ເປີດໂຕໂຄງການ “ ວິນແດມ ກາເດັນ ໄອຣິນ ບາງສະເລ່ ພັດທະຍາ ”

59

ບໍລິສັດ ໄອຣິນ ພັອບເພີຕີ້ ຈໍາກັດ ລົງທຶນຢ່າງມະຫາສານ ມູນຄ່າ 1 ພັນລ້ານບາດ ໃນໂຄງການກໍ່ສ້າງທີ່ພັກອາໄສ ໂດຍຈັບມືກັບ 3 ບໍລິສັດ ຄື: ບໍລິສັດ ວິນແດມ ໂຮເທລ ກຣຸບ, ບໍລິສັດ ອີອາເອ ( ປະເທດໄທ ) ຈໍາກັດ ແລະ ບໍລິສັດ ບິກບລູ ລາວ ຈໍາກັດ ຮ່ວມເປີດໂຕໂຄງການພາຍໃຕ້ຊື່ “ ວິນແດມ ກາເດັນ ໄອຣິນ ບາງສະເລ່ ພັດທະຍາ ” ( WYNDHAM GARDEN Irin Bangsaray Pat-taya ) ເຊິ່ງເປັນຄອນໂດມີນຽມລະດັບ 4 ດາວ ຕັ້ງຢູ່ຈັງຫວັດຊົນບູລີ ປະເທດໄທ. ຫຼ້າສຸດໄດ້ມາຈັດງານຖະແຫຼງຂ່າວຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເພື່ອໃຫ້ນັກທຸລະກິດລາວໄດ້ມີໂອກາດເປັນເຈົ້າຂອງກໍາມະສິດໃນລາຄາເລີ່ມຕົ້ນ ຫ້ອງລະ 3,2 ຫາ 7,3 ລ້ານບາດ.

ທ່ານ ນາງ ໄອຣິນຣະຍາ ພັດທະນະວິຣະນົນ ກໍາມະການບໍລິຫານ ບໍລິສັດ ໄອຣິນ ພັອບເພີຕີ້ ຈໍາກັດ ກ່າວວ່າ: ໂຄງການລົງທຶນພັດທະນາຄອນໂດມີນຽມລະດັບ 4 ດາວນີ້ ຈຸດປະສົງຂອງການສ້າງແມ່ນເພື່ອໃຫ້ເຊົ່າໄລຍະຍາວ 30 ປີ ໃນຮູບແບບການລົງທຶນທຸລະກິດໂຮງແຮມ ເຊິ່ງຮັບປະກັນຜົນຕອບແທນການລົງທຶນ 6% ໃນໄລຍະ 5 ປີທໍາອິດ ແລະ ຄາດວ່າຈະໄດ້ຮັບຄວາມສົນໃຈຈາກນັກລົງທຶນຈາກຕ່າງປະເທດຈໍານວນຫຼາຍ ເນື່ອງຈາກທີ່ຕັ້ງຂອງໂຄງການເປັນພື້ນທີ່ໃກ້ກັບແຄມທະເລ, ສະໜາມບິນອູ່ຕະເພົາ, ລະບົບຄົມມະນາຄົມຂົນສົ່ງ, ສະຖານທີ່ທ່ອງທ່ຽວ ແລະ ທີ່ສໍາຄັນໂຮງແຮມໃນເຂດນີ້ຍັງບໍ່ຫຼາຍ ຈຶ່ງເປັນໂອກາດໃຫ້ກັບທຸລະກິດຫຼາຍຂຶ້ນ ຄາດວ່າຈະສ້າງໃຫ້ສໍາເລັດໃນໄຕມາດ 4 ຂອງປີ 2020.

ໂອກາດນີ້, ທ່ານ ວໍຣະເດດ ຊິວະເຕຊານົນ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ   ອີອາເອ ( ປະເທດໄທ ) ຈໍາກັດ ກ່າວຕື່ມວ່າ: ການລົງທຶນຂອງໂຄງການລັກສະນະແບບນີ້ກໍາລັງເປັນທີ່ຕ້ອງການຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດຈໍານວນຫຼາຍ ທີ່ຈະສ້າງລາຍຮັບຈາກການຊື້ກິດຈະການເພື່ອໃຫ້ເຊົ່າ ແລ້ວໄດ້ຮັບເງິນປັນຜົນໃນໄລຍະທ້າຍປີນຳອີກ ໂດຍມີທີມຜູ້ບໍລິຫານໂຮງແຮມລະດັບໂລກຈາກ ວິນແດມ ໂຮເທລ ກຣຸບ ເປັນຜູ້ບໍລິຫານຈັດການ ຖືວ່າເປັນການລົງທຶນ ເພື່ອອະນາຄົດອີກຮູບແບບໜຶ່ງ.

ຂະນະທີ່, ທ່ານ ສັນທະລັກ ຈ່າສານ ປະທານກໍາມະການ ບໍລິສັດ ບິກບລູ ລາວ ຈໍາກັດ ໄດ້ອະທິບາຍຕື່ມວ່າ: ໂຄງການນີ້ຄົນລາວ ຫຼື ຕ່າງປະເທດສາມາດຊື້ ແລະ ເປັນເຈົ້າຂອງກໍາມະສິດໄດ້ 100%. ພ້ອມນີ້, ຍັງມີຄວາມເຊື່ອໝັ້ນກັບທີມບໍລິຫານງານຈາກໂຮງແຮມທີ່ມີຊື່ສຽງລະດັບໂລກ ວິນແດມ ໂຮເທລ ກຣຸບ ທີ່ຈະສ້າງຜົນຕອບແທນໄລຍະຍາວໃຫ້ກັບນັກລົງທຶນທີ່ມີສ່ວນຮ່ວມກັບໂຄງການນີ້.

ທ່ານ ນາງ ໄອຣິນຣະຍາ ຍັງໃຫ້ສໍາພາດຕື່ມອີກວ່າ: ໂຄງການວິນແດມ ກາເດັນ ໄອຣິນ ບາງສະເລ່ ພັດທະຍາ ເປັນອາຄານ 8 ຊັ້ນ ຈໍານວນ 2 ຕຶກຕິດກັນໃນເນື້ອທີ່ 2 ໄລ່, ມີທັງໝົດ 235 ຫ້ອງທີ່ຕົກ ແຕ່ງທັນສະໄໝປະສົມປະສານກັບວັດທະນະທໍາທ້ອງຖິ່ນ ໃນລາຄາເລີ່ມຕົ້ນ ຫ້ອງລະ 3,2 ຫາ 7,3 ລ້ານບາດ. ໃນນີ້, ລູກຄ້າເປົ້າໝາຍຂອງພວກເຮົາແມ່ນນັກທຸລະກິດທົ່ວໄປ ທັງໃນລາວ ແລະ ຕ່າງປະເທດ ທີ່ສົນໃຈຊື້ໄວ້ໃຫ້ເຊົ່າໄລຍະຍາວເຖິງ 30 ປີ ແລະ ສາມາດພັກຟຣີໄດ້ 7 – 40 ວັນຕໍ່ປີ ແລະ ຍັງສາມາດເລືອກໃຊ້ບໍລິການຫ້ອງພັກຂອງໂຮງແຮມໃນເຄືອວິນແດມ ຫຼາຍກວ່າ 9 ພັນສາຂາທົ່ວໂລກ, ທັງໝົດນີ້ສາມາດຈ່າຍສົດ ຫຼື ຈ່າຍຜ່ອນຕາມລາຄາທີ່ໂຄງການກໍານົດ ແລະ ໄດ້ຮັບສິດທິພິເສດຫຼາຍຢ່າງ.

ພິທີຖະແຫຼງຂ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ເຊິ່ງເປັນການຖະແຫຼງຂ່າວຮ່ວມກັນຂອງ ທ່ານ ນາງ ໄອຣິນຣະຍາ ພັດທະນະວິຣະນົນ, ທ່ານ ວໍຣະເດດ ຊິວະເຕຊານົນ, ທ່ານ ສັນທະລັກ ຈ່າສານ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ພ້ອມແຂກຖືກເຊີນ ແລະ ດ້ວຍສື່ມວນຊົນເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]