ຂ່າວດີ! ຈົບແຕ່ມໍຕົ້ນ ກໍ່ສາມາດເຂົ້າຮຽນຢູ່ວິທະຍາໄລເຕັກນິກລາວ-ເຢຍລະມັນໄດ້

115

ຖືເປັນຂ່າວດີສຳລັບນ້ອງໆທີ່ຮຽນຮອດແຕ່ມໍຕົ້ນ ຫຼື ຜູ້ທີ່ຕ້ອງການຢາກສຶກສາຢູ່ວິທະຍາໄລເຕັກນິກລາວ-ເຢຍລະມັນ, ເນື່ອງຈາກທາງວິທະຍາໄລໄດ້ປະກາດຮັບນັກສຶກສາເຂົ້າຮຽນ ປະຈຳສົກຮຽນ 2019-2020ເປັນທີ່ຮ-ຮ້ອຍແລ້ວ ຖ້ານ້ອງໆຜູ້ໃດສົນໃຈກໍ່ສາມາດເຂົ້າມາພົວພັນເອົາໃບຄຳຮ້ອງສະໝັກເຂົ້າຮຽນໄດ້ເລີຍເລີ່ມມື້ນີ້ ວັນທີ  8 ກໍລະກົດ

 

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

 

ເຊິ່ງຜູ້ອຳນວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ຂໍແຈ້ງມາຍັງຜູ້ສຳເລັດການຮຽນຊັ້ນມັດທະຍົມຕອນຕົ້ນ ໃນຂອບເຂດທົ່ວປະເທດຊາບ ກ່ຽວກັບການຈັດສຳພາດເອົານັກສຶກສາເຂົ້າຮຽນຢູ່ທີ່ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໃນຫຼັກສູດ 9+3 ປະຈຳສົກຮຽນ 2019-2020 ເຊິ່ງມີລາຍລະອຽດດັ່ງນີ້:

 

ในภาพอาจจะมี 1 คน

 

ເລີ່ມຂາຍຄຳຮ້ອງເຂົ້າສຳພາດໃນວັນທີ 8 ກໍລະກົດ ເປັນຕົ້ນໄປ. ວັນນັດສຳພາດ ວັນທີ 22, 26, 31 ກໍລະກົດ ແລະ 5 ສິງຫາ 2019.

ສຳລັບເອກະສານປະກອບມີ: ໃບຄຳຮ້ອງ ພົວພັນເອົາຢູ່ວິທະຍາໄລເຕັກນິກລາວ-ເຢຍລະມັນ; ສຳເນົາໃບປະກາສະນິຍະບັດ ຫຼື ໃບຢັ້ງຢືນຕອນຕົ້ນ; ສຳເນົາໃບຄະແນນ; ສຳເນົາຊີວະປະຫວັດນັກຮຽນຕອນຕົ້ນ ແລະ ຮຸບຂະໜາດ 3×4 ຈໍານວນ 3 ແຜ່ນ.

 

ในภาพอาจจะมี 1 คน, กำลังยืน และหมวก