ຮອງນາຍົກ ລົງຊຸກຍູ້ການແກ້ໄຂບັນຫາການແຜ່ລະບາດຂອງບົ້ງຝູງສາລີ

41

ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ລົງຊຸກຍູ້ການແກ້ໄຂບັນຫາການແຜ່ລະບາດຂອງບົ້ງຝູງສາລີຢູ່ ແຂວງໄຊຍະບູລີ ໂດຍໄດ້ແນະນໍາໃຫ້ແກ່ວິຊາການ ກໍຄືອໍານາດການປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ການກໍາຈັດໃຫ້ຖືກວິທີວິທະຍາສາດ, ຕິດຕາມຜົນເສຍຫາຍທີ່ເກີດຂຶ້ນ ພ້ອມທັງມີແຜນການແກ້ໄຂບັນຫາດັ່ງກ່າວສະເພາະໜ້າ ແລະ ຍາວນານ ໂດຍສະເພາະການກະກຽມປູກພືດຊະນິດອື່ນເພື່ອທົດແທນ.

ໃນຕອນເຊົ້າວັນທີ 11 ກໍລະກົດ 2019 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມແຂວງໄຊຍະບູລີ, ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍອໍານາດການປົກຄອງແຂວງ ແລະ ປະຊາຊົນ ແຂວງໄຊຍະບູລີ ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບການລະບາດຂອງບົ້ງຝູງສາລີຢູ່ທີ່ເມືອງປາກລາຍ ແລະ ໄດ້ຮັບຟັງການລາຍງານຈາກວິຊາການພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 20 ພຶດສະພາ 2019 ໄດ້ເກີດມີການລະບາດຂອງບົ້ງຝູງສາລີຢູ່ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງພົບການລະບາດເບື້ອງຕົ້ນ ຈຳນວນ 7 ບ້ານ, ມີເນື້ອທີ່ຖືກບົ້ງຝູງທຳລາຍຈຳນວນເກືອບ 3 ພັນເຮັກຕາ. ຈາກນັ້ນ, ມາຮອດວັນທີ 24 ມິຖຸນາ 2019 ບົ້ງດັ່ງກ່າວກໍໄດ້ແຜ່ລາມອອກເປັນວົງ ກວ້າງໃນຂອບເຂດທົ່ວແຂວງ ມາຮອດວັນທີ 10 ກໍລະກົດ 2019 ມີເນື້ອທີ່ສາລີຖືກຜົນກະທົບຈາກບົ້ງຝູງທຳລາຍ ຈຳນວນ 15 ພັນກວ່າເຮັກຕາ ໃນຈໍານວນ 11 ເມືອງໃນທົ່ວແຂວງ, ມີເນື້ອທີ່ເສຍຫາຍສູງເກືອບ 7 ພັນເຮັກຕາ, ມີ 168 ບ້ານ, ມີ 7.058 ຄອບຄົວ ແລະ ມີບົ້ງຝູງທໍາລາຍເຂົ້າໄຮ່ຂອງຊາວກະສິກອນ ເມືອງໄຊສະຖານ ຈໍານວນ 95,88 ເຮັກຕາ, ມີ 10 ບ້ານ, ມີ 241 ຄອບຄົວ ເຊິ່ງໄລຍະຜ່ານມາແຂວງໄດ້ສະໜອງງົບປະມານ ເພື່ອຈັດຊື້ຢາ emamectin benzoate ແລະ ກົມປູກຝັງໄດ້ສະໜອງຢາໃຫ້ ແລະ ອຸປະກອນຈຳນວນໜຶ່ງຄິດເປັນມູນຄ່າ 125 ລ້ານກີບ, ຢາດັ່ງກ່າວສາມາດນໍາໃຊ້ໄດ້ 2.400 ເຮັກຕາ ເທົ່າກັບ 26% ຂອງເນື້ອທີ່ຜົນກະທົບ ເຊິ່ງປັດຈຸບັນໄດ້ໝູນງົບປະມານຈັດຊື້ຢາໃຫ້ຊາວກະສິກອນໄດ້ທັງໝົດ ຈຳນວນ 7 ຊຸດ, ໄດ້ຢາທັງໝົດ 7.200 ຊອງ, ຄິດເປັນມູນຄ່າ 252 ລ້ານກີບ. ນອກຈາກນີ້, ຊາວກະສິກອນໄດ້ຈັດຊື້ຢາມານໍາໃຊ້ເອງຈຳນວນໜຶ່ງ ຕາມການແນະນຳຂອງພະນັກງານວິຊາການ, ຕໍ່ກັບການລະບາດຂອງບົ້ງຝູງສາລີນີ້, ຖ້າການປ້ອງກັນ ແລະ ກໍາຈັດບໍ່ທັນກັບສະພາບການອາດເຮັດໃຫ້ເນື້ອທີ່ໆປູກສາລີສຳເລັດໄປແລ້ວນັ້ນ ຖືກບົ້ງເຂົ້າທຳລາຍທັງໝົດ ແລະ ອາດຈະແຜ່ລາມລົງສູ່ເຂົ້ານາ ແລະ ເຂົ້າໄຮ່.

