ຄຳມ່ວນ ກວດສອບບໍລິມາດນ້ຳມັນ

89

ໃນວັນທີ 04 ກໍລະກົດ 2019 ພະນັກງານຂະແໜງຊັບສິນທາງປັນຍາມາດຕະຖານ ແລະ ວັດແທກ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ໂດຍການນຳພາຂອງ ທ່ານ ແສງຄຳ ພິມມະສອນ ຮັກສາການຫົວໜ້າຂະແໜງຊັບສິນທາງປັນຍາມາດຕະຖານ ແລະ ວັດແທກ, ພ້ອມດ້ວຍພະນັກງານວິຊາການໄດ້ລົງເຄື່ອນໄຫວກວດສອບບໍລິມາດຫົວຈ່າຍນ້ຳມັນເຊື້ອໄຟໃນເທສະບານເມືອງທ່າແຂກ ແຂວງຄຳມ່ວນ ໃນຈຳນວນ 9 ປໍ້າ 51 ຫົວຈ່າຍ.

ຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້ກໍເພື່ອເຮັດໃຫ້ບໍລິມາດຫົວຈ່າຍນ້ຳມັນເຊື້ອໄຟຢູ່ໃນປ້ຳທີ່ເປີດໃຊ້ບໍລິການໃນທົ່ວແຂວງໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ເພື່ອບໍລິການຮັບໃຊ້ສັງຄົມ ອີກດ້ານໜຶ່ງເພື່ອບໍ່ເປັນການເອົາປຽບຜູ້ຊົມໃຊ້ໃນຊີວິດປະຈຳວັນ. ດັ່ງນັ້ນ, ຂະແໜງຊັບສິນທາງປັນຍາມາດຕະຖານ ແລະ ວັດແທກ ຈຶ່ງໄດ້ລົງກວດສອບໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍທີ່ໄດ້ກຳນົດໄວ້. ການລົງກວດສອບໃນຄັ້ງນີ້ຫົວຈ່າຍນ້ຳມັນເຊື້ອໄຟແຕ່ລະປ້ຳທີ່ໄດ້ກວດສອບເຫັນວ່າຢູ່ໃນເກນມາດຕະຖານທີ່ຂະແໜງການກ່ຽວຂ້ອງໄດ້ອະນຸມັດໃຫ້. ດັ່ງນັ້ນ, ຈຶ່ງໄດ້ຕິດສະຕິກເກີໜີບກົ່ວ ແລະ ອອກໃບຢັ້ງຢືນໃຫ້ປ້ຳທີ່ໄດ້ກວດສອບເພື່ອເປັນຫຼັກຖານ ແລະ ຖືກຕ້ອງຕາມລະບຽບຫຼັກການ.

( ຂ່າວ: ຄູນປະເສີດ )