ໜ້າຄິດ! ນໍ້າຂອງແຫ້ງຜິດປົກກະຕິ ນະຄອນຫຼວງວັດແທກໄດ້ພຽງ 0,70 ແມັດ

122

ສະພາບອາກາດປີນີ້ແຫ້ງແລ້ງຜິດປົກກະຕິ ມີຝົນຕົກນ້ອຍຈົນບາງທ້ອງຖິ່ນສົ່ງຜົນໃຫ້ຜົນລະປູກຂອງຊາວກະສິກອນເສຍຫາຍເປັນຈຳນວນຫຼາຍ ແລະ ຍິ່ງໄປກວ່ານັ້ນນໍ້າຂອງ ເຊິ່ງເປັນແມ່ນໍ້າກວ້າງໃຫຍ່ໄພສານ, ເປັນແຫຼ່ງນໍ້າທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນກັບມີປະລິມານນ້ຳບົກແຫ້ງລົງເກີນຄາດຄິດ ບາງບ່ອນເຫັນເປັນຫາດຊາຍຟູຂາວ ເຊັ່ນດຽວກັບລະດູແລ້ງ.

 

 

ຕໍ່ກັບບັນຫານີ້, ທ່ານ ບຸນຮຽງ ສຸວັນນະຫານ ຮອງຫົວໜ້າພະແນກອຸທົກກະສາດ ກົມອຸຕຸນິຍົມແລະ ອຸທົກກະສາດ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ລາຍງານຕໍ່ສື່ວຽງຈັນທາມ ໃນວັນທີ 16 ກໍລະກົດ 2019 ວ່າ: ສະພາບນໍ້າໃນແມ່ນໍ້າຂອງບົກແຫ້ງລົງຫຼາຍໃນປີນີ້ ອາດຈະເກີດມາຈາກຫຼາຍສາເຫດເປັນຕົ້ນ: ໃນລະດູຜົນປີນີ້ຍັງບໍ່ທັນມີລົມມໍລະສຸມພັດຜ່ານມາຫຼາຍຄັ້ງຖ້າທຽບໃສ່ປີຜ່ານມາ ຈຶ່ງເຮັດໃຫ້ເຂື່ອນຫຼາຍແຫ່ງຢູ່ຕອນເໜືອຂອງແມ່ນໍ້າຂອງ ອາດຈະມີການເກັບກັກນໍ້າໄວ້ ເພື່ອຜະລິດກະແສໄຟຟ້າ ແລະ ໃຊ້ເຂົ້າໃນການຜະລິດກະສິກໍາ.

 

 

ໃນຂະນະທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍ່ໄດ້ລາຍງານພະຍາກອນລະດັບນໍ້າໃນວັນທີ 18 ກໍລະກົດ 2019 ວ່າ: ລະດັບແມ່ນໍ້າຂອງຫຼາຍເຂດຫຼຸດລົງຢ່າງໜ້າຕົກໃຈ ໂດຍສະເພາະເຂດຫຼັກ 4 ນະຄອນຫຼວງວຽງຈັນ ວັດແທກໄດ້ພຽງແຕ່ 0,70 ແມັດ, ຂະນະທີ່ເຂດລະວັງໄພຢູ່ 11,50 ແມັດ, ເຂດອັນຕະລາຍ 12,50 ແມັດ; ຮອງລົງມາປາກລາຍ (ນໍ້າຂອງ) ວັດແທກໄດ້ 0,96 ແມັດ, ເຂດລະວັງໄພແມ່ນ 15 ແມັດ, ເຂດອັນຕະລາຍ 16 ແມັດ; ຫ້ວຍຊາຍ (ນໍ້າຂອງ) ວັດແທກໄດ້ 1,68 ແມັດ, ເຂດລະວັງໄພແມ່ນ 15 ແມັດ, ເຂດອັນຕະລາຍ 16 ແມັດ ແລະ ນໍ້າຂອງ (ແຂວງສະຫວັນນະເຂດ) ວັດແທກໄດ້ 1,78 ແມັດ, ເຂດເຕືອນໄພແມ່ນ 12 ແມັດ, ເຂດອັນຕະລາຍແມ່ນ 13 ແມັດ ແລະ ແມ່ນໍ້າສາຍອື່ນກໍ່ຫຼຸດລົງເຊັ່ນດຽວກັນ.