ໄຟຟ້າລາວ ຈະຍົກລະດັບສາຍສົ່ງແຮງສູງໃຫ້ເຊື່ອມຕໍ່ທົ່ວປະເທດ

128

ສປປ ລາວ ມີເຂື່ອນໄຟຟ້າ ນ້ອຍ –   ໃຫຍ່ ໃນທົ່ວປະເທດສາມາດສະໜອງໄຟຟ້າໃຫ້ກັບພາຍໃນ ແລະ ສົ່ງອອກໄປຍັງປະເທດໃກ້ຄຽງ. ແນວໃດກໍຕາມ, ໄຟຟ້າລາວ ( ຟຟລ ) ຍອມຮັບວ່າຍັງມີບາງລະດູຕ້ອງໄດ້ນຳເຂົ້າກະແສໄຟຈາກປະເທດໃກ້ຄຽງ ເນື່ອງຈາກປະລິມານການຊົມໃຊ້ສູງກວ່າປົກກະຕິ. ເພື່ອເປັນການແກ້ໄຂບັນຫາໄລຍະຍາວ ລັດຖະບານກຳລັງຫາລືກັບຫຼາຍພາກສ່ວນ ເພື່ອສ້າງລະບົບສາຍສົ່ງແຮງສູງໃຫ້ສາມາດເຊື່ອມຕໍ່ກັນໄດ້ໃນທົ່ວປະເທດ ແຕ່ການສ້າງລະບົບດັ່ງກ່າວຕ້ອງໄດ້ໃຊ້ທຶນມະຫາສານ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວໃນກອງປະຊຸມລັດຖະບານເປີດກວ້າງ ໃນທ້າຍເດືອນມິຖຸນາ 2019 ຜ່ານມາວ່າ: ໄລຍະຜ່ານມາລັດຖະບານໄດ້ເປີດກວ້າງການລົງທຶນສ້າງເຂື່ອນໄຟຟ້າ ນ້ອຍ –   ໃຫຍ່ໃນທົ່ວປະເທດ ເພື່ອສະໜອງໃຫ້ກັບການພັດທະນາເສດຖະກິດ – ສັງຄົມ ກ້າວຜ່ານລະບອບເກົ່າສູ່ລະບອບໃໝ່ ລັກສະນະຂອງການລົງທຶນສ່ວນໃຫຍ່ແມ່ນຮ່ວມກັບບໍລິສັດເອກະຊົນ ແລະ ມີອາຍຸການສຳປະທານໄລຍະຍາວ ຈຶ່ງຍັງເຮັດໃຫ້ອັດຕາຄ່າຊົມໃຊ້ໄຟຟ້າຍັງຢູ່ໃນອັດຕາທີ່ສູງ ຖ້າທຽບກັບລາຍຮັບໃນປັດຈຸບັນ.

ລັດວິສາຫະກິດ ໄຟຟ້າລາວ ( ຟຟລ ) ຍອມຮັບວ່າມີສະຖານີສາຍສົ່ງປະຈຳຢູ່ແຕ່ລະພາກໃນການຮອງຮັບກະແສໄຟຟ້າຈາກເຂື່ອນຕ່າງໆແລ້ວສົ່ງອອກຜູ້ຊົມໃຊ້ພາຍໃນ ລວມໄປເຖິງການສົ່ງໄປຍັງປະເທດໃກ້ຄຽງທີ່ມີສັນຍາຊື້ – ຂາຍຮ່ວມກັນ ຕາມຄວາມເປັນຈິງໃນລະດູຝົນເຂື່ອນແຕ່ລະແຫ່ງຈະສາມາດຜະລິດໄຟຟ້າໄດ້ເຕັມຄວາມສາມາດຍ້ອນປະລິມານນ້ຳທີ່ພຽງພໍແຕ່ສະເພາະໃນລະດູແລ້ງແລ້ວ ຍັງບໍ່ສາມາດສະໜອງພາຍໃນໄດ້ຢ່າງທົ່ວເຖິງຢູ່ບາງສະຖານີ ສາເຫດມາຈາກປະລິມານການຊົມໃຊ້ທີ່ສູງກວ່າປົກກະຕິຈາກຄົວເຮືອນຕ່າງໆ ເຊັ່ນ: ໃຊ້ພັດລົມ, ແອ ແລະ ເຄື່ອງໄຟຟ້າອື່ນທີ່ຈຳເປັນເພີ່ມຂຶ້ນນັ້ນເອງ ຈຶ່ງເຮັດໃຫ້ກະແສໄຟຟ້າທີ່ເຊື່ອມກັບປະເທດໃກ້ຄຽງໄຫຼເຂົ້າມາຄືນ. ສະນັ້ນ, ບໍ່ແປກໃຈວ່າບາງເດືອນໃນຍາມຮ້ອນອັດຕາຄ່າຊົມໃຊ້ໄຟຟ້າຈຶ່ງມີອັດຕາທີ່ສູງກວ່າປົກກະຕິ.

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປີດເຜີຍວ່າ: ເພື່ອເປັນການແກ້ໄຂບັນຫາໄລຍະລາວ ຟຟລ ກໍຄືລັດຖະບານກຳລັງເຈລະຈາຫາລືກັບຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນໃນການສຸມທຶນຮອນຍົກລະບົບສາຍສົ່ງແຮງສູງຈາກປົກກະຕິໃຫ້ຢູ່ໃນລະດັບ 500 ກິໂລໂວນ ເຊິ່ງມັນຈະສາມາດເຊື່ອມຕໍ່ກັນໄດ້ແຕ່ເໜືອຮອດໃຕ້. ຈາກນັ້ນ, ແມ່ນລະບົບເຊື່ອມຕໍ່ຫາໂຮງງານ ແລະ ພາກສ່ວນອື່ນໆຕາມເຕັກນິກຂອງ ຟຟລ ຈະຊ່ວຍປ້ອງກັນໄຟຕົກທີ່ເຮົາຮູ້ກັນໃຫ້ໜ້ອຍລົງ. ທັງນີ້, ການທີ່ຈະສ້າງລະບົບສາຍສົ່ງແຮງສູງ ຫຼື ສາຍສົ່ງແຫ່ງຊາດມັນຕ້ອງໄດ້ໃຊ້ທຶນມະຫາສານຈຶ່ງບໍ່ສາມາດກຳນົດໄດ້ວ່າແຜນດັ່ງກ່າວຈະເກີດໄວ ຫຼື ຊ້າ ແຕ່ແຜນນີ້ຕ້ອງເກີດແນ່ນອນ ເພື່ອເຮັດແນວໃດ? ໃຫ້ ຟຟລ ທີ່ເປັນປັດໄຈສຳຄັນໃນການຂັບເຄື່ອນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດໃຫ້ພັດທະນາໄປຕາມແຕ່ລະໄລຍະຢ່າງໝັ້ນຄົງ ແລະ ຍືນຍົງ.

[ ຂ່າວ: ສຸລິນ; ຮູບ: ສອນໄຊ ]