ທີ່ໄດ້ຮັບການຄັດເລືອກຈະໄດ້ຮັບເບ້ຍລ້ຽງ ແລະ ບໍ່ໄດ້ຈ່າຍຄ່າຮຽນ

3. ຫຼັກສູດຊັ້ນສູງ ລະບົບ 12+3 (ຮຽນ 3 ປີ) ຄັດເລືອກເຂົ້າຮຽນດ້ວຍການສອບເສັງ
3.1.ພາກວິຊາໄຟຟ້າ-ເອເລັກໂຕຼນິກ
1.ພະແນກການຕິດຕັ້ງໄຟຟ້າ, 2.ພະແນກການຕິດຕັ້ງສ້ອມແປງໄຟຟ້າອຸດສາຫະກຳ, 3.ພະແນກການຕິດຕັ້ງສ້ອມແປງເຄື່ອງເອເລັກໂຕຼນິກອຸດສາຫະກຳ,4.ພະແນກການຕິດຕັ້ງ, ສ້ອມແປງເຄື່ອງເຮັດຄວາມເຢັນ-ເຄື່ອງປັບອາກາດ, 5.ພະແນກການບຳລຸງຮັກສາ-ສ້ອມແປງໄຟຟ້າເຂື່ອນພະລັງງານນ້ຳ.
ເງື່ອນໄຂຜູ້ສະໝັກ ຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ

4.ຫຼັກສູດຊັ້ນກາງລະບົບ 12+2 (ຮຽນ 2 ປີ) ຄັດເລືອກເຂົ້າຮຽນດ້ວຍການສອບເສັງ
4.1.ພາກວິຊາເຕັກໂນໂລຊີລົດຍົນ
4.2.ພາກວິຊາກົນຈັກໜັກ ແລະ ກົນຈັກກະສິກຳ
1.ພະແນກກົນຈັກໜັກ, 2.ພະແນກກົນຈັກກະສິກຳ. ເງື່ອນໄຂຜູ້ສະໝັກ ຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ


5.ຫຼັກສູດຊັ້ນສູງຕໍ່ເນື່ອງ ມີ 3 ພາກວິຊາ, ຄັດເລືອກເຂົ້າຮຽນດ້ວຍການສອບເສັງຄື:
5.1.ພາກວິຊາເຕັກໂນໂລຊີລົດຍົນ
5.2.ພາກວິຊາໄຟຟ້າ-ເອເລັກໂຕຼນິກ
-ໄຟຟ້າເຕັກນິກ
5.3.ພາກວິຊາໂລຫະກຳວິທະຍາ (ຊ່າງຈອດ ແລະ ທໍ່ນ້ຳ)
5.4.ພາກວິຊາກົນຈັກໂຮງງານ
ເງື່ອນໄຂຜູ້ສະໝັກ ຈົບວິຊາສະເພາະຊັ້ນກາງໃນສາຂາວິຊາທີ່ກ່ຽວຂ້ອງ



ມື້ຂາຍ-ຮັບໃບຄຳຮ້ອງຂໍສຳພາດເຂົ້າຮຽນຫຼັກສູດຊັ້ນກາງ ລະບົບ 9+3 ແຕ່ວັນທີ 08/7/2019; ມື້ຮັບສຳພາດໄດ້ແຈ້ງຢູ່ໃນແບບຟອມສະໝັກ. ມື້ຂາຍ-ຮັບໃບຄຳຮ້ອງຂໍສຳພາດ ແລະ ສອບເສັງ ເຂົ້າຮຽນຫຼັກສູດຊັ້ນກາງ ລະບົບ 12+2; ຫຼັກສູດຊັ້ນສູງລະບົບ 12+3 ແຕ່ວັນທີ 16/7/2019-12/8/2019 ເປັນຕົ້ນໄປ. ສ່ວນມື້ສອບເສັງເຂົ້າຮຽນຫຼັກສູດ 12+2 ແລະ 12+3 ວັນພຸດ, ວັນທີ 14/08/2019
ຂາຍ-ຮັບໃບຄຳຮ້ອງຂໍເຂົ້າສອບເສັງເຂົ້າຮຽນຫຼັກສູດຊັ້ນສູງຕໍ່ເນື່ອງ ວັນທີ 17/7/2019-21/8/2019 ເປັນຕົ້ນໄປ.ມື້ສອບເສັງເຂົ້າຮຽນ ຫຼັກສູດຊັ້ນສູງຕໍ່ເນື່ອງ ວັນພຸດ, ວັນທີ 23/8/2019; ຊື້ ແລະ ຍື່ນຄຳຮ້ອງໄດ້ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ (ຖະໜົນທ່າເດື່ອ ຫຼັກ 3 ນະຄອນຫຼວງວຽງຈັນ ໃນວັນ ແລະ ເວລາລັດຖະການ; ໂທ 021 312 432, ແຟັກ: 021 312 538).
ລາຍລະອຽດຕາມແຈ້ງການລຸ່ມນີ້