ກັບມາອີກຮອບ! 4 ບ້ານໃນເມືອງສະໜາມໄຊ ປະສົບອຸທົກກະໄພນໍ້າຖ້ວມແລ້ວ

35

ພາຍຫຼັງທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນໄພວ່າຈະມີຝົນຕົກໜັກ ໃນລະຫວ່າງວັນທີ 02 ຫາ 05 ກໍລະກົດ ເນື່ອງຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງ ຫາແຮງ ພັດປົກຄຸມຢູ່ຕອນໃຕ້ຂອງປະເທດ ສປ ຈີນ ແລະ ຈະມີກຳລັງແຮງເພີ່ມຂຶ້ນພັດຜ່ານເກາະໄຮໜານເຂົ້າສູ່ປະເທດ ສສ ຫວຽດນາມ ແລະ ຍັງຈະເພີ່ມກຳລັງແຮງຂຶ້ນຕື່ມປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງ, ຟ້າຜ່າ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງພາກ  ເໜືອ ຫາພາກກາງ ແລະ ພາກໃຕ້.

 

 

 

ຫຼ້າສຸດ, ມີລາຍງານເບື້ອງຕົ້ນຈາກປະຊາຊົນເມືອງສະໜາມໄຊໃຫ້ຮູ້ວ່າ: ໃນວັນທີ 3 ກໍລະກົດ 2019 ເນື່ອງຈາກໃນຕອນແລງຂອງວັນທີ 2 ກໍລະກົດ 2019 ຜ່ານມາ ເກີດມີຝົນຕົກໜັກຕະຫຼອດຄືນ ເຮັດໃຫ້ນໍ້າຫ້ວຍລົ້ນອັ່ງຂຶ້ນມາຖ້ວມບ້ານເຮືອນປະຊາຊົນ ເຂດບ້ານແທ, ບ້ານທ່າ, ບ້ານມ່ວງ ແລະ ບ້ານບົກ ເມືອງສະໜາມໄຊ ແຂວງ ອັດຕະປື. ປັດຈຸບັນຍັງບໍ່ທັນລາຍງານຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນ.

 

 

 

ໃນຂະນະທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພຝົນຕົກໜັກໃນລະຫວ່າງວັນທີ 02 ຫາ 05 ກໍລະກົດ 2019 ສະບັບເລກທີ 0895/ກອຕທ ລົງວັນທີ 01 ກໍລະກົດ 2019 ວ່າ: ໃນໄລຍະວັນທີ 02 ຫາ 05 ກໍລະກົດ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງ ຫາແຮງ ພັດປົກຄຸມຢູ່ຕອນໃຕ້ຂອງປະເທດ ສປ ຈີນ ແລະ ຈະມີກຳລັງແຮງເພີ່ມຂຶ້ນພັດຜ່ານເກາະໄຮໜານເຂົ້າສູ່ປະເທດ ສສ ຫວຽດນາມ ແລະ ຍັງຈະເພີ່ມກຳລັງແຮງຂຶ້ນຕື່ມປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງ, ຟ້າຜ່າ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ ແລະ ພາກໃຕ້.

 

 

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ຫຼັງຄາເຮືອນເປ່ເພ ພ້ອມນີ້, ກໍ່ໃຫັຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີນທີ່ກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.