ທ່ານ ຈັນສຸກ ພັນໂດລັກ ໄດ້ເປັນເຈົ້ານະຄອນຫຼວງພະບາງ ຄົນໃໝ່

81

ໄລຍະນີ້ມີການປ່ຽນແປງການຈັດຕັ້ງຫຼາຍສຳນັກງານຫ້ອງການ ເພື່ອສືບຕໍ່ເຮັດໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ໄດ້ຮັບຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ, ເຊື່ອຢ່າງຍິ່ງວ່າຜູ້ທີ່ຮັບໜ້າທີ່ໃໝ່ຈະສາມາດສານພາລະກິດຈາກຜູ້ເກົ່າ ແລະ ເສີມສ້າງແນວຄວາມຄິດໃໝ່ໃຫ້ມີຜົນງານທີ່ໜ້າຊື່ນຊົມ.

 

 

ໃນວັນທີ 1 ກໍລະກົດ 2019 ຜ່ານມານີ້ ນະຄອນຫຼວງພະບາງກໍ່ໄດ້ມີພີມອບ-ຮັບໜ້າທີ່ເລຂາພັກ-ເຈົ້ານະຄອນ ຫຼວງພະບາງລະຫວ່າງ ຜູ້ເກົ່າກັບຜູ້ໃໝ່ ທີ່ສະໂມສອນຫ້ອງວ່າການປົກຄອງນະຄອນຫຼວງພະບາງ ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ, ນະຄອນ, ອົງການປົກຄອງບ້ານ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພິທີ ທ່ານ ມອນໄຊ ລາວມົວຊົງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ແລະຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການຍົກຍ້າຍ ທ່ານ ສຸກັນ   ບຸນຍົງ ກຳມະການປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນ ຫຼວງພະບາງ ໄປຮັບໜ້າທີ່ໃໝ່ຢູ່ ອົງການປົກຄອງແຂວງຫຼວງພະບາງ ແລະ ແຕ່ງຕັ້ງ ທ່ານ ຈັນສຸກ ພັນໂດລັກ ກຳມະການພັກແຂວງ ເປັນເລຂາພັກ-ເຈົ້ານະຄອນ ຫຼວງພະບາງ, ຈາກນັ້ນ ໄດ້ມີການລົງນາມບົດບັນທຶກການມອບຮັບໜ້າທີ່ ໂດຍມີຜູ້ເຂົ້າຮ່ວມ ເປັນສັກຂີພິຍານ.

 

 

ໃນພິທີດຽວກັນນີ້ ໄດ້ມີການປະກາດ ຍົກຍ້າຍ ທ່ານ ສາຍສະໝອນ ສາລີວົງ ຮອງເລຂາພັກ ຮອງເຈົ້ານະຄອນຫຼວງພະບາງ ໄປຮັບໜ້າທີ່ໃໝ່ຢູ່ພະແນກພາຍໃນແຂວງຫຼວງພະບາງຕື່ມອີກ.

ຕອນທ້າຍ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ມີຄຳເຫັນເນັ້ນໃຫ້ເລຂາພັກ-ເຈົ້ານະຄອນ ຫຼວງພະບາງຜູ້ໃໝ່ ຈົ່ງສືບຕໍ່ໃນການປະຕິບັດວຽກງານດ້ວຍຄວາມຮັບຜິດຊອບ ຖືສຳຄັນ ຫຼັກການລວມສູນປະຊາທິປະໄຕ ເພື່ອເຮັດໃຫ້ວຽກງານຂອງຄະນະພັກ ອົງການປົກຄອງນະຄອນຫຼວງພະບາງ ມີບາດກ້າວດີຂຶ້ນ.