ສຳເລັດການຈົດທະບຽນພັນທະບັດລັດຖະບານ 900 ກວ່າໜ່ວຍ

85

ໃນ 6 ເດືອນຕົ້ນປີ 2019 ຕະຫຼາດຫຼັກຊັບລາວ ( ຕລຊລ ) ສຳເລັດການຈົດທະບຽນພັນທະບັດລັດຖະບານ ຈຳນວນ 900 ກວ່າໜ່ວຍ, ມູນຄ່າ 900 ກວ່າຕື້ກີບ. ພ້ອມນັ້ນ, ຍັງໄດ້ເປີດຂາຍຫຸ້ນຂອງ ບໍລິສັດ ວຽງຈັນເຊັນເຕີລາວ ມະຫາຊົນ ເຮັດໃຫ້ຮອດປັດຈຸບັນມີບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ 10 ບໍລິສັດແລ້ວ.

ອີງຕາມຂໍ້ມູນຈາກຕະຫຼາດຫຼັກຊັບລາວ ໄດ້ແຈ້ງໃຫ້ຮູ້ໃນວັນທີ 17 ກໍລະກົດນີ້ວ່າ: ໄລຍະ 6 ເດືອນຕົ້ນປີ 2019 ນີ້ ຕລຊລ ໄດ້ສໍາເລັດການຈົດທະບຽນພັນທະບັດລັດຖະບານ ຈໍານວນ 959.660 ໜ່ວຍ, ມູນຄ່າຫຼາຍກວ່າ 959 ຕື້ກີບ ແລະ ໄດ້ສໍາເລັດການຈ່າຍດອກເບ້ຍພັນທະບັດລັດຖະບານ ປະຈໍາງວດທີ 1 ຄັ້ງວັນທີ 17/06/2019. ພ້ອມນີ້, ຍັງໄດ້ສໍາເລັດການຈົດທະບຽນ ແລະ ການເປີດການຊື້ – ຂາຍຫຸ້ນຄັ້ງທໍາອິດຂອງ ບໍລິສັດ ວຽງຈັນເຊັນເຕີລາວ ມະຫາຊົນ ເຊິ່ງໃນປັດຈຸບັນ ຕລຊລ ມີບໍລິສັດຈົດທະບຽນທັງໝົດ 10 ບໍລິສັດ. ພ້ອມນັ້ນ, ໃນກາງເດືອນພຶດສະພາຜ່ານມາ ຍັງສົມທົບກັບບັນດາບໍລິສັດຈົດທະບຽນໃນ ຕລຊລ ຈັດກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບ “ Registration and Voting Online ”.

ນອກນີ້, ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນໃນການຊື້ – ຂາຍຫຼັກຊັບ ທາງຕະຫຼາດຫຼັກຊັບລາວ ຍັງສໍາເລັດການຍົກລະດັບກົນໄກຊື້ – ຂາຍຫຸ້ນຮູບແບບໃໝ່ຂອງ ຕລຊລ ໃນວັນທີ 11 ມັງກອນ 2019 ເຊັ່ນ: ການຂະຫຍາຍເວລາການຊື້ – ຂາຍຫຼັກຊັບຈາກເວລາ 8:30 – 11:30 ໂມງ ມາເປັນເວລາ 8:30 – 15:00 ໂມງ, ໄດ້ເພີ່ມຄໍາສັ່ງຊື້ – ຂາຍຫຼັກຊັບຮູບແບບໃໝ່ຄືສໍາສັ່ງຮູບແບບ Market Order ແລະ ໄດ້ດໍາເນີນການຄົ້ນຄວ້າປັບປຸງການກໍານົດລາຄາປິດສະເພາະ, ການກໍານົດຫຸ້ນທີ່ມີສະພາບຄ່ອງຕ່ຳ ແລະ ວິທີການໃນການຈັດສັນຫຸ້ນໃຫ້ແກ່ຜູ້ສ້າງສະພາບຄ່ອງ, ພ້ອມທັງສຳເລັດການຕິດຕັ້ງລະບົບໂປຣແກຣມພື້ນຖານໂຄງລ່າງຕ່າງໆທີ່ກ່ຽວຂ້ອງ ແລະ ສືບຕໍ່ດຳເນີນການສຶກສາການຕິດຕັ້ງລະບົບດຳເນີນງານຕະຫຼາດລົງໃນລະບົບທົດລອງຊຸດດັ່ງກ່າວ.

