ອີກ 3 ປີໄດ້ໃຊ້ເສັ້ນທາງລົດໄຟສະຖານີບ້ານຄຳສະຫວາດ

68

ຖືເປັນຂ່າວດີທີ່ຢາກໃຫ້ຕິດຕາມກັບໂຄງການກໍ່ສ້າງເສັ້ນທາງລົດໄຟຊ່ວງຕໍ່ຈາກທ່ານາແລ້ງເຂົ້າສູ່ຕົວເມືອງຫຼວງວຽງຈັນທີ່ສະຖານີບ້ານຄຳສະຫວາດ ເມືອງໄຊເສດຖາ, ຫຼັງຈາກນັ້ນຜູ້ທີ່ມີຈຸດປະສົງໄປໃຊ້ບໍລິການລົດໄຟລາວອອກສູ່ໜອງຄາຍ ແລະ ກຸງເທບຂອງໄທຈະໃຊ້ເວລາພຽງບໍ່ເທົ່າໃດນາທີກໍ່ຮອດເພາະຫ່າງຈາກຕົວເມືອງພຽງ 4 ກິໂລແມັດເທົ່ານັ້ນ.

 

ในภาพอาจจะมี สถานที่กลางแจ้ง

ພາບປະກອບຂ່າວ

 

ການກໍ່ສ້າງເສັ້ນທາງລົດໄຟຕໍ່ຊ່ວງຈາກສະຖານີທ່ານາແລ້ງຫາບ້ານຄຳສະຫວາດ ເມືອງໄຊເສດຖາ ເປັນໂຄງການທີ່ທາງອົງການທາງລົດໄຟມີເປົ້າໝາຍສ້າງມາດົນແລ້ວ ແຕ່ເນື່ອງຈາກເງື່ອນໄຂປິ່ນອ້ອມຫຼາຍຢ່າງຍັງບໍ່ພ້ອມໂດຍສະເພາະເລື່ອງທຶນຮອນຈິ່ງເຮັດໃຫ້ແກ່ຍາວມາຫຼາຍປີ.

 

ในภาพอาจจะมี ผู้คนกำลังยืน, สถานที่กลางแจ้ง และธรรมชาติ

ພາບປະກອບຂ່າວ

 

ແນວໃດກໍ່ຕາມ ປັດຈຸບັນແມ່ນໄດ້ແຫຼ່ງທຶນພ້ອມແລ້ວທີ່ຈະດຳເນີນການກໍ່ສ້າງເສັ້ນທາງລົດໄຟ ຈາກຂົວມິດຕະພາບລາວໄທ ແຫ່ງທີ I ທ່ານາແລ້ງເຂົ້າມາຫາສູນກາງ ນະຄອນຫຼວງວຽງຈັນ ລວມຄວາມຍາວເປັນໄລຍະ 11 ກິໂລແມັດ ກໍາລັງຈະເປັນຄວາມຈິງຂຶ້ນມາ ພາຍຫລັງ ການເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກົມທາງລົດໄຟ ກະຊວງ ໂຍທາ ແລະ ຂົນສົ່ງ ຮ່ວມກັບ ບໍລິສັດ Sermsanguan Construction ຈໍາກັດ ຈາກປະເທດໄທ.

 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ພາບປະກອບຂ່າວ

 

ໂຄງການເຟສ II ດັ່ງກ່າວ ແມ່ນໄດ້ຮັບງົບປະມານ ການຊ່ວຍເຫຼືອລ້າຈາກປະເທດໄທ 30% ແລະ ອີກ 70% ໃນຮູບແບບ ການກູ້ຍືມ ດອກເບ້ຍຕໍ່າ ໂດຍສະຖານີໃໝ່ນີ້ຕັ້ງຢູ່ໃກ້ສູນກາງ ຂອງນະຄອນຫຼວງວຽງຈັນ ແມ່ນສະຖານີ ທີ່ຕັ້ງຢູ່ບ້ານ ຄໍາສະຫວາດ (ປະມານ 4 ກມ ຈາກ ທາດຫຼວງວຽງຈັນ). ການກໍ່ສ້າງເສັ້ນທາງລົດໄຟ ພາກຂະຫຍາຍນີ້ ຄາດວ່າຈະໃຫ້ສໍາເລັດ ໃນທ້າຍປີ 2021.

 

ในภาพอาจจะมี 1 คน, รถไฟ

ພາບປະກອບຂ່າວ