ໂອອີຊີດີ ຊີ້ຄ່ານິຍົມດອກເບ້ຍຕໍ່າ ສັນຍານທະນາຄານກາງໝົດເຄື່ອງມືຍູ້ເສດຖະກິດ

64

ທ່າມກາງບົດບາດທະນາຄານກາງ ປະເທດມະຫາອໍານາດທາງເສດຖະກິດໂລກ ເຊັ່ນ: ທະນາຄານກາງອາເມຣິກາ ຫຼື ເຟດ ແລະ ທະນາຄານກາງເອີຣົບ ຫຼື ອີຊີບີ ສົ່ງສັນຍານເຕືອນໃນໄລຍະຫຼັງນີ້ ພ້ອມທີ່ຈະຫຼຸດດອກເບ້ຍລົງແລ້ວ, ທ່ານ ໂຊເຊ ເອນຈິວເກີເຣຍ ເລຂາທິການໃຫຍ່ອົງການເພື່ອຄວາມຮ່ວມມື ແລະ ພັດທະນາເສດຖະກິດ ຫຼື ໂອອີຊີດີ ຍອມຮັບວ່າສະຖານະການໂລກຈະຍັງຮ້າຍແຮງກວ່າທີ່ເປັນຢູ່ໃນປັດຈຸບັນຫຼາຍ ຫາກທະນາຄານກາງຂອງນາໆຊາດບໍ່ດໍາເນີນການຢ່າງຕັ້ງໜ້າ ໃນການທີ່ກະຕຸກຊຸກຍູ້ກິດຈະກໍາທາງເສດຖະກິດ. ຢ່າງໃດກໍຕາມ, ເຖິງເວລານີ້ຕ້ອງຍອມຮັບວ່າທະນາຄານກາງໄດ້ນໍາເຄື່ອງມືຕ່າງໆອອກມາໃຊ້ຈົນໝົດແລ້ວ.

ກວ່າ 10 ປີ ຫຼັງຈາກທີ່ໂລກໄດ້ປະເຊີນກັບວິກິດການການເງິນໂລກຄັ້ງໃຫຍ່ ທີ່ເລີ່ມຈາກ ອາເມຣິກາ, ທະນາຄານກາງທົ່ວໂລກກໍເກືອບຈະບໍ່ມີເຄື່ອງມືທີ່ຈະນໍາມາໃຊ້ໃນການຊຸກຍູ້ເສດຖະກິດແລ້ວ. ຂະນະທີ່ທ່າອ່ຽງການໃຊ້ນະໂຍບາຍການເງິນແບບສາຍນົກກາງແກ ເລີ່ມກັບມາອີກຄັ້ງໃນສະພາບບັນຍາກາດເຄັ່ງຕຶງທາງການຄ້າລະຫວ່າງ ອາເມຣິກາ ກັບ ຈີນ ເຊິ່ງມີຜົນຖ່ວງດຶງການຂະຫຍາຍຕົວທາງເສດຖະກິດໃນພາບລວມ.

ວິທີການຊຸກຍູ້ເສດຖະກິດສາຍນົກກາງແກນັ້ນໝາຍເຖິງການຫຼຸດອັດຕາດອກເບ້ຍນະໂຍບາຍ, ຫຼຸດອັດຕາເງິນສໍາຮອງຂອງທະນາຄານ ແລະ ເຂົ້າຊື້ພັນທະບັດລັດຖະບານ ເພື່ອເພີ່ມສະພາບຄ່ອງໃນລະບົບເສດຖະກິດ, ພ້ອມທັງຫຼຸດອັດຕາຜົນຕອບແທນຂອງພັນທະບັດໄລຍະຍາວ ເຊິ່ງແຕກຕ່າງ ຫຼື ກົງກັນຂ້າມກັບນົກອິນຊີ ທີ່ຈະຮັບມືກັບເສດຖະກິດດ້ວຍນະໂຍບາຍຂຶ້ນອັດຕາດອກເບ້ຍນະໂຍບາຍ, ເພີ່ມອັດຕາເງິນສໍາຮອງຂອງທະນາຄານ ແລະ ຂາຍພັນທະບັດລັດຖະບານອອກ ເພື່ອດູດສະພາບຄ່ອງອອກຈາກລະບົບ.

ທ່ານ ເກີເຣຍ ກ່າວໃນກອງປະຊຸມ ຈີ 20 ທີ່ເມືອງໂອຊາກາ ປະເທດຍີ່ປຸ່ນ ເມື່ອບໍ່ດົນມານີ້ວ່າ: ຕອນນີ້ເກືອບທຸກປະເທດທົ່ວໂລກຮັກສາອັດຕາດອກເບ້ຍ ຢູ່ທີ່ 0% ຫຼື ໃກ້ໆຈະ 0% ເຕັມທີ ແລະ ປັດຈຸບັນນີ້ຈະເຫັນໄດ້ວ່າທະນາຄານກາງຫຼາຍປະເທດຫຼັກໆສົ່ງສັນຍານວ່າອັດຕາດອກເບ້ຍທີ່ຕໍ່າຢູ່ແລ້ວ ຈະຮັກສາໄວ້ຄືເກົ່າເຊັ່ນນີ້ເປັນເວລາຍາວນານ.