ຈຸງຢາງອີຊີ ຊີມັງລາວສໍາປະທານດິນ 60 ກວ່າເຮັກຕາ ຂະຫຍາຍກິດຈະການ

70

ບໍລິສັດ ຈຸງຢາງອີຊີ ຊີມັງລາວ ຈຳກັດ ກຽມຂະຫຍາຍກິດຈະການເພີ່ມ ໂດຍໄດ້ເຊັນສັນຍາເຊົ່າທີ່ດິນ 60 ກວ່າເຮັກຕາ ຢູ່ແຂວງສາລະວັນ ໂດຍມີອາຍຸການສໍາປະທານ 18 ປີ.

 

 

ທ່ານ ລີຢຽນຫົວ ປະທານ ບໍລິສັດ ຈຸງຢາງອີຊີ ຊີມັງລາວ ຈຳກັດ ໄດ້ລາຍງານແຜນການຈັດຕັ້ງປະຕິບັດ ໂດຍສະເພາະການຂະຫຍາຍກິດຈະການກໍ່ສ້າງໂຮງງານຊີມັງ, ໂຮງງານໄຟຟ້າຖ່ານຫີນ, ສ້າງເຮືອນພັກກຳມະກອນ ແລະ ອື່ນໆ ໃນເນື້ອທີ່ດິນທັງໝົດ 63 ກວ່າເຮັກຕາ, ຢູ່ເຂດບ້ານນາຄູ ແລະ ບ້ານຕົ້ງຊວຍ ເມືອງສາລະວັນ, ໄລຍະສໍາປະທານ 18 ປີ ເລີ່ມແຕ່ປີ 2018 ເຖິງປີ 2036, ມີມູນຄ່າການລົງທຶນທັງໝົດ 20 ລ້ານໂດລາສະຫະລັດ ແລະ ມີທຶນຈົດທະບຽນເບື້ອງຕົ້ນ 5 ແສນໂດລາສະຫະລັດ. ໃນນັ້ນ, ຄ່າເຊົ່າສຳປະທານ 200 ໂດລາສະຫະລັດຕໍ່ເຮັກຕາຕໍ່ປີ ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 371/ຈຂ.ສວ ສາລະວັນ ວັນທີ 14 ມິຖຸນາ 2019 ຕົກລົງອະນຸມັດເນື້ອທີ່ດິນລັດໃຫ້ ບໍລິສັດ ຈຸງຢາງອີຊີ ຊີມັງລາວ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ.

 

 

ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ ຢູ່ພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ, ຝ່າຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ເຊັນໂດຍ ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ວຽງສະໄໝ ສໍອ້ອຍທິບ ຮອງເຈົ້າເມືອງສາລະວັນ ແລະ ຝ່າຍບໍລິສັດ ທ່ານ ລີຢຽນຫົວ ປະທານ ບໍລິສັດ ຈຸງຢາງອີຊີ ຊີມັງລາວ ຈໍາກັດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໂດຍຊ້ອງໜ້າ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ, ຕະຫຼອດຮອດຕາງໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມເປັນສັກຂີພິຍານ.

 

 

( ຂ່າວ: ວິໄລວອນ ສິດທິໄຊ )