ຮອງນາຍົກລັດຖະມົນຕີ ຮ່ວມປ່ອຍປາຄືນສູ່ທໍາມະຊາດຢູ່ອ່າງນໍ້າຊ່ວງ

57

ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກິດຈະກໍາປ່ອຍປາ ຈໍານວນ 2,5 ແສນໂຕ ເພື່ອຄືນຄວາມສົມດຸນໃຫ້ທໍາມະຊາດ ເນື່ອງໃນວັນອະນຸຮັກສັດນໍ້າ – ສັດປ່າ 13 ກໍລະກົດ.

ພິທີປ່ອຍປາຈັດຂຶ້ນໃນວັນທີ 13 ກໍລະກົດ 2019 ທີ່ອ່າງນໍ້າຊ່ວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາການນໍາຂອງກະຊວງ, ກົມອ້ອມຂ້າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຂຶ້ນຜ່ານບົດລາຍງານພິທີສະເຫຼີມສະຫຼອງວັນປ່ອຍປາ, ອະນຸຮັກສັດນໍ້າ ແລະ ສັດປ່າ ມີບາງຕອນກ່າວວ່າ: ພັກ ແລະ ລັດຖະບານ ໃຫ້ຄວາມສໍາຄັນຕໍ່ວັນປ່ອຍປາ, ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ໂດຍການໂຄສະນາເຜີຍແຜ່ ແລະ ສົ່ງເສີມຢ່າງ ກວ້າງຂວາງໃນຂອບເຂດທົ່ວປະເທດເຮັດໃຫ້ຂະບວນການໃນວັນປ່ອຍປາເປັນຂະບວນຟົດຟື້ນ ໂດຍການເຂົ້າຮ່ວມຂອງທຸກຊັ້ນຄົນໃນສັງຄົມ. ສໍາລັບປີ 2019 ທົ່ວປະເທດມີແຜນປ່ອຍປາຄືນສູ່ທໍາມະຊາດ 50 ລ້ານໂຕ, ສະເພາະນະຄອນຫຼວງວຽງຈັນ 580.000 ໂຕ, ເຊິ່ງພິທີປ່ອຍປາໃນວັນທີ 13 ກໍລະກົດນີ້ ຈະປ່ອຍປາທັງໝົດ 250.000 ໂຕ ເຊິ່ງມີປາປາກ, ປາເຂັງ, ປາເກັດແລບ, ປານິນ ແລະ ປາໄນ. ພ້ອມດຽວກັນນັ້ນ, ກໍຈະປ່ອຍພໍ່ແມ່ພັນປາພື້ນເມືອງ ຈໍານວນ 550 ໂຕ. ໃນນີ້, ປາກົດ 100 ໂຕ, ປາໜູ 100 ໂຕ, ປາເຂັງ 100 ໂຕ, ປາເພ້ຍ 100 ໂຕ, ປາຊະຫວາຍໝາກໄມ້ 100 ໂຕ, ປາເໝັ້ນ 50 ໂຕ; ພິເສດຍັງມີແນວພັນລູກປາຝາອີກ 99 ໂຕ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ມີແມ່ນໍ້າ, ຫ້ວຍ, ໜອງ, ຄອງ, ບຶງ ແລະ ອ່າງເກັບນໍ້າຫຼາຍແຫ່ງ ໂດຍມີເນື້ອທີ່ໜ້ານໍ້າ 10.495 ເຮັກຕາ ເທົ່າກັບ 26,8% ເຊິ່ງອໍານວຍຄວາມສະດວກໃຫ້ແກ່ການລ້ຽງ, ການອະນຸຮັກສັດນໍ້າ, ສັດປ່າ ເຊິ່ງໃນນັ້ນກໍໄດ້ນໍາໃຊ້ເຮັດການປະມົງແລ້ວ 1.990 ເຮັກຕາ ເພື່ອເຮັດໃຫ້ບັນລຸເປົ້າໝາຍໃນການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງທີ່ອຸດົມສົມບູນທາງດ້ານສະພາບແວດລ້ອມ ແລະ ມີສັັດນໍ້າ – ສັດປ່າຄູ່ກັບຄວາມຫຼາກຫຼາຍຊີວະນາໆພັນທີ່ສວຍງາມ ແລະ ຮັ່ງມີ ໂດຍໄດ້ມີນະໂຍບາຍສົ່ງເສີມການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນ 2 ຮູບການ ຄື: ປ່ອຍສັດນໍ້າ ແລະ ສັດປ່າ ເພື່ອເປັນແຫຼ່ງຂະຫຍາຍພັນຕາມທໍາມະຊາດ ໂດຍແມ່ນພາກລັດ, ອົງການຈັດຕັ້ງມະຫາຊົນທຸກຊັ້ນຄົນ ພ້ອມດ້ວຍພະສົງ – ສາມະເນນ ເປັນຜູ້ຮັບຜິດຊອບປ່ອຍຮ່ວມກັນກັບກຸ່ມບ້ານ; ຂະບວນປ່ອຍສັດນໍ້າ – ສັດປ່າສູ່ທໍາມະຊາດ ແລະ ປ່ອຍລົງໜອງລ້ຽງເອງ ສ້າງຄວາມສົມດຸນທາງດ້ານລະບົບນິເວດ, ດ້ານສະບຽງອາຫານ ແລະ ເປັນສິນຄ້າ ໂດຍແມ່ນພາກສ່ວນບຸກຄົນກໍຄືເອກະຊົນ, ບໍລິສັດ, ນັກທຸລະກິດເປັນຜູ້ຈັດຕັ້ງປ່ອຍ ພາຍໃຕ້ການຊີ້ນໍາຂອງເບື້ອງລັດ.

ດ້ານແຜນການປ່ອຍປາຂອງ 9 ເມືອງໃນນະຄອນຫຼວງວຽງຈັນ ມີຄື: ເມືອງນາຊາຍທອງ – ໄຊທານີ ຈະປ່ອຍຈໍານວນ 100.000 ໂຕ, ເມືອງຈັນທະບູລີ – ສີໂຄດຕະບອງ 10.000 ໂຕ, ເມືອງປາກງື່ມ 50.000 ໂຕ, ເມືອງໄຊເສດຖາ, ຫາດຊາຍຟອງ, ສີສັດຕະນາກ ແລະ ເມືອງສັງທອງ ຈະປ່ອຍເມືອງລະ 20.000 ໂຕ, ທ່ານ       ຫຼ້າສາຍ ນວນທາສິງ ກ່າວ.

[ ຂ່າວ: ເອຢິບ; ຮູບ: ສຸກສະຫວັນ ]