ການເກັບກຳຂໍ້ມູນສະຖິຕິ ບາງເຂດຍັງພົບຄວາມຫຍຸ້ງຍາກ

50

ການລົງເກັບກຳຂໍ້ມູນຢູ່ບາງເຂດ ຂອງໜ່ວຍງານສູນສະຖິຕິແຫ່ງຊາດ ຍັງພົບກັບ ຄວາມຫຍຸ້ງຍາກພໍສົມຄວນ ຈຶ່ງເຮັດໃຫ້ໜ້າວຽກບາງອັນບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ເພື່ອເກັບສະຖິຕິໃຫ້ກັບການຄົ້ນຄວ້າ. ໃນນີ້, ໃນຂະນະທີ່ຄຸນນະພາບຂອງບຸກຄະລາກອນເປັນອົງປະກອບສຳຄັນ ທີ່ຈະເຮັດໃຫ້ວຽກງານສຳເລັດໄດ້ຕາມຄາດໝາຍໃນແຕ່ລະໄລຍະ.

ในภาพอาจจะมี 2 คน, ฝูงชน, ตาราง และสถานที่ในร่ม

ກອງປະຊຸມວິທະຍາສາດສະຖິຕິ ກ່ຽວກັບການພັດທະນາຕົວຊີ້ບອກລະດັບຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ 2030 ຈັດຂຶ້ນໃນວັນທີ 27 ມິຖຸນາ 2019 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ( ICTC ) ເຊິ່ງເປັນການເຂົ້າຮ່ວມຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມດ້ວຍທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນອ້ອມຂ້າງກະຊວງເຂົ້າຮ່ວມ.

ในภาพอาจจะมี 5 คน, ฝูงชน, ตาราง และสถานที่ในร่ม

ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ປຶກສາຫາລືໂດຍເນັ້ນໜັກໃສ່ 3 ບັນຫາສໍາຄັນ ຄື: 1). ຂະບວນການສະຖິຕິ ໂດຍມີການແລກປ່ຽນບົດຮຽນຈາກບັນດາທ່ານນັກສະຖິຕິອາວຸໂສ ເພື່ອສົນທະນາ ແລະ ແລກປ່ຽນບົດຮຽນວຽກງານສະຖິຕິໃນປັດຈຸບັນ ແລະ ທິດທາງໃນຕໍ່ໜ້າ; 2). ການຜະລິດຂໍ້ມູນສະຖິຕິ ແລະ ການລາຍງານ ໂດຍອີງໃສ່ຂໍ້ມູນຈາກການສຳຫຼວດຕ່າງໆ ແລະ ຂໍ້ມູນລາຍງານ ເປັນຕົ້ນຂໍ້ມູນສະຖິຕິຂັ້ນບ້ານ, ການຄິດໄລ່ຕົວຊີ້ບອກ ແລະ ແຜນສ້າງຄວາມອາດສາມາດໃຫ້ແກ່ລະບົບສະຖິຕິແຫ່ງຊາດ ເພື່ອຕອບສະໜອງຂໍ້ມູນໃຫ້ແກ່ການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ແລະ 3). ສ້າງກົນໄກການປະສານ ແລະ ການຮ່ວມມື ໂດຍການແລກປ່ຽນບົດຮຽນພາຍໃນ ແລະ ຕໍ່ໜ້າ.

ในภาพอาจจะมี 12 คน, คนที่ยิ้ม, ผู้คนกำลังนั่ง, ตาราง และสถานที่ในร่ม

ເພື່ອຮັບປະກັນການຜະລິດບັນດາຕົວຊີ້ບອກດ້ານສະຖິຕິໃຫ້ມີຄຸນນະພາບ ແລະ ຍັບເຂົ້າສູ່ມາດຖານສາກົນ, ມີກົນໄກ, ມີລະບອບ, ລະບຽບ ແລະ ວິທີການເກັບກຳຂໍ້ມູນທີ່ຖືກຕ້ອງ ແລະ ເປັນເອກະພາບແຕ່ຂັ້ນສູນກາງເຖິງທ້ອງຖິ່ນ. ນອກຈາກນີ້, ສູນສະຖິຕິຕ້ອງໄດ້ເອົາໃຈໃສ່ສ້າງກົນໄກ ແລະ ຄວາມເປັນເຈົ້າການຮ່ວມກັນໃນການພັດທະນາລະບົບສະຖິຕິແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການພັດທະນາລະບົບຂໍ້ມູນ – ຂ່າວສານເຕັກໂນໂລຊີໄປສູ່ທັນສະໄໝເທື່ອລະກ້າວ, ສ້າງພື້ນຖານໂຄງລ່າງດ້ານສະຖິຕິ, ການສ້າງຄວາມອາດສາມາດໃຫ້ແກ່ພະນັກງານ, ເພີ່ມທະວີເຜີຍແຜ່ໂຄສະນາຜົນຜະລິດສະຖິຕິໃຫ້ກວ້າງຂວາງ, ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍ ແລະ ສົ່ງເສີມການນຳໃຊ້ຂໍ້ມູນໄດ້ຢ່າງຖືກຕ້ອງ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ตาราง และสถานที่ในร่ม

