ອີຢູ ໃຫ້ທຶນສະໜັບສະໜູນຕ້ານການຄ້າສັດປ່າມູນຄ່າຫຼາຍກວ່າ 1 ລ້ານເອີໂຣ

102

ສະຫະພາບເອີຣົບ ຫຼື EU ໃຫ້ການຊ່ວຍເຫຼືອວຽກງານຕ້ານການຄ້າຂາຍສັດປ່າທີ່ຜິດກົດໝາຍໃນ ສປປ ລາວ ມູນຄ່າຫຼາຍ   ກວ່າ 1 ລ້ານເອີໂຣ ໂດຍຜ່ານໂຄງການຄູ່ຮ່ວມງານເພື່ອຕ້ານອາດຊະຍາກໍາການຄ້າສັດປ່າ ເຊິ່ງມີໄລຍະເວລາຈັດຕັ້ງປະຕິບັດໂຄງການ  4 ປີ ຄື: ນັບແຕ່ປີ 2019 – 2022.

ພິທີເປີດໂຄງການຢ່າງເປັນທາງການໄດ້ຖືກຈັດຂຶ້ນໃນວັນທີ 13 ກໍລະກົດ 2019 ທີ່ຫ້ອງປະຊຸມສວນສັດບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ໂດຍມີຜູ້ຕາງໜ້າຈາກກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາລາວ, ຜູ້ຕາງໜ້າສະຫະພາບເອີຣົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍການອົງການອະນຸຮັກສັດປ່າປະຈໍາລາວ ໃຫ້ສໍາພາດວ່າ: ຈຸດປະສົງຂອງໂຄງການນີ້ແມ່ນເພື່ອເສີມສ້າງຄວາມສາມາດຂອງບັນດາອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລໃນລາວ ເພື່ອຮ່ວມມືກັນຊຸກຍູ້ ແລະ ຊ່ວຍເຫຼືອກິດຈະກໍາຂອງລັດຖະບານລາວ ໃນການຕ້ານການຄ້າຂາຍສັດປ່າທີ່ຜິດກົດໝາຍ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ລັດຖະບານເພື່ອບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງກັບສັດນ້ຳ – ສັດປ່າ ລວມເຖິງຊຸກຍູ້ສົ່ງເສີມການຮ່ວມມືດ້ານການຕ້ານການຄ້າຂາຍສັດປ່າທີ່ຜິດກົດໝາຍທີ່ນອນຢູ່ໃນປະເທດເປົ້າໝາຍຂອງໂຄງການໃຫ້ດີຂຶ້ນກວ່າເກົ່າ.

ຄາດໝາຍທີ່ວາງໄວ້ແມ່ນເພື່ອສ້າງ ຄວາມເຂັ້ມແຂງຫຼາຍກວ່າເກົ່າໃຫ້ບັນດາໜ່ວຍງານທີ່ຈັດຕັ້ງປະຕິບັດກົດໝາຍກ່ຽວຂ້ອງກັບສັດນ້ຳ – ສັດປ່າຂອງລາວ ເປັນຕົ້ນແມ່ນກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ກົມພາສີ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ. ໂຄງການນີ້ແມ່ນຖືກຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງອົງການອະນຸຮັກສັດປ່າ ແລະ ສູນອະນຸຮັກສັດປ່າ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ.

ທ່ານ ອິກນາຊິໂອ ໂອລິເວີຣ – ຄຣຸຊ      ອະນຸເລຂາດ້ານການຮ່ວມມື, ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາລາວ ໃຫ້ສໍາພາດວ່າ: ສະຫະພາບເອີຣົບ ໄດ້ໃຫ້ທຶນສະໜັບສະໜູນໂຄງການຄູ່ຮ່ວມງານເພື່ອຕ້ານອາດຊະຍາກໍາການຄ້າສັດປ່າຢູ່ 7 ປະເທດ ຄື: ຈີນ, ມາເລເຊຍ ແລະ 5 ປະເທດອະນຸພາກພື້ນແມ່ນ້ຳຂອງ ຄື: ມຽນມາ, ໄທ, ຫວຽດນາມ, ລາວ ແລະ ກໍາປູເຈຍ ໃນມູນຄ່າ 8 ລ້ານເອີໂຣ ເປັນເວລາ 4 ປີ ໂດຍນັບແຕ່ປີ 2019 ເປັນຕົ້ນໄປ ໂດຍໃນນີ້ສະເພາະການຈັດຕັ້ງປະຕິບັດໂຄງການຢູ່ລາວ ແມ່ນມີມູນຄ່າ 1 ລ້ານກວ່າເອີໂຣ. ສະຫະພາບເອີຣົບ ມີຄວາມຍິນດີທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະປະກອບສ່ວນສໍາຄັນເຮັດໃຫ້ສະພາບການລັກລອບຄ້າຂາຍສັດປ່າຜິດກົດໝາຍໃນປະເທດລາວນັບມື້ຫຼຸດລົງ.