ເປີດຫ້ອງການໃໝ່ ບໍລິສັດ HPC ປະກັນໄພ ທ້າຍປີນີ້ກຽມໃຫ້   ບໍລິການປະກັນໄພລົດ

278

ຕະຫຼອດ 6 ປີ ບໍລິສັດ HPC ປະກັນໄພ ຈໍາກັດ ທີ່ເຕີບໃຫຍ່ຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດຂອງຊາດ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມທີ່ເພີ່ມຂຶ້ນ ບໍລິສັດໄດ້ຕັດສິນໃຈເພີ່ມທຶນຈົດທະບຽນພ້ອມສ້າງສໍານັກງານໃໝ່ ແລະ ກຽມພ້ອມໃຫ້ບໍລິການປະກັນໄພລົດຈ່າຍພຽງ 50 ພັນກີບ ຄຸ້ມຄອງສູງເຖິງ 100 ລ້ານກີບ.

ພິທີຂຶ້ນຫ້ອງການໃໝ່ ບໍລິສັດ HPC ປະກັນໄພ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2019 ທີ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບຸນລັນ ລໍສະຫວັດ ປະທານ ບໍລິສັດ HPC ປະກັນໄພ ຈໍາກັດ, ພ້ອມດ້ວຍແຂກພາກລັດ, ພາກທຸລະກິດ ແລະ ຕົວແທນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ບຸນລັນ ລໍສະຫວັດ ໄດ້ກ່າວວ່າ: ບໍລິສັດ HPC ປະກັນໄພ ຈໍາກັດ  ໄດ້ສ້າງຕັ້ງຂຶ້ນນັບແຕ່ທ້າຍປີ 2013 ເປັນຕົ້ນມາ, ໃນເບື້ອງຕົ້ນພວກເຮົາໄດ້ເປີດບໍລິການປະກັນໄພຊີວິດ ເລີ່ມຈາກຈຸດນ້ອຍໆຈົນສາມາດຂະຫຍາຍຕານ່າງໃຫຍ່ຂຶ້ນເທື່ອລະກ້າວ ຈົນມາເຖິງປັດຈຸບັນໄດ້ເຮັດໃຫ້ບໍລິສັດມີຕົວແທນຂາຍປະກັນໄພຫຼາຍກວ່າ 1 ພັນຕົວແທນ ໃນຂອບເຂດທົ່ວປະເທດ.

ຕະຫຼອດໄລຍະເວລາເກືອບ 6 ປີຜ່ານມານີ້ ບໍລິສັດ HPC ປະກັນໄພ ຈໍາກັດ ໄດ້ຕັ້ງໃຈສຸມໃສ່ບໍລິການວຽກປະກັນຊີວິດທີ່ເປັນອັນພົ້ນເດັ່ນໃນສັງຄົມ ກໍຄືການຮັບໃຊ້ສັງຄົມລາວໃນຂອບເຂດທົ່ວປະເທດນັບມື້ຫຼາຍຂຶ້ນ ຈາກປັດໄຈເຫຼົ່ານີ້ມັນໄດ້ກາຍເປັນແຮງຈູງໃຈທີ່ເຮັດໃຫ້ພວກເຮົາສືບຕໍ່ພັດທະນາທຸລະກິດປະກັນໄພເພີ່ມຂຶ້ນຕື່ມອີກ ເຊິ່ງປັດຈຸບັນນີ້ ບໍລິສັດ HPC ປະກັນໄພ ຈໍາກັດ ໄດ້ຂະຫຍາຍກິດຈະການປະກັນໄພທົ່ວໄປອີກໜຶ່ງຜະລິດຕະພັນ ຄືປະກັນໄພລົດ ແລະ ໃນປີນີ້ບໍລິສັດໄດ້ປ່ຽນຊື່ຈາກ ບໍລິສັດ HPC ປະກັນຊີວິດ ຈໍາກັດ ມາເປັນ ບໍລິສັດ HPC ປະກັນໄພ ຈໍາກັດ ເພື່ອໃຫ້ສອດຄ່ອງຕາມເປົ້າໝາຍ ແລະ ວິໄສທັດ ຄື: ບໍລິການວ່ອງໄວ, ທັນໃຈ, ຈິງໃຈ, ຈ່າຍເງິນປະກັນງ່າຍ ແລະ ຕ່າງຝ່າຍຕ່າງບໍ່ເອົາປຽບກັນ.

ທ່ານ ສົມພາວັນ ຄໍາພະຈັນ ຜູ້ບໍລິຫານ ບໍລິສັດ HPC ປະກັນໄພ ຈໍາກັດ ໄດ້ກ່າວວ່າ: ບໍລິສັດ HPC ປະກັນໄພ ຈໍາກັດ ໄດ້ສ້າງຕັ້ງຂຶ້ນໃນວັນທີ 6 ພະຈິກ 2013 ມີທຶນຈົດທະບຽນ 16 ຕື້ກີບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໂດຍມີຜະລິດຕະພັນປະກັນຊີວິດ ຈ່າຍພຽງ 50 ພັນກີບຕໍ່ເດືອນ ວົງເງິນປະກັນສູງສຸດ 70 ລ້ານກີບ ເຊິ່ງໄດ້ຮັບຄວາມສົນໃຈຈາກພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ.

ໃນປີ 2019 ທ່ານປະທານບໍລິສັດໄດ້ປັບປຸງ ແລະ ຂະຫຍາຍບໍລິສັດ ລວມທັງໄດ້ປ່ຽນຊື່ີບໍລິສັດ ແລະ ເພີ່ມທຶນຈົດທະບຽນຈາກ 16 ຕື້ກີບຂຶ້ນເປັນ 32 ຕື້ກີບ ສໍາລັບແຜນໃນຕໍ່ໜ້ານີ້ບໍລິສັດມີແຜນຈະເປີດຜະລິດຕະພັນໃໝ່ ຄື: ປະກັນໄພລົດພຽງແຕ່ຈ່າຍ 50 ພັນກີບຕໍ່ເດືອນ ສາມາດຄຸ້ມຄອງສູງສຸດ 100 ລ້ານກີບຕໍ່ປີ.

( ຂ່າວ – ຮູບ: ພຸດຕີ້ )