ຖວທ ອັດຕະປື ເລືອກຕັ້ງຄະນະພັກຮາກຖານຊຸດໃໝ່

47

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂຶ້ນໃນວັນທີ 26 ມິຖຸນາ 2019 ນີ້ ທີ່ເມືອງສາມັກຄີໄຊ ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເຂົ້າຮ່ວມ.

 

 

ທ່ານ ນາງ ບຸນນານ ບຸນນະແສງ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກ ຖວທ ແຂວງອັດຕະປື ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນໄດ້ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ໃນໄລຍະ 5 ປີຜ່ານມາ, ແຜນພັດທະນາວຽກງານ ຖວທ 5 ປີ 2021 – 2025, ວິໄສທັດ 2030, ແຜນຍຸດທະສາດ 2025 ທີ່ລັດຖະບານໄດ້ຮັບຮອງໃຫ້ມີຜົນສຳເລັດຕາມຄາດໝາຍ. ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກໃສ່ວຽກງານທີ່ສຳຄັນຫຼາຍດ້ານທີ່ພົວພັນໂດຍກົງກັບການພັດທະນາວຽກງານ ຖວທ ເຊິ່ງເຫັນໄດ້ຈຸດດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ, ຈຸດອ່ອນທີ່ເປັນສິ່ງທ້າທາຍ ແລະ ເຫດຜົນທີ່ພາໃຫ້ວຽກງານຕ່າງໆພາຍໃນພະແນກຂອງຕົນມີຄວາມເປັນເອກະພາບໃນການກຳນົດທິດທາງການແກ້ໄຂບັນຫາ ເພື່ອຮັບປະກັນໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ແລະ ດີຂຶ້ນກວ່າເກົ່າ.

 

ในภาพอาจจะมี 13 คน, ผู้คนกำลังนั่ง และสถานที่ในร่ม

 

ໃນກອງປະຊຸມຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ເຂົ້າໃນການປ່ອນບັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ສະໄໝທີ I ແລະ ຄະນະໜ່ວຍພັກ 4  ໜ່ວຍຂຶ້ນກັບ ເຊິ່ງປະກອບດ້ວຍຄະນະພັກຮາກຖານ 7 ທ່ານ, ຄະນະໜ່ວຍພັກ 12 ທ່ານ ເຊິ່ງໃນກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນກັນເລືອກເອົາຄະ   ນະພັກຮາກຖານ ດັ່ງນີ້: 1). ທ່ານ ນາງ ບຸນນານ ບຸນນະແສງ ເປັນເລຂາຄະນະພັກຮາກຖານ, 2). ທ່ານ ກົງຈັກ ສີສະຫວາດ ເປັນຮອງເລຂາ ທັງເປັນປະທານກວດກາຄະນະພັກຮາກຖານ, 3). ທ່ານ ນາງ ບຸນທົງ ບຸບຜາສະຫວັນ ເປັນຮອງປະທານກວດກາ, 4). ທ່ານ ຄຳໄໝ ທະວີວັນ, 5). ທ່ານ ຄຳໄພວັນ ຫຼວງອາໄພ, 6). ທ່ານ ຄຳພັນ ບຸນຍະວົງສີ, 7). ທ່ານ ຊິບພະໄຊ ວົງປະເສີດ ເປັນກຳມະການຄະນະພັກຮາກຖານ.

 

ในภาพอาจจะมี 11 คน, ผู้คนกำลังยืน และสถานที่ในร่ม

 

ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາຄະນະໜ່ວຍພັກຮາກຖານ 4 ໜ່ວຍພັກຂຶ້ນກັບ 12 ທ່ານ ມີຄືດັ່ງນີ້:

1). ໜ່ວຍພັກຂະແໜງບໍລິຫານ ປະກອບມີ: ທ່ານ ຄຳໄໝ ທະວີວັນ ເປັນເລຂາໜ່ວຍພັກ, ທ່ານ ຄຳໄພວັນ ຫຼວງອາໄພ ເປັນຮອງເລຂາ, ທ່ານ ພອນສະຫວັນ ໄສທອງດ້ວງ ເປັນຄະນະ; 2). ໜ່ວຍພັກຂະແໜງຖະແຫຼງຂ່າວ – ສື່ມວນຊົນ ທ່ານ     ຊິບພະໄຊ ວົງປະເສີດ ເປັນເລຂາໜ່ວຍພັກ, ທ່ານ ລາວີ ວັນຈັນທີ ເປັນຮອງເລຂາ, ທ່ານ ອູທອງ ສີຫາລາດ ເປັນຄະນະ; 3). ໜ່ວຍພັກຂະແໜງວັດທະນະທໍາ ທ່ານ ທອງສະຫວັນ ມະໂນທຳ ເປັນເລຂາໜ່ວຍພັກ, ທ່ານ ນາງ ມະລີສັກ ສິດທິອຸດົມ ເປັນຮອງເລຂາ, ທ່ານ ນາງ ຄຳໄໝ ຊາພັກດີ ເປັນຄະນະ; 4). ໜ່ວຍພັກຂະແໜງທ່ອງທ່ຽວ ທ່ານ ຄຳພັນ     ບຸນຍະວົງສີ ເປັນເລຂາໜ່ວຍພັກ, ທ່ານ ກົງດາວັນ ແກ້ວແຫຼມສິງ ເປັນຮອງເລຂາ, ທ່ານ ຄຳເຫຼັກ ແສງສຸລິຈັນ ເປັນຄະນະ.

 

ในภาพอาจจะมี 12 คน, ผู้คนกำลังยืน

 

ກອງປະຊຸມ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຊີ້ນຳຕື່ມ ໂດຍທ່ານໄດ້ເນັ້ນໃຫ້ບັນດາຄະນະຊຸດໃໝ່ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ IX ນີ້ ໃຫ້ໄດ້ນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ໄດ້ວາງໄວ້, ສິ່ງສຳຄັນຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ມີຄວາມເປັນເອກະພາບສູງພາຍໃຕ້ການນຳພາຂອງພັກ, ສຸມທຸກສະຕິປັນຍາ, ກຳລັງແຮງ, ເຊີດຊູນ້ຳໃຈຮັກຊາດ, ຍົກສູງຄວາມຮັບຜິດຊອບການເມືອງ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຢ່າງມີຄວາມຮັບຜິດຊອບສູງ ແລະ ໃຫຍ່ຫຼວງກວ່າເກົ່າ.