ໂຄງການທາງລົດໄຟລາວ – ຈີນ ຈະສ້າງໂອກາດມີວຽກເຮັດໃຫ້ແກ່ຄົນທ້ອງຖິ່ນ

40

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນສຸກ ທີ 5 ກໍລະກົດ ວ່າ ເຈົ້າໜ້າທີ່ລັດຖະບານລາວເປີດເຜີຍ ວ່າ ທາງລົດໄຟລາວ – ຈີນ ຈະຊ່ວຍສ້າງໂອກາດໃນການມີວຽກເຮັດງານທໍາໃຫ້ແກ່ປະຊາຊົນທ້ອງຖິ່ນຫຼາຍພັນຄົນ ເມື່ອໂຄງການກໍ່ສ້າງແລ້ວສໍາເລັດ ແລະ ເປີດໃຊ້ບໍລິການ ໃນປີ 2021.

ປັດຈຸບັນ ລັດຖະບານລາວກໍາລັງວາງແຜນຈັດຕັ້ງວິທະຍາໄລເຕັກນິກການລົດໄຟລາວ ໂດຍອາໄສຄວາມຊ່ວຍເຫຼືອຈາກຈີນ ເພື່ອເຝິກອົບຮົມ ແລະ ສ້າງສັນກຸ່ມບຸກຄະລາກອນ ທີ່ມີຄວາມຊ່ຽວຊານດ້ານການລົດໄຟ.

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง

ທ່ານກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຂອງລາວ ກ່າວກັບສື່ມວນຊົນລາວ ວ່າ ວິທະຍາໄລແຫ່ງດັ່ງກ່າວຢູ່ລະຫວ່າງການອອກແບບ ແລະ ຈະໄດ້ຂໍ້ສະຫຼຸບພາຍໃນບໍ່ດົນນີ້.

“ພວກເຮົາຄິດວ່າ ການກໍ່ສ້າງວິທະຍາໄລແຫ່ງດັ່ງກ່າວຈະເລີ່ມຕົ້ນ ພາຍໃນປີນີ້ ສ່ວນການກໍ່ສ້າງສິ່ງອໍານວຍຄວາມສະດວກຕ່າງໆ ເຊິ່ງຕັ້ງຢູ່ໃກ້ກັບສະໜາມກິລາແຫ່ງຊາດໃນນະຄອນຫລວງວຽງຈັນຈະໃຊ້ເວລາ 2 ປີ” ທ່ານ ກອງສີ ກ່າວ.

ในภาพอาจจะมี รถยนต์ และสถานที่กลางแจ้ง

ກະຊວງສຶກສາທິການ ແລະ ການກິລາຂອງລາວ ໄດ້ຈັດສົ່ງຄະນະຄູເຂົ້າຮ່ວມການເຝິກອົບຮົມໃນຈີນ ຫຼາຍກວ່າ 30 ຄົນ ເຊິ່ງເປັນສ່ວນໜຶ່ງຂອງການກຽມພ້ອມ ສໍາລັບວິທະຍາໄລເຕັກນິກການລົດໄຟລາວແຫ່ງໃໝ່.

“ທາງລົດໄຟ 1 ກິໂລແມັດ ຕ້ອງການຄົນເບິ່ງແຍງກວດເບິ່ງ 15 ຄົນ ເຊິ່ງແບ່ງເປັນວິສະວະກອນ ແລະ ຊ່າງເຕັກນິກ ໂດຍ ວິທະຍາໄລແຫ່ງດັ່ງກ່າວຈະຊ່ວຍກຽມແຮງງານທີ່ມີທັກສະ ແລະ ຈ້າງວຽກຄົນທ້ອງຖິ່ນອີກດ້ວຍ” ທ່ານ ກອງສີ ກ່າວ.

ในภาพอาจจะมี เมฆ, ท้องฟ้า, ภูเขา, สถานที่กลางแจ้ง, ธรรมชาติ และน้ำ

ຖ້າການກໍ່ສ້າງແລ້ວສໍາເລັດ ວິທະຍາໄລແຫ່ງໃໝ່ຈະເປີດສອນ 6 ຫຼັກສູດ ແລະ ຮັບນັກຮຽນ ປະມານ 300 ຄົນຕໍ່ປີ ໂດຍນັກຮຽນຈະຮຽນຮູ້ທຸກດ້ານທີ່ກ່ຽວຂ້ອງກັບການເດີນເຄື່ອງຈັກທາງລົດໄຟ ລວມເຖິງການຂັບລົດໄຟ, ການບໍລິການໃນສະຖານີ ແລະ ການສ້ອມແປງປັບປຸງ.

ທັງນີ້ ທາງລົດໄຟລາວ – ຈີນ ຄວາມຍາວ 414 ກິໂລແມັດ ຈະແລ່ນຈາກດ່ານຊາຍແດນເຂດບໍ່ເຕັນ ທາງພາກເໜືອຂອງລາວສູ່ນະຄອນຫຼວງວຽງຈັນ ດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ.