ອຸຕຸແຈ້ງເຕືອນ! ກຽມຮັບມືກັບຝົນຕົກໜັກຕະຫຼອດສອງເດືອນ

97

ໃນໄລຍະກາງເດືອນກໍລະກົດ ຫາ ກາງເດືອນ ກັນຍາ 2019 ຈະເກີດຝົນຕິດຕໍ່ກັນຫຼາຍວັນ ແລະ ສົມທົບກັບຈະມີພາຍຸໝູນເຂດຮ້ອນພັດຜ່ານ ເຊິ່ງຈະມີຝົນຕົກໜັກ ແລະ ລົມພັດແຮງ ເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນຄວນມີສະຕິ ລະມັດລະວັງຕົວຕໍ່ສະພາບລົມພັດແຮງ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍື່ງ ພ້ອມທັງມີການວາງແຜນຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ໃນໄລຍະກາງເດືອນກໍລະກົດ ຫາ ກາງເດືອນ ກັນຍາ 2019 ນີ້. ສະເພາະຜູ້ທີ່ຈະເດີນທາງທາງບົກ ແລະ ທາງອາກາດ ຂໍໃຫ້ກວດສອບສະພາບອາກາດທຸກຄັ້ງກ່ອນອອກເດີນທາງ.

 

ในภาพอาจจะมี รถยนต์ และสถานที่กลางแจ้ง

 

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດປະຈຳ 3 ເດືອນຄື: ເດືອນ ກໍລະກົດ 2019 ວ່າ: ໃນໄລຍະອາທິດທີ 1 ຂອງເດືອນ ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຕໍ່າໄດ້ກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນເທິງ ແລະ ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝູນລະດູຮ້ອນ ເຊິ່ງຈະມີທ່າອ່ຽງຈະເຄື່ອນໄຫວທີ່ເກາະໄຮໜານ ແລະ ເຄື່ອນຜ່ານພາກກາງຂອງປະເທດ ຫວຽດນາມ ພ້ອມດຽວກັນນັ້ນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງແຮງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກເໜືອດ້ານຕາເວັນອອກລົງຫາ ພາກກາງ ແລະ ພາກໃຕ້.

 

ในภาพอาจจะมี สถานที่กลางแจ้ง

 

ໄລຍະອາທິດທີ 2 ບໍລິເວນຄວາມກົດດັນອາກາດຕໍ່າ ຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ມີຝົນຕົກໜ້ອຍໃນແຕ່ລະພາກ ແລະ ອາກາດຮ້ອນ ໂດຍສະເພາະພາກກາງ ແລະ ພາກໃຕ້.

ໄລຍະອາທິດທີ 3 ແລະ ທີ 4 ຮ່ອງຄສາກົດດັນອາກາດຕໍ່າຈະເຄື່ອນທີ່ພັດຜ່ານເຂດພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຫຼາຍເພີ່ມຂຶ້ນໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

 

ในภาพอาจจะมี สถานที่กลางแจ้ง

 

ສຳລັບສະພາບອາກາດໃນເດືອນ ສິງຫາ 2019, ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຈະສືບຕໍ່ເຄື່ອນທີ່ພັດຜ່ານເຂດພາກເໜືອ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນສ່ວນຫຼາຍໃນແຕ່ລະພາກ. ໄລຍະກາງເດືອນ ຮ່ອງຝົນຈະເຄື່ອນທີ່ລົງມາພັດຜ່ານເຂດພາກກາງ ແລະ ພາກໃຕ້ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ.

ໄລຍະທ້າຍເດືອນ ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນຕື່ມອີກພັດປົກຄຸມ ສົມທົບກັບພາຍຸໝູນເຂດຮ້ອນທີ່ຈະກໍ່ຕົວຢູ່ເຂດທະເລຈີນຕອນໃຕ້ ແລະ ມີທ່າອ່ຽງເຄື່ອນທີ່ເຂົ້າພາກກາງຂອງປະເທດຫວຽດນາມ ແລະ ຈະພັດຜ່ານພາກເໜືອຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາປານກາງຢູ່ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກາງ.

 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ສ່ວນເດືອນກັນຍາ ຮ່ອງຝົນຍັງຈະສືບຕໍ່ເຄື່ອນທີ່ພັດຜ່ານພາກກາງ ແລະ ພາກໃຕ້ ພ້ອມດຽວກັນ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ. ໃນໄລຍະກາງເດືອນ ຮ່ອງຝົນຈະເຄື່ອນທີ່ພັດຜ່ານເຂດພາກເໜືອ ແລະ ພາກກາງ ປ່ອງໃສ່ພາຍຸໝູນເຂດຮ້ອນ ທີ່ຈະກໍ່ຕົວຢູ່ທະເລຈີນຕອນໃຕ້ ແລະ ເຂດມະຫາສະໝຸດປາຊີຟິກ ເຊິ່ງພາຍຸດັ່ງກ່າວຈະມີທ່າອ່ຽງເຄື່ອນທີ່ພັດຜ່ານເຂດພາກເໜືອຂອງປະເທດຫວຽດນາມຈຳນວນໜຶ່ງ ຈາກນັ້ນຈະພັດຜ່ານພາກກາງ ແລະ ພາກໃຕ້ຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກໜັກຢູ່ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້.

ສ່ວນໄລຍະທ້າຍຂອງເດືອນ ບໍລິເວນຄວາມກົດດັນສູງຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຄົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ມີຝົນຕົກໜ້ອຍໃນແຕ່ລະພາກ.

 

ในภาพอาจจะมี ข้อความ

ไม่มีคำอธิบายรูปภาพ

ไม่มีคำอธิบายรูปภาพ

ไม่มีคำอธิบายรูปภาพ

ในภาพอาจจะมี ข้อความ

ไม่มีคำอธิบายรูปภาพ

ไม่มีคำอธิบายรูปภาพ

ในภาพอาจจะมี ข้อความ