ທ່ານ “ເກຍ ອູ໋ສິດທິເດດ” ຜູ້ຊ່ວຍປະຊາຊົນ 100 ກວ່າຄອບຄົວມີອາຊີບ ແລະ ຊີວິດທີ່ດີຂຶ້ນ

134

ຊາບຊຶ້ງທຸກເທື່ອເມື່ອເອີ່ຍເຖິງນັກທຸລະກິດໃຈບຸນຄົນນີ້ ເຊິ່ງທ່ານ ມີຊື່ວ່າ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳ ທີ່ໄດ້ເສຍສະຫຼະທຶນຮອນຕົນເອງເຂົ້າໃນການຊ່ວຍເຫຼືອປະຊາຊົນທັງສອງບ້ານຂອງເມືອງ ຈຳພອນ ແຂວງ ສະຫວັນນະເຂດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍງົບ 15 ຕື້ກວ່າກີບ ພ້ອມປະຕິບັດ 18 ໜ້າວຽກ ເພື່ອເຮັດໃຫ້ປະຊາຊົນເຊົາຂໍທານຫັນມາຜະລິດເພື່ອລ້ຽງຊີບ.

 

ในภาพอาจจะมี 6 คน, รวมถึง ມີໄຊ ພູນວິໄຊ, ผู้คนกำลังยืน, เด็ก และสถานที่กลางแจ้ง

 

ໃນໂອກາດເຂົ້າຮ່ວມກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ຄັ້ງວັນທີ 28 ມິຖຸນາ 2019 ຜ່ານມາ ທີ່ນະຄອນຫຼວງວຽງຈັນວ່າ ທ່ານ ເກຍ ອູ໋ສິດທິເດດ ໄດ້ລາຍງານວ່າ: ການມີສ່ວນຮ່ວມໂຄງການ ລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງຈຳພອນ ແຂວງສະຫວັນນະເຂດ ໃນໄລຍະ 3 ປີ (2016-2018) ແມ່ນເລີ່ມຕົ້ນຈາກການເຫັນເອກະສານສະເໜີປຸກລະດົມຈາກເຈົ້າເມືອງໆຈຳພອນ ໂດຍຜ່ານການເຫັນດີຈາກທ່ານເຈົ້າແຂວງໆສະຫວັນນະເຂດ, ເບື້ອງຕົ້ນມີ 27 ຄອບຄົວ (ຄົນຂໍທານ) ຈາກນັ້ນຕົນເອງກໍ່ມີຄວາມສະໝັກໃຈ ຍິນດີເຂົ້າຮ່ວມອົງການຈັດຕັ້ງ ໃນການລົບລ້າງຄວາມທຸກຍາກຂອງປະຊາຊົນ.

 

ในภาพอาจจะมี 1 คน, กำลังยืน และดอกไม้

 

ຕະຫຼອດໄລະຍະປະກອບສ່ວນ ໄດ້ນຳພາປະຊາຊົນລົງມືເຮັດຕົວຈິງ ໂດຍແນະນຳໃຫ້ເຮັດວຽກຄ້າຍຄືກັບການເຮັດທຸລະກິດຂອງຕົນເອງ, ເຮັດຫຼາຍໆໜ້າວຽກໄປພ້ອມໆກັນ, ເປັນເຈົ້າການ ເພື່ອໃຫ້ເກີດຜົນປະໂຫຍດໂດຍໄວ, ເປັນພື້ນຖານໃຫ້ແກ່ການຜະລິດຫຼາຍສິ່ງຫຼາຍຢ່າງໃຫ້ປະຊາຊົນໄດ້ເປັນເຈົ້າຂອງດ້ວຍຄວາມເຊື່ອ ແລະ ຄວາມເພິ່ງພໍໃຈຂອງເຂົາເຈົ້າ.

ພາຍຫຼັງລົງມືປະຕິບັດໂຄງການໄດ້ບຸກເບີກທີ່ດິນແລ້ວແບ່ງກັນຕາມການຕົກລົງ, ໄດ້ຈັດສັນຕັດຕາຜ້າບ້ານ, ດິນປຸກສ້າງ, ດິນສວນ, ແນວພັນພຶດຫຼາຍຊະນິດ, ນໍ້າສ້າງບາດານ, ໜອງສະໃຫຍ່ລ້ຽງປາ, ດິນນາ, ເຄື່ອງມືຮັບໃຊ້ການອອກແຮງງານ, ເຄື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ຄົວເຮືອນ ແລະ ມີເຮືອນເຄິ່ງຖາວອນ.

 

ในภาพอาจจะมี 2 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่กลางแจ้ง

 

ນອກນັ້ນ, ຍັງມີການສ້າງໂຮງຮຽນ, ໂຮງໝໍ, ສາງເກັບມ້ຽນເຂົ້າ, ໂຮງສີເຂົ້າ, ກອງທຶນເຂົ້າ, ກອງທຶນປະກັນສຸຂະພາບ, ຕະຫຼາດນ້ອຍ, ຕໍ່າຫູກ, ໜອງສະໃຫຍ່ລວມຂອງບ້ານ, ຫ້ອງການປົກຄອງບ້ານ, ສະໂມສອນບ້ານ ພ້ອມໂທລະໂຄ່ງຂອງບ້ານ, ມີວັດປະຈຳໝູ່ບ້ານ. ລູກຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນປົກກະຕິ, ຍາມເຈັບເປັນກໍ່ໄດ້ພາກັນເຂົ້າໂຮງໝໍ, ຍ້ອນມີສິ່ງເອື້ອອຳນວຍດັ່ງກ່າວ ຈຶ່ງເກີດມີພື້ນຖານລາຍຮັບຂອງຄອບຄົວເປັນຕົ້ນແມ່ນ: ມີຮ້ານຂາຍເຄື່ອງຍ່ອຍ, ມີຂາຍສ້ອມແປງລົດຈັກ-ລົດໄຖນາ ແລະ ອື່ນໆ.

ມາຮອດປັດຈຸບັນ ມີ 111 ຄອບຄົວ ໄດ້ເປັນເຈົ້າຂອງກິດຈະການຫຼາຍຢ່າງ ເຊິ່ງທີ່ຜ່ານມາເຂົາເຈົ້າບໍ່ເຄີຍມີ, ຜ່ານມາທາງໂຄງການກໍ່ຍັງໄດ້ໃຫ້ຄວາມສຳຄັນທາງດ້ານນິເວດນຳອີກ, ເພື່ອໃຫ້ເກີດມີຊີວະນາໆພັນ ເປັນເງື່ອນໄຂສະດວກໃຫ້ປະຊາຊົນໄດ້ທຳມາຫາກິນຕາມວິຖີຊີວິດຂອງເຂົາເຈົ້າ.

 

ในภาพอาจจะมี 1 คน, กำลังยิ้ม, กำลังยืน, ต้นพืช, เด็ก, ต้นไม้, สถานที่กลางแจ้ง และธรรมชาติ

 

ທ່ານເກຍກ່າວວ່າ: ຕະຫຼອດໄລຍະ 3 ປີ ມີຫຼາຍພາກສ່ວນຂອງອົງການຈັດຕັ້ງພັກ – ລັດ, ອົງການຈັດຕັ້ງມະຫາຊົນ, ບໍລິສັດ, ຫ້າງຮ້ານ, ໄດ້ສະໜັບສະໜູນເປັນເງິນ ແລະ ວັດຖຸ ມູນຄ່າທັງໝົດ 7 ຕື້ກວ່າກີບ, ທຶນຂອງຄອບຄົວຂ້າພະເຈົ້າ 15 ຕື້ກວ່າກີບ ລວມມູນຄ່າການຊ່ວຍເຫຼືອທັງໝົດ 3 ປີ 22 ຕື້ກວ່າກີບ.

 

ในภาพอาจจะมี 1 คน, อาหาร

 

ຜ່ານການພາປະຊາຊົນເຮັດຕົວຈິງມານັ້ນ ໄດ້ເກີດຜົນປະໂຫຍດແກ່ປະຊາຊົນແທ້ ມາຮອດມື້ນີ້ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈທີ່ມີສ່ວນຮ່ວມນຳອົງການຈັດຕັ້ງຂອງພັກ – ລັດ ແລະ ຂໍຢັ້ງຢືນອີກເທື່ອໜຶ່ງວ່າ: ການມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນຂອງຂ້າພະເຈົ້າໃນຄັ້ງນີ້ ແມ່ນເຮັດດ້ວຍຄວາມຈິງໃຈ, ບໍລິສຸດໃຈ, ບໍ່ມີສິ່ງແອບແຝງໃດໆທັງນັ້ນ, ສິ່ງທີ່ຂ້າພະເຈົ້າເຮັດມານັ້ນມັນໄດ້ເກີດເປັນຮູບປະທຳ, ພຶດທິກຳດັ່ງກ່າວເປັນການອະທິບາຍເຖິງຕົວຕົນຂອງຂ້າພະເຈົ້າ, ພວກເຮົາໄດ້ພ້ອມກັນເຮັດບັນລຸເປົ້າໝາຍ ແລະ ຄາດໝາຍຕາມກຳນົດເວລາໃນ 18 ໜ້າວຽກທີ່ໄດ້ເຊັນໄວ້. ໃນຄວາມຮູ້ສຶກ ແລະ ຄວາມເຂົ້າໃຈທີ່ຂ້າພະເຈົ້າໄດ້ເຮັດຜ່ານມາ 3 ປີ ເຫັນປະຊາຊົນມີການປ່ຽນແປງແທ້, ທາງດ້ານແນວຄວາມຄິດ ແລະ ການດຳລົງຊີວິດດີຂຶ້ນ, ໃນຕໍ່ໜ້າກ້າວໄປເຖິງບັນລຸເປົ້າໝາຍມາດຕະຖານພົ້ນທຸກ, ຄຳວ່າ ຫາກິນແບບເລື່ອນລອຍ ( ຂໍທານ ) ຂ້າພະເຈົ້າຄິດວ່າຈະກາຍເປັນອະດີດ, ທ່ານ ເກຍ ອູ໋ສິດທີ່ເດດກ່າວປິດທ້າຍ.

 

ในภาพอาจจะมี 1 คน, เด็ก และสถานที่กลางแจ้ง