ຢ່າງໃດກໍຕາມ, ໄລຍະຜ່ານມາຈົນເຖິງປັດຈຸບັນລະບົບສູນສະຖິຕິຂອງ ສປປ ລາວ ເຖິງວ່າໄດ້ມີການການພັດທະນາຂຶ້ນເລື້ອຍໆ, ການຜະລິດຂໍ້ມູນສະຖິຕິທາງການທີ່ເພີ່ມຂຶ້ນນັບທັງດ້ານປະລິມານ ແລະ ຄຸນນະພາບນັບມື້ຍັບເຂົ້າສູ່ມາດຖານສາກົນ, ແຕ່ເມື່ອທຽບໃສ່ຄວາມຕ້ອງການທັງພາຍໃນ ແລະ ສາກົນ ແມ່ນຍັງບໍ່ທັນມີ ຄວາມສາມາດຕອບສະໜອງໄດ້ຢ່າງຄົບຖ້ວນ, ທົ່ວເຖິງ ແລະ ທັນສະໄໝ, ຄຽງຄູ່ກັບການພັດທະນາເສດຖະກິດ – ສັງຄົມແບບຍືນຍົງ ກໍຕ້ອງການສ້າງລະບົບສະຖິຕິໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງເຊັ່ນກັນ ເນື່ອງຈາກວ່າຖ້າຂາດສະຖິຕິຄວາມຊັດເຈນແລ້ວຈະບໍ່ສາມາດຕີລາຄາ ແລະ ກຳນົດທິດທາງການພັດທະນາເສດຖະກິດ – ສັງຄົມ ຕາມທິດການພັດທະນາແບບຍືນຍົງໄດ້ຢ່າງຖືກຕ້ອງຈາກຜົນງານ ແລະ ຄວາມຕ້ອງການໄລຍະໃໝ່ຈຶ່ງເຫັນໄດ້ວ່າວຽກງານສະຖິຕິຍັງມີຫຼາຍອັນທີ່ທ້າທາຍ ແລະ ຕ້ອງສືບຕໍ່ເອົາໃຈໃສ່ປະຕິບັດວຽກງານໃນຕໍ່ໜ້າ, ທ່ານ ສະໄໝຈັນ ບຸບຜາ ກ່າວ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ตาราง และสถานที่ในร่ม

ຈາກປະຕິບັດໄລຍະຜ່ານມາເຫັນວ່າບາງໜ້າວຽກຍັງມີຂໍ້ມູນຈຳກັດ ແລະ ທ້າທາຍຫຼາຍຢ່າງ, ແຕ່ຄວາມຈຳເປັນໃນການສ້າງສະຖິຕິຫຼາຍຂຶ້ນລັດຖະບານໄດ້ໃຫ້ ຄວາມສຳຄັນ ແລະ ເອົາໃຈໃສ່ໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດວຽກງານສະຖິຕິ ແລະ ໄດ້ຮັບຮອງກົດໝາຍວ່າດ້ວຍສະຖິຕິ ( ສະບັບປັບປຸງ ) ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016 – 2025 ແລະ ວິໄສທັດຮອດປີ 2030 ເປັນບ່່ອນອີງໃນການປັບປຸງ ແລະ ຈັດຕັ້ງປະຕິບັດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ປັດຈຸບັນສູນສະຖິຕິແຫ່ງຊາດກຳລັງຂຸ້ນຂ້ຽວໃນການກະກຽມໃສ່ການສຳຫຼວດລະດັບຊາດ, ການສຳຫຼວດສະຖິຕິກະສິກຳທົ່ວປະເທດ ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ 3 ໃນປີ 2019 – 2020 ເຊິ່ງຈະໄດ້ປະກອບສ່ວນໃນການສ້າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໃນແຕ່ລະໄລຍະກໍຄືຂໍ້ມູນສຳຄັນໃນການຕິດຕາມກວດກາ ແລະ ປະເມີນຄືນຜົນຂອງການຈັດຕັ້ງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ 8 ກໍຄືການສະໜອງຂໍ້ມູນໃຫ້ແກ່ການລາຍງານຜົນສໍາເລັດເບື້ອງຕົ້ນຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ( SDG ).

 

( ຂ່າວ: ສຸລິນ, ຮູບ: ວິລະສັກ )