ເປີດບໍລິການນຳໃຊ້ວີຊາອອນລາຍ ຢ່າງເປັນທາງການ

68

ສປປ ລາວ ໄດ້ເປີດນຳໃຊ້ວີຊາອອນລາຍ ( eVisa ) ເພື່ອອຳນວຍຄວາມສະດວກໃຫ້ແກ່ຄົນຕ່າງປະເທດເຂົ້າມາລາວສະດວກສະບາຍຂຶ້ນ ເຊິ່ງວີຊາອອນລາຍໄດ້ອອກແບບມີລັກສະນະງ່າຍດາຍ ທຸກຄົນສາມາດສະເໜີຂໍວີຊາເຂົ້າ ສປປ ລາວ ທາງອອນລາຍໄດ້ທຸກເວລາ ແລະ ທຸກສະຖານທີ່ທີ່ມີອິນເຕີເນັດ.

ພິທີເປີດນຳໃຊ້ວີຊາອອນລາຍດັ່ງກ່າວໄດ້ມີຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ສະໜາມບິນສາກົນວັດໄຕ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ມາເຖິງປັດຈຸບັນ ສປປ ລາວ ໄດ້ມີຂໍ້ຕົກລົງຍົກເວັ້ນວີຊາປະເພດຕ່າງໆແບບສອງຝ່າຍ ແລະ ຍົກເວັ້ນຝ່າຍດຽວ ກັບ 46 ປະເທດໃນທົ່ວໂລກ. ພ້ອມດຽວກັນນັ້ນ, ກໍຍັງໄດ້ບໍລິການອອກວີຊາໃຫ້ແກ່ຄົນຕ່າງປະເທດທີ່ມີຈຸດປະສົງເຂົ້າມາ ສປປ ລາວ ຜ່ານບັນດາສະຖານທູດ, ສະຖານກົງສຸນໃຫຍ່ ແລະ ຫ້ອງການກົງສຸນຂອງ ສປປ ລາວ ຢູ່ຕ່າງປະເທດ ກໍຄືຜ່ານໜ່ວຍງານອອກວີຊາປະຈຳຢູ່ດ່ານສາກົນຕ່າງໆ 21 ດ່ານ ໃນຂອບເຂດທົ່ວປະເທດ ເພື່ອເປັນທາງເລືອກສຳລັບການຂໍວີຊາເຂົ້າ ສປປ ລາວ ຕື່ມອີກ.

ແຕ່ການບໍລິການອອກວີຊາໃຫ້ແກ່ຄົນຕ່າງປະເທດຍັງມີຂີດຈຳກັດ ແລະ ບໍ່ທົ່ວເຖິງ. ທັງນີ້, ກໍຍ້ອນຈຳນວນສຳນັກງານຜູ້ຕາງໜ້າ ກໍຄືສະຖານກົງສຸນ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ຍັງມີຈຳນວນຈຳກັດ, ອັນໄດ້ເຮັດໃຫ້ຂະບວນການຂໍວີຊາເຂົ້າ ສປປ ລາວ ພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຢູ່ໃນບັນດາປະເທດທີ່ບໍ່ມີສຳນັກງານຕາງໜ້າການທູດລາວເຮົາຕັ້ງຢູ່.ໂດຍປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດໃນການຍົກລະດັບລະບົບການອອກວີຊາເຂົ້າ ສປປ ລາວ ໄປສູ່ລະດັບທັນສະໄໝ, ວ່ອງໄວ, ມີປະສິດທິພາບ ແລະ ໂປ່ງໃສເທື່ອລະກ້າວ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງໃຫ້ມີການພັດທະນາລະບົບອອກວີຊາອອນລາຍ ເພື່ອເປັນທາງເລືອກໃໝ່ໜຶ່ງອີກໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ກໍຄືການໄປ – ມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.

