ສະຫະພັນດຶງເຊືອກອາຊຽນ ແຕ່ງຕັ້ງ ທ່ານ ອຸໄທ ບັນນາວົງ ເປັນຮອງປະທານ

61

ສະຫະພັນດຶງເຊືອກ ແຫ່ງອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ປະກາດແຕ່ງຕັ້ງ ທ່ານ ອຸໄທ ບັນນາວົງ ຮອງປະທານສະຫະພັນດຶງເຊືອກແຫ່ງຊາດລາວ ໃຫ້ຮັບຕໍາແໜ່ງເປັນຮອງປະທານສະຫະພັນດຶງເຊືອກແຫ່ງອາຊຽນ ຢ່າງເປັນທາງການເມື່ອທ້າຍອາທິດທີ່ຜ່ານມາ ພ້ອມທັງຖືກສະເໜີຊື່ເຂົ້າຮ່ວມຄັດເລືອກເປັນຄະນະກໍາມະການສະຫະພັນດຶງເຊືອກອາຊີນຳອີກ.

ໃນຕົ້ນປີ 2019 ທີ່ຜ່ານມາ ສະຫະຫະພັນດຶງເຊືອກແຫ່ງອາຊຽນ ໄດ້ແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ໂດຍແຕ່ງຕັ້ງ ທ່ານ ນະລິດ ສິງວັງຊາ ປະທານສະຫະພັນດຶງເຊືອກແຫ່ງປະເທດໄທ ເປັນປະທານສະຫະພັນດຶງເຊືອກອາຊຽນ ໂດຍມີວາລະ 2 ປີ ແລະ ໄດ້ມີການແຕ່ງຕັ້ງໜ້າທີ່ອື່ນໆ.

ຫຼ້າສຸດ, ຕາມການລາຍງານຂອງຄະນະສະຫະພັນດຶງເຊືອກແຫ່ງຊາດລາວ ເມື່ອທ້າຍອາທິດທີ່ຜ່ານມາວ່າ: ທ່ານ ອຸໄທ ບັນນາວົງ ຮອງປະທານສະຫະພັນດຶງເຊືອກແຫ່ງຊາດລາວ ໄດ້ຮັບກຽດຂຶ້ນເປັນຮອງປະທານສະຫະພັນດຶງເຊືອກອາຊຽນ ໃນວາລະປີ 2019 – 2020 ຈາກການເຫັນດີຂອງສະມາຊິກ 11 ປະເທດ ທີ່ສໍານັກງານກີລາແຫ່ງປະເທດໄທ.

ນອກຈາກນັ້ນ, ທ່ານ ອຸໄທ ບັນນາວົງ ຍັງໄດ້ຖືກສະເໜີຊື່ໃຫ້ເຂົ້າຮ່ວມຄັດເລືອກເປັນຄະນະກໍາມະການສະຫະພັນດຶງເຊືອກອາຊີ ທີ່ປະເທດອິນໂດເນເຊຍ ໃນເດືອນກັນຍາ 2019 ເພື່ອກຽມພ້ອມໃນການແຂ່ງຂັນລາຍການຊີງແຊັມອາຊີ ທີ່ປະເທດໄທ ແລະ ຊີງແຊັມໂລກ ທີ່ປະເທດສະວິດ ໃນປີ 2021.

( ຂ່າວ: ຄໍາສອນ; ຮູບຈາກ: ສະຫະພັນດຶງເຊືອກແຫ່ງຊາດລາວ )