ສະຫວັນນະເຂດຕາມນີ້!!! ຮ້ານບັນເທິງ-ຮ້ານອາຫານ ຖ້າລະເມີດກົດ ຖອນໃບທະບຽນ

75

ພາຍຫຼັງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ສະຫວັນນະເຂດ ອອກແຈ້ງການເຖິງບັນດາຜູ້ປະກອບການຮ້ານບັນເທິງ-ຮ້ານອາຫານທຸກປະເພດ ຫ້າມນຳເຄື່ອງດົນຕີມາສະແດງນອກອາຄານ ຫຼື ກາງແຈ້ງ ໄດ້ແຜ່ລົງສື່ອອນລາຍເມື່ອບໍ່ດົນມານີ້ສ້າງຄວາມຮືຮາ ແລະ ເປັນທີ່ສົນໃຈຂອງສັງຄົມຢ່າງກວ້າງຂວາງ ເຊິ່ງມວນຊົນຕ່າງກໍ່ອອກມາສະແດງຄວາມຄິດເຫັນໃນຫຼາຍແງ່ມຸມກ່ຽວກັບ ມາດຕະການດັ່ງກ່າວວ່າຈະປະຕິບັດໄດ້ຕາມແຈ້ງການຫຼືບໍ ນີ້ຄືຄຳຖາມທີ່ຂ້ອນຂ້າງທ້າທາຍການຈັດຕັ້ງ. ແນວໃດກໍ່ຕາມເຈົ້າໜ້າທີ່ກ່ຽວຂ້ອງໄດ້ອອກມາຕອບວ່າ ງານນີ້ສະຫວັນນະເຂດເຮັດແທ້ໃຜຝ່າຝືນຄືຖອນໃບອະນຸຍາດ!!!

 

 

ທ່ານ ຄໍາສິດ ພົມມະຈັນ ຮອງຫົວໜ້າພະແນກ ຖວທ ແຂວງ ໄດ້ເປີດເຜີຍວ່າ: ນີ້ແມ່ນເປັນຄັ້ງສຸດທ້າຍທີ່ພະແນກ ຖວທ ແຂວງໄດ້ອອກແຈ້ງການສະບັບເລກທີ 0749/ຖວທ, ລົງວັນທີ 6 ພຶດສະພາ 2019 ໃຫ້ຢຸດເຊົາການ ບໍລິການການສະແດງກາງແຈ້ງ ຢູ່ຮ້ານບັນເທິງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ.

ເຊິ່ງເນື້ອໃນໄດ້ລະບຸວ່າ: ໃຫ້ຢຸດຕິການບໍລິການການ ສະແດງກາງແຈ້ງຢູ່ຮ້ານບັນເທິງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມເຊັ່ນ: ຢູ່ຮ້ານບັນເທິງແມ່ນບໍ່ໃຫ້ເອົາເຄື່ອງສຽງ ແລະ ເຄື່ອງເສບດົນຕີທຸກປະເພດ ອອກມາເສບຢູ່ຂ້າງນອກອາຄານ ແລະຫ້າມບໍ່ໃຫ້ນໍາໃຊ້ຈໍ ແອວຊີດີ, ເຄື່ອງສາຍໂປຣເຈັກເຕີ ເພື່ອບໍລິການຮ້ອງເພງຄາລາໂອເກະ ຢູ່ຂ້າງນອກອາຄານ ເຊັ່ນກັນ ເມື່ອຮອດເວລາ 23:30 ໂມງ ແມ່ນຕ້ອງຢຸດຕິການບໍລິການດ້ານແສງສີສຽງທຸກປະເພດ.

 

ສ່ວນຢູ່ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມແມ່ນ ຫ້າມນໍາໃຊ້ຈໍແອວຊີດີ, ເຄື່ອງສາຍໂປຣເຈັກເຕີ ເພື່ອບໍລິການຮ້ອງເພງຄາລາໂອເກະ, ຫ້າມບໍ່ໃຫ້ເສບໂຟກຊ໋ອງ ແລະ ເສບດົນຕີທຸກປະເພດ, ການນໍາໃຊ້ເຄື່ອງຂະຫຍາຍສຽງຄວາມແຮງບໍ່ໃຫ້ເກີນ 100 ວັດໃຫ້ໃຊ້ປາກລໍາໂພງຂະໜາດນ້ອຍ ເປັນຈຸດໆເພື່ອຫຼີກເວັ້ນສຽງດັງ, ຈາກນີ້ກໍ່ບໍ່ອະນຸຍາດໃຫ້ ສາວເຊຍເບຍເຂົ້າມາ ເຄື່ອນໄຫວບໍລິການຢູ່ພາຍໃນຮ້ານ ເພື່ອເປັນການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ, ກໍລະນີມີຄວາມຈໍາເປັນ ທີ່ຕ້ອງການບໍລິການດ້ານ ການສະແດງຂ້າງນອກເຊັ່ນ: ງານເທສະການຕ່າງໆ, ງານລ້ຽງງານສັງສັນລວມໝູ່ຜູ້ປະກອບການຕ້ອງໄດ້ຂໍອະນຸຍາດຈາກພາກສ່ວນກ່ຽວຂ້ອງກ່ອນ.

 

 

ທ່ານ ຄໍາສິດ ພົມມະຈັນ ກ່າວຕື່ມວ່າ: ເລີ່ມແຕ່ຕົ້ນເດືອນ ກໍລະກົດເປັນຕົ້ນໄປບັນດາຮ້ານບັນເທິງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມກໍ່ຕ້ອງໜາວໄປຕາມໆຫາກບໍປະຕິບັດ ຕາມການແຈ້ງການເລກທີ 0749 ແລ້ວ ແມ່ນຈະຖືກປະຕິບັດຕາມລະບຽບກົດໝາຍ ໂດຍມອບໃຫ້ວິຊາການຈາກ ພະແນກ ຖວທ ແຂວງ, ກອງ ບັນຊາການ ປກສ ແຂວງ, ປກສ ນະຄອນໄກສອນ ພົມວິຫານ, ຫ້ອງການ ຖວທ ນະຄອນ ເລີ່ມລົງກວດກາໃຊ້ມາດຕະການຕາມລະບຽບກົດໝາຍ ໂດຍຈະເລີ່ມດໍາເນີນການຕໍ່ກັບຮ້ານບັນເທິງ, ຮ້ານອາຫານ ທີ່ມີການຮ້ອງຟ້ອງຈາກສັງຄົມກ່ອນ ຫຼັງຈາກນັ້ນກໍ່ສືບຕໍ່ກວດກາຮ້ານອື່ນໆຈົນກວ່າ ສໍາເລັດ ເຊິ່ງບັນດາກິດຈະການໃດທີ່ມີການລະເມີດຝ່າຝືນແມ່ນ ຈະໄດ້ຖອນໃບອະນຸຍາດ ຢຶດອຸປະກອນເຄື່ອງສຽງ ແລະ ສັ່ງປິດກິດຈະການຈົນກວ່າຈະມີການປັບປຸງຄືນໃໝ່.

 

 

ກ່ອນໜ້ານີ້ທາງພາກສ່ວນຜູ້ປະກອບການກໍ່ໃຫ້ ຄວາມຮ່ວມມືກ່ຽວກັບການ ເຮັດບົດບັນທຶກລະຫວ່າງຜູ້ຄຸ້ມຄອງ ແລະ ຜູ້ຈັດຕັ້ງປະຕິບັດເປັນທີ່ຮຽບຮ້ອຍ ຈາກການເກັບກໍາຂໍ້ມູນໃນເດືອນພຶດສະພາ ຜ່ານມາ ໃນຈໍານວນ 33 ຮ້ານເບື້ອງຕົ້ນມີລະດັບເຄື່ອງ ສຽງຕໍ່າສຸດ 200 ວັດ ແລະສູງສຸດ 18.000 ວັດ ແລະ ໃນສະຖີຕິເບື້ອງຕົ້ນຢູ່ນະຄອນໄກສອນ ພົມວິຫານ ມີຮ້ານກິນດື່ມ ແລະ ຮ້ານປີ້ງ ແກ້ມເກືອບ 100 ຮ້ານ.

 

ຂໍ້ມູນ: ສະຫວັນພັດທະນາ ຂ່າວ / savanhphuttana news