ລະບົບດັ່ງກ່າວນີ້ຈະໄດ້ນຳໃຊ້ໄປຄຽງຄູ່ກັບລະບົບທີ່ປະຕິບັດຢູ່ໃນປັດຈຸບັນ. ສໍາລັບລະບົບອອກວີຊາອອນລາຍໄດ້ອອກແບບມີລັກສະນະງ່າຍດາຍ, ບໍ່ສັບສົນ, ສາມາດເຂົ້າໃຈງ່າຍ, ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມປອດໄພ ສຳລັບຜູ້ຊົມໃຊ້ ເຊິ່ງທຸກຄົນສາມາດສະເໜີຂໍວີຊາເຂົ້າ ສປປ ລາວ ທາງອອນລາຍໄດ້ທຸກເວລາ ແລະ ທຸກສະຖານທີ່ທີ່ມີອິນເຕີເນັດ ແລະ ເປັນການປະຢັດຄ່າໃຊ້ຈ່າຍ ຖ້າທຽບໃສ່ການໄປເອົາຢູ່ບັນດາສະຖານທູດ, ສະຖານກົງສຸນໃຫຍ່, ຫ້ອງການກົງສຸນຂອງລາວທີ່ຢູ່ຕ່າງປະເທດ ລວມທັງເອົາຢູ່ກັບດ່ານສາກົນຕ່າງໆ.

ລັດຖະບານ ໄດ້ອະນຸຍາດໃຫ້ນໍາໃຊ້ 7 ດ່ານ ຄື: ສະໜາມບິນສາກົນວັດໄຕ, ຂົວມິດຕະພາບ 1, ຂົວມິດຕະພາບ 2, ຂົວມິດຕະພາບ 4, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນປາກເຊ ແລະ ດ່ານບໍ່ເຕັນ ເພື່ອເປັນດ່ານໃນການຮອງຮັບ ແລະ ບໍລິການສຳລັບຄົນຕ່າງປະເທດທີ່ນຳໃຊ້ວີຊາອອນລາຍເຂົ້າມາ ສປປ ລາວ ແຕ່ໃນໄລຍະເລີ່ມຕົ້ນຈະເລີ່ມໃຫ້ບໍລິການຢູ່ 2 ບ່ອນກ່ອນ ຄື: ສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ – ໜອງຄາຍ ເຊິ່ງໃນປັດຈຸບັນຜູ້ທີ່ໃຊ້ວີຊາອອນລາຍສາມາດເຂົ້າ ສປປ ລາວ ໄດ້ ໂດຍຜ່ານ 2 ດ່ານ ຕາມ Website: www.laoevisa.gov.la. ຫຼັງຈາກນັ້ນ, ໃນເວລາອັນໃກ້ນີ້ຈະຂະຫຍາຍລະບົບໄປສູ່ດ່ານອື່ນທີ່ຍັງເຫຼືອ ຈົນກວ່າສໍາເລັດທັງໝົດ 7 ດ່ານ.

ສ່ວນໄລຍະທີ 2 ຈະໄດ້ມີການຄົ້ນຄວ້າ ແລະ ສະເໜີຂໍອະນຸມັດຈາກລັດຖະບານໃນການສືບຕໍ່ພັດທະນາຢູ່ດ່ານສາກົນອື່ນໃນຂອບເຂດທົ່ວປະເທດ ໂດຍອີງໃສ່ເງື່ອນໄຂ ແລະ ຄວາມຈໍາເປັນຕົວຈິງໃນອະນາຄົດ.

ການຈັດຕັ້ງປະຕິບັດລະບົບອອກວີຊາອອນລາຍນີ້ ຈະເປັນສິ່ງກະຕຸກຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລັດຖະບານ ກໍຄືອົງການຈັດຕັ້ງຕ່າງໆຂອງ ສປປ ລາວ ກັບ ປະເທດຕ່າງໆທີ່ບໍ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ໃຫ້ມີການຂະຫຍາຍຕົວແຂງແຮງກວ່າເກົ່າ ໂດຍສະເພາະໃນດ້ານການທ່ອງທ່ຽວ ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ໃນສະເພາະໜ້າ ແລະ ຍາວນານ.

ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະເໜີຂໍການຮ່ວມມືມາຍັງບັນດາທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ ຊ່ວຍນຳເອົາຂໍ້ມູນກ່ຽວກັບການບໍລິການວີຊາອອນລາຍນຳໄປເຜີຍແຜ່ຕໍ່ປະຊາຊົນໃນປະເທດຂອງບັນດາທ່ານໃຫ້ໄດ້ຮັບຊາບ ແລະ ຫວັງວ່າບັນດາສື່ມວນຊົນຈະຊ່ວຍໂຄສະນາດ້ວຍຮູບການຕ່າງໆ ເພື່ອໃຫ້ຂໍ້ມູນໄດ້ຖືກເຜີຍແຜ່ອອກໄປສູ່ຕ່າງປະເທດຢ່າງກວ້າງຂວາງ.