ໃນຂະນະດຽວກັນ, ຍັງໄດ້ສ້າງນັກວິຊາຊີບທຸລະກິດຫຼັກຊັບ ໂດຍໄດ້ສໍາເລັດການຈັດການຝຶກອົບຮົມ – ການເປັນທີ່ປຶກສາທາງການເງິນຢ່າງມືອາຊີບ, ສຳເລັດການຈັດສຳມະນາແລກປ່ຽນປະສົບການຮ່ວມກັບສະມາຄົມບໍລິສັດຫຼັກຊັບໄທ ພາຍໃຕ້ຫົວຂໍ້ “ ປະສົບການໃນການພັດທະນາວຽກງານຫຼັກຊັບ ແລະ ການສົ່ງເສີມສະພາບຄ່ອງໃນ ຕລຊລ ” ແລະ ໄດ້ສໍາເລັດການຈັດສຳມະນາພາຍນອກ ຮ່ວມກັບສຳນັກງານ ຄຄຊ ແລະ ບໍລິສັດຫຼັກຊັບ 7 ຄັ້ງ.

ໃນແຜນວຽກງານຈຸດສຸມ 6 ເດືອນທ້າຍປີ 2019 ຍັງຈະສືບຕໍ່ດໍາເນີນການໃນວຽກງານຕ່າງໆ ເປັນຕົ້ນ: ຕິດຕາມການປັບປຸງລະບຽບວ່າດ້ວຍການຈົດທະບຽນຫຸ້ນ ແລະ ກົົດລະບຽບພາຍໃນ ຕລຊລ, ຕິດຕາມການຝຶກອົບຮົມວຽກງານເປີດເຜີຍຂໍ້ມູນປະຈໍາປີ ແລະ ງານເປີດໂລກແຫ່ງການລົງທຶນປະຈໍາປີ 2019, ຈັດງານສໍາມະນາກ່ຽວກັບວຽກງານໃນຕະຫຼາດທຶນ – ຕະຫຼາດຫຼັກຊັບ ຮ່ວມກັບໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ ແລະ ພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ພາຍນອກຢ່າງເປັນປົກກະຕິ, ຕິດຕາມການຊື້ – ຂາຍຫຸ້ນ ແລະ ພັນທະບັດຢ່າງເປັນປົກກະຕິ, ກະກຽມຂໍ້ມູນໃນການຮ່າງ “ ປຶ້ມຄູ່ມືການລົງທຶນໃນ ຕລຊລ ”, ສືບຕໍ່ຕິດຕາມການທົບທວນຄວາມເປັນໄປໄດ້ໃນການເຂົ້າຈົດທະບຽນຂອງ 1 ບໍລິສັດ ແລະ ການກະກຽມຈົດທະບຽນຂອງ 1 ບໍລິສັດ, ຕິດຕາມຂັ້ນຕອນການຈ່າຍເງິນປັນຜົນປະຈໍາ 6 ເດືອນຕົ້ນປີ 2019 ຂອງບັນດາບໍລິສັດຈົດທະບຽນ, ການຊໍາລະຂອງການຊື້ – ຂາຍພັນທະບັດລັດຖະບານ ແລະ ການຈ່າຍດອກເບ້ຍໃນແຕ່ລະງວດ ແລະ ວຽກງານສໍາຄັນອື່ນໆຈໍານວນໜຶ່ງອີກ.

( ຂ່າວ: ຣັດສະໝີ ດວງສັດຈະ )