ລາວບໍ່ທຳມະດາ!ຜະລິດເຄື່ອງສົ່ງຂາຍຫຼາຍກວ່າ 100 ປະເທດ ໄດ້ລາງວັນແມ່ຍິງອາຊຽນດີເດັ່ນ

77

ເອື້ອຍນ້ອງແມ່ຍິງລາວ ສ້າງຊື່ສຽງໃຫ້ປະເທດຊາດອີກແລ້ວ ເທື່ອນີ້ເປັນຜົນງານຂອງແຂວງສະຫວັນນະເຂດ ທີ່ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ເປັນ 1 ໃນ 10 ນັກທຸລະກິດຍິງ ຂອງ ສປປ ລາວ ທີ່ໄດ້ຮັບລາງ ວັນແມ່ຍິງອາຊຽນດີເດັ່ນປະຈຳປີ 2019 ທີ່ຈັດຂຶ້ນໃນວັນທີ 21 ມິຖຸນາຜ່ານມາ ທີ່ບາງກອກ ປະເທດໄທ. ຖືເປັນຜົນງານທີ່ໜ້າຍົກຍ້ອງ ແລະ ເປັນແບບຢ່າງແກ່ນັກທຸລະກິດຍິງລຸ້ນຕໍ່ໄປ.

 

 

ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ຜູ້ອຳນວຍການບໍລິສັດທົ່ງລະຫາສິນ ທັງເປັນປະທານສະມາ ຄົມນັກທຸລະກິດຍິງ ແຂວງສະຫວັນນະເຂດ ໄດ້ເປີດເຜີຍວ່າ: ຕະຫຼອດໄລຍະເວລາເກືອບ 25 ປີ ໃນ ການດຳເນີນທຸລະກິດ ບໍລິສັດພວກເຮົາໄດ້ມີການເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢ່ອນ ແລະ ໄດ້ສືບຕໍ່ມີຜົນງານພົ້ນເດັ່ນທັງຢູ່ພາຍໃນກໍ່ຄືໃນອາຊຽນ ໂດຍສະເພາະແມ່ນການເຮັດໂຮງງານຕັດຫຍິບ ສົ່ງອອກຂາຍຕ່າງປະ ເທດ ທີ່ເປັນໂຮງງານຂອງຄົນລາວ 100% ແລະ ແມ່ນຜູ້ຍິງເປັນຜູ້ບໍລິຫານທັງໝົດ.

 

 

ພາຍຫຼັງທີ່ໄດ້ຫັນປ່ຽນມາສູ່ການເຮັດຜະລິດຕະພັນ ທີ່ເປັນມິດກັບສິ່ງແວດລ້ອມທັງເປັນຜະລິດຕະພັນທີ່ເປັນເອກະລັກຂອງລາວ ເວົ້າສະເພາະກໍ່ແມ່ນຂອງແຂວງສະຫວັນນະເຂດ ນັ້ນກໍ່ຄືຜະພັນລິດຕະພັນປະເພດແຜ່ນແພ, ຜ້າ ພື້ນເມືອງ ທີ່ຍ້ອມສີທໍາມະຊາດ, ຝ້າຍເຂັນມື ໂດຍຜະລິດຕະພັນທັງໝົດແມ່ນເປັນທຳມະຊາດ 100% ເຊິ່ງເຫັນວ່າໄດ້ຮັບການຕອບຮັບ ແລະ ສາມາດຕີຕະຫຼາດໄດ້ດີ. ມາຮອດປະຈຸບັນ ພວກເຮົາໄດ້ເຮັດທຸລະກິດຮ່ວມກັບປະເທດຍີ່ປຸ່ນ 10 ປີພໍດີ ເຊິ່ງນີ້ຖືເປັນອີກໜຶ່ງຜົນສຳເລັດ ຂອງການດຳເນີນທຸລະກິດຂອງພວກເຮົາ ເນື່ອງຈາກວ່າຍີ່ປຸ່ນເປັນປະເທດ ທີ່ມີມາດຕະຖານການສົ່ງອອກສູງທີ່ສຸດໃນໂລກ.

 

 

ສະນັ້ນ, ຈຶ່ງເຮັດໃຫ້ພວກເຮົາຕ້ອງ ໄດ້ມີການບໍລິຫານທີ່ເປັນລະບົບ, ເຮັດວຽກຢ່າງມີແບບແຜນລະອຽດ ແລະ ມີການພັດທະນາໂຕເອງເລື້ອຍໆ. ສຳລັບຜະລິດຕະພັນທີ່ສົ່ງອອກໄປຕ່າງປະເທດ ປະກອບມີ: ຜ້າຝ້າຍ, ຖົງ, ຊົບໝອນ, ຜ້າປູໂຕະ ແລະ ອື່ນໆ ໂດຍໄດ້ສົ່ງຂາຍໃນ 150 ປະເທດ, ມີ 1.500 ກວ່າຮ້ານໃນໂລກທີ່ຂາຍສິນຄ້າຂອງບໍລິສັດທົ່ງລະຫາສິນ.

 

 

ຄຽງຄູ່ກັນນີ້, ກຳມະກອນພາຍໃນໂຮງງານກໍ່ໄດ້ຮັບເງິນເດືອນ ເປັນປົກກະຕິ, ມີສະຫວັດດີການ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ. ຕະຫຼອດໄລຍະເວລາ 20 ກວ່າປີຜ່ານມາຈາກນີ້, ທາງບໍລິສັດ ກໍ່ໄດ້ມີການຊຸກຍູ້ສົ່ງເສີມສິນຄ້າຫັດຖະກຳຂອງແມ່ຍິງບ້ານລະຫານ້ຳ, ລະຫາໂຄກ ແລະ ບ້ານທ່າຂາມລຽນ ເມືອງສອງຄອນ ເພື່ອກະຈາຍລາຍຮັບໃຫ້ແກ່ຊຸມຊົນ ທັງນຳເອົາຜະລິດຕະພັນພື້ນບ້ານຂອງຄົນລາວສົ່ງຂາຍອອກ ສູ່ຕະຫຼາດໂລກ ໂດຍທຸກຜະລິດຕະພັນຂອງທົ່ງລະຫາສິນພວກເຮົາ ໄດ້ໃສ່ຄຳວ່າ “ Made in Laos”. ສຳລັບແຜນການໃນຕໍ່ໜ້ານີ້, ທາງບໍລິສັດກໍ່ມີແຜນຂະຫຍາຍໂຮງງານໃໝ່ທີ່ ເປັນລະບົບທັນສະ  ໄໝຄາດວ່າຈະລົງມືໃນຈັດຕັ້ງປະຕິບັດໃນທ້າຍປີ 2019 ນີ້.

 

 

ນອກຈາກລາງວັນແມ່ຍິງອາຊຽນດີເດັ່ນປະຈຳປີ 2019 ແລ້ວ, ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ຍັງເຄີຍໄດ້ຮັບລາງວັນນັກພັດທະນາດີເດັ່ນແຫ່ງຊາດ ທີ່ລັດຖະບານລາວມອບໃຫ້, ລາງວັນການອອກແບບດີເດັ່ນຂອງຜະລິດຕະພັນທີ່ປະເທດຍີ່ປຸ່ນ, ລາງວັນຜະລິດຕະພັນຜ້າຝ້າຍຍ້ອມຄາມຈາກ ປະເທດເອີຣົບ ແລະ ລາງວັນອື່ນໆ ອີກຢ່າງຫຼວງຫຼາຍ.