ໃນໄລຍະຜ່ານມາໄດ້ຈັດຝຶກຮົມກ່ຽວກັບວົງຈອນຊີວິດ, ການປ້ອງກັນ ແລະ ກຳຈັດໃຫ້ພະນັກງານຂັ້ນເມືອງ ສຳເລັດແລ້ວໃນຂອບເຂດ 11 ເມືອງ ແລະ ຝຶກອົບຮົມໃຫ້ຊາວກະສິກອນໄດ້ ຈຳນວນ 65 ບ້ານ, ມີຜູ້ເຂົ້າຮ່ວມ 5.511 ຄົນ ຍິງ 2.476 ຄົນ, ປັດຈຸບັນສືບຕໍ່ລົງແນະນໍາເຕັກນິກການປ້ອງກັນກໍາຈັດ, ຈັດຊື້ຢາປາບສັດຕູພືດແຈກຢາຍໃຫ້ບັນດາບ້ານ ແລະ ລົງນຳພາຊາວກະສິກອນປ້ອງກັນ ແລະ ກຳຈັດ ຜ່ານການປ້ອງກັນ ແລະ ກຳຈັດໃນໄລຍະທີ່ຜ່ານມາ ເຖິງແມ່ນວ່າບັນດາຂະແໜງການທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ເຂົ້າໃນການປ້ອງກັນ ແລະ ກຳຈັດແລ້ວກໍຕາມ ແຕ່ຍັງເຫັນວ່າບໍ່ທັນສາມາດຄວບຄຸມການລະບາດຂອງບົ້ງຝູງໄດ້ ເຊິ່ງການລະບາດຂອງບົ້ງຝູງຍັງມີລັກສະນະຂະຫຍາຍເພີ່ມຂຶ້ນເລື້ອຍໆ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງຊອກມາດຕະການ ແລະ ວິທີການຮີບດ່ວນ ເຂົ້າໃນການຊ່ວຍເຫຼືອຊາວກະສິກອນ, ຈຳເປັນຕ້ອງປຸກລະດົມທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການແກ້ໄຂຮ່ວມກັນ ເພື່ອຫຼຸດຜ່ອນຄວາມເສຍຫາຍຂອງຜົນຜະລິດ ແລະ ທັງເປັນການຄວບຄຸມບໍ່ໃຫ້ມີການລະບາດອອກໄປສູ່ພື້ນທີ່ອື່ນ.

ໃນໂອກາດລົງເບິ່ງຜົນເສຍຫາຍໃນຄັ້ງນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ແນະນໍາໃຫ້ແກ່ວິຊາການ ກໍຄືອໍານາດການປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ບາງດ້ານ ເປັນຕົ້ນສືບຕໍ່ເອົາໃຈໃສ່ຕິດຕາມຜົນເສຍຫາຍທີ່ເກີດຂຶ້ນ ພ້ອມທັງມີແຜນການແກ້ໄຂບັນຫາດັ່ງກ່າວສະເພາະໜ້າ ແລະ ຍາວນານ ໂດຍສະເພາະການກະກຽມປູກພືດຊະນິດອື່ນເພື່ອທົດແທນເປັນຕົ້ນ ການປູກພືດລົ້ມລຸກ ແລະ ການລ້ຽງສັດ. ນອກຈາກນັ້ນ, ໃຫ້ເອົາໃຈໃສ່ໃນການນໍາໃຊ້ວິທີໃນການກໍາຈັດໃຫ້ຖືກວິທີວິທະຍາສາດກັບການນໍາໃຊ້ວິທີທໍາລາຍແບບທ້ອງຖິ່ນ ສໍາຄັນແມ່ນໃຫ້ປະຊາຊົນເປັນເຈົ້າໃນການປ້ອງກັນ, ຕິດຕາມ ແລະ ແກ້ໄຂຢ່າງເປັນປົກກະຕິ; ເອົາໃຈໃສ່ໂຄສະນາເຜີຍແຜ່ວິທີການປ້ອງກັນ ແລະ ແກ້ໄຂບັນຫາການແຜ່ລະບາດຂອງຝູງບົ້ງສາລີຢ່າງທັນການຜ່ານສື່ຕ່າງໆ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ໂດຍສະເພາະອຸປະກອນ, ຢາປາບສັດຕູພືດ, ບົດຮຽນ ແລະ ເຕັກນິກຕ່າງໆໃນການແກ້ບັນຫາດັ່ງກ່າວ.

ໃນໂອກາດລົງເບິ່ງຜົນເສຍຫາຍໃນຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບເງິນ ຈໍານວນ 30 ລ້ານກີບ ໃຫ້ແກ່ອໍານາດການປົກຄອງບ້ານໃຫຍ່ພັດທະນາບວມເລົາ – ຜາແກ້ວ ເມືອງປາກລາຍ ເພື່ອນໍາໃຊ້ເຂົ້າໃນການທໍາລາຍບົ້ງຕື່ມອີກ.