ຮຽນຮູ້ຊີວິດ ແລະ ບາງຜົນງານຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ

219

ໃກ້ຈະຮອດວັນຄ້າຍວັນເກີດຂອງປະທານສຸພານຸວົງຄົບຮອບ 110​ ປີແລ້ວ( 13/7/1909- 13/7/2019 )  ເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນເຮົາມາຮໍ່າຮຽນເອົາຄຸນສົມບັດ ສິນທຳປະຕິວັດ ອັນຜ່ອງໃສຂອງ ປະທານ ສຸພານຸວົງ ເຊິ່ງແມ່ນໜຶ່ງໃນບັນດາຜູ້ນຳ ທີ່ດີເດັ່ນຂອງພັກ ແລະ ລັດເຮົາທີ່ໄດ້ສ້າງຜົນງານອັນຍິ່ງໃຫຍ່ໄວ້ໃຫ້ຄົນລຸ້ນຫຼັງໄດ້ສືບທອດ  ທ່ານໄດ້ອຸທິດຕົນເຂົ້າມາໃນພາລະກິດຂອງຊາດຫຼາຍຢ່າງເປັນຕົ້ນປະກອບສ່ວນເຂົ້າໃນການນຳພາລວມໝູ່ຂອງພັກ ແລະ ແນວລາວຮັກຊາດ ໄຊຊະນະຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍຄືພາລະກິດ ປົກປັກຮັກສາລະບອບ ໃໝ່ ເພື່ອຄວາມສະຫງົບສຸກ ຂອງປະຊາຊົນລາວບັນດາເຜົ່າ.

 

 

ສະນັ້ນ, ມື້ນີ້ ແອັດມິນ ກໍ່ໄດ້ນຳເອົາບາງຈິດໃຈເນື້ອໃນສຳຄັນ ກ່ຽວກັບຊີວິດ, ການເຄື່ອນໄຫວ ແລະ ບາງຜົນງານມານຳສະເໜີແກ່ທ່ານຜູ້ອ່ານໄດ້ຮັບຮູ້ ແລະ ນຳເອົາແນວການປະຕິບັດຂອງເພິ່ນ ມາໝູນໃຊ້ເຂົ້າໃນຊີວິດປະຈຳວັນໄດ້.

ທ່ານປະທານ ສຸພານຸວົງ ຫຼື ຮູ້ຈັກໃນນາມ ເຈົ້າຊາຍແດງ ເກີດວັນທີ 13 ກໍລະກົດ 1909, ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າເປັນໂອລົດ (ລູກ) ຂອງເຈົ້າມະຫາ ອຸປະລາດ ບຸນຄົງ ແລະ ໝ່ອມຄຳອ້ວນ, ມີເອື້ອຍນ້ອງ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງ ຈິນດາຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນ ເຊິ່ງມີບົດບາດ ສໍາຄັນທາງ ປະຫວັດສາດຄື: ເຈົ້າເພັດຊະລາດ ແລະ ເຈົ້າສຸວັນນະພູມມາ.

ໃນສະໄໝເຍົາໄວ ປະທານ ສຸພານຸວົງ ໄດ້ຮັບການອົບຮົມ ສັ່ງສອນເປັນຢ່າງດີ, ເພິ່ນເປັນເດັກ ໃນວັງທີ່ມັກໄປຫຼິ້ນ ກັບເດັກນ້ອຍທົ່ວໄປ ໂດຍບໍ່ຖືຊັ້ນວັນນະຂອງຕົນ ເພີ່ນໄດ້ ສຳຜັດກັບຊີວິດປະຈຳວັນຂອງປະຊາຊົນ ແລະ ໄດ້ເກີດຄວາມເມດຕາຮັກໄຄ່ປະຊາຊົນ ຕັ້ງແຕ່ຍັງນ້ອຍ.

 

 

ເມື່ອອາຍຸໄດ້ 7 ປີ ປະທານສຸພານຸວົງ ໄດ້ເຂົ້າຮຽນຢູ່ ໂຮງຮຽນປະຖົມສຶກສາທີ່ຫຼວງພະບາງ, ເພີ່ນເປັນນັກຮຽນ ທີ່ຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນ ໃນຫຼາຍໆດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ ຄະແນນດີເລີດມາຕະຫຼອດຈົນຈົບຊັ້ນປະຖົມສົມບູນ. ກາງປີ 1920 ເພີ່ນໄດ້ເດີນທາງ ໄປຮຽນຕໍ່ມັດທະຍົມ “ອານແບກຊາໂຣ”  ທີ່ຮ່າໂນ້ຍ ປະເທດຫວຽດນາມ ຢູ່ທີ່ນັ້ນເພີ່ນໄດ້ ຕັ້ງໃຈຮຽນທັງວິຊາ ທຳມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນທາງດ້ານສີລະປະ ແລະ ວັນນະຄະດີ, ທັງຫຼິ້ນກິລາ ແລະ ດົນຕີ.

ປະທານ ເຈົ້າສຸພານຸວົງ ຍັງມີພອນສະຫວັນ ໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ;  ເພີ່ນ ຮຽນຈົບຂະແໜງວິຊາ ວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ແລະ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນ ໂປຣເຕັກໂຕຣາ ແຫ່ງ ແຄວ້ນອິນດູຈີນ.

 

 

ປີ 1931 ໄປສຶກສາຕໍ່ ທີ່ປະເທດຝຣັ່ງ ແລະ ໄດ້ເຂົ້າຮຽນກຽມ ທີ່ວິທະຍາໄລ ແຊັງຫລຸຍ (saint Louis), ໄດ້ເຂົ້າມະຫາວິທະຍາໄລ ຂົວທາງແຫ່ງຊາດ ສາຂາວິຊາວິສະວະກອນ ພົນລະເຮືອນ ຢູ່ນະຄອນຫລວງປາຣີ ໃນຊຸມປີ 1931-1934. ເວລາຮຽນຢູ່ ມະຫາວິທະຍາ ໄລຂົວທາງແຫ່ງຊາດ ທີ່ປະເທດຝຣັ່ງ, ເພີ່ນບໍ່ພຽງແຕ່ມີຄວາມມຸ່ງໝັ້ນ ໃນການຮຽນເທົ່ານັ້ນ, ແຕ່ທັງມີຄວາມດຸໝັ່ນ ໃນການລົງຝຶກຫັດ-ປະຕິບັດຕົວຈິງ.

ດັ່ງນັ້ນ, ເພິ່ນຈິ່ງໄດ້ເດີນທາງໄປຫຼາຍປະເທດ ໃນທະວີບເອີຣົບທັງ ເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫຼາຍປະເທດ ໃນທະວີບອາຟຣິກາ ເພື່ອສຳຜັດກັບຄວາມເປັນຈິງ ແລະ ຊອກຮູ້ ປະສົບປະການໃນດ້ານຕ່າງໆ. ຜົນຈາກຄວາມບາກບັ່ນໃນການຄົ້ນຄວ້າຮ່ຳຮຽນ, ເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງ, ດຳລົງຊີວິດແບບງ່າຍ, ດຸໝັ່ນ, ປະຢັດ, ບໍລິສຸດສັດຊື່-ທ່ຽງທຳ, ເອົາໃຈໃສ່ຮຽນຮູ້ ພາສາຂອງຊາດຕ່າງໆ ເພີ່ນຈຶ່ງສາມາດ ເວົ້າໄດ້ດີເຖິງ 9-10 ພາສາ ທີ່ໃຊ້ກັນແຜ່ຫຼາຍໃນສາກົນ.

 

 

ປີ 1937 ປະທານ ເຈົ້າສຸພານຸວົງ ໄດ້ຮຽນຈົບມະຫາ ວິທະຍາໄລ ຂົວທາງແຫ່ງຊາດ ທີ່ປະເທດຝຣັ່ງ ໂດຍໄດ້ຮັບປະກາສະນີຍະບັດ ວິສະວະກອນຂົວທາງ, ເປັນຄົນທຳອິດ ຂອງປະເທດລາວ. ພາຍຫຼັງສຳເລັດ ການສຶກສາເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການ ໃນຂະແໜງໂຍທາທິການ ປະຈຳຢູ່ຍາຈາງ (ປະເທດຫວຽດນາມ ). ໃນໄລຍະ 3 ປີ  ທີ່ໄດ້ຮັບຜິດຊອບວຽກງານ, ເພິ່ນໄດ້ສຳເລັດ ການສ້າງຂົວທາງ ເລກທີ 14 ແລະ ໂຄງການເຂື່ອນໄຟຟ້າ ນ້ຳຕົກຢູ່ດາຍິມ ພາກໃຕ້ຫວຽດນາມ; ສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ແຂວງຊຽງແຕງ ປະເທດກຳປູເຈຍ. ຕໍ່ມາເພິ່ນກໍ່ໄດ້ຖືກແຕ່ງຕັ້ງ ໄປຮັບລາຊະການ ຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກທີ 23 ແລະ ຂົວເຊບັ້ງຫຽງ. ຕໍ່ ມາປີ 1942 ເພິ່ນໄດ້ກັບໄປຮັບໜ້າທີ່ຢູ່ເມືອງວິງ ປະເທດຫວຽດນາມ ຕາມຄວາມຮຽກຮ້ອງ ຕ້ອງການຂອງວຽກງານໃນສະໄໝນັ້ນ.

 

ໃນເວລາໄປຮັບໜ້າທີ່ຢູ່ຫວຽດນາມ, ກຳປູເຈຍ ແລະ  ລາວ;  ປະທານ ສຸພານຸວົງ ໄດ້ສ້າງຜົນງານຫຼາຍຢ່າງອັນເປັນທີ່ຍອມຮັບໃນຖານະວິສະວະກອນ ທີ່ມີຄວາມຮູ້ ແລະ ຄວາມສາມາດ ແລະ ເຮັດແທ້ທຳຈິງ. ສິ່ງສຳຄັນທີ່ສຸດ ເພິ່ນໄດ້ສຳຜັດ, ໄດ້ຮູ້, ໄດ້ເຫັນພຶດຕິກຳ ແລະ ການກະທຳຂອງພວກຈັກກະພັດ ລ່າເມືອງຂຶ້ນຝຣັ່ງທີ່ມີຕໍ່ຄົນຂອງປະເທດຊາດຫົວເມືອງຂຶ້ນ. ທັງໝົດເຫຼົ່ານັ້ນ ໄດ້ສົ່ງຜົນກະທົບ ໂດຍກົງຕໍ່ສະພາບແນວຄິດຈິດໃຈ ຂອງປະທານ ສຸພານຸວົງ ແລະ ຈຳໃຫ້ເພິ່ນຕ້ອງເລືອກເອົາເສັ້ນທາງ ເດີນແຫ່ງຊີວິດຄື: ໜຶ່ງສືບຕໍ່ເປັນຂ້າລາຊະການ ຮັບໃຊ້ເຈດຈຳນົງ ຂອງພວກຈັກກະພັດລ່າເມືອງຂຶ້ນ ຫຼືສອງກ້າວສູ່ເສັ້ນທາງ ແຫ່ງການຕໍ່ສູ້ ເພື່ອກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນຳເອົາອິດສະຫຼະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວ ບັນດາເຜົ່າ. ເຊິ່ງສະເດັດສຸພານຸວົງ ໄດ້ເລືອກເອົາເສັ້ນທາງວິຖີຊີວິດ ຂອງນັກປະຕິວັດ ແລະ ນັກກອມມູນິດທີ່ກ້າແກ່